ປັດຈຸບັນຄົນເຮົາມັກຄວາມສະດວກສະບາຍຫຼາຍຂຶ້ນ ບໍ່ວ່າຈະເຮັດຫຍັງກໍຕ້ອງເອົາຄວາມສະດວກສະບາຍມາກ່ອນ ລວມໄປເຖິງການເຮັດທຸລະກໍາທາງການເງິນກໍເຊັ່ນກັນ.. ທຸກມື້ນີ້ຫຼາຍໆຢ່າງໄດ້ປ່ຽນໄປ ຄົນແລ່ນນໍາເວລາຫຼາຍຂຶ້ນ ຖ້າຈະໃຫ້ໄປນັ່ງຖ້າຕໍ່ຄິວຢູ່ທະນາຄານເພື່ອເຮັດທຸລະກໍາທາງການເງິນດ້າມເລັກດ້າມໜ້ອຍຄົງຈະບໍ່ຄຸ້ມຄ່າ ແລະ ບໍ່ມີໃຜຢາກເສຍເວລາ. ເພື່ເປັນການແກ້ໄຂບັນຫາ ທາງທະນາຄານຫຼາຍແຫ່ງໃນ ສປປ. ລາວ ກໍໄດ້ເພີ່ມຄວາມສະດວກໃຫ້ກັບລູກຄ້າຂຶ້ນ ບໍ່ວ່າຈະເປັນການເພີ່ມຈຸດຂອງຕູ້ ATM ເພື່ອໃຫ້ກົດເງິນໄດ້ງ່າຍຂຶ້ນ ແລະ ຍັງສາມາດໂອນເງິນຜ່ານຕູ້ ATM ໄດ້ງ່າຍໆ, ການໃຊ້ Application ທີ່ພຽງປາຍນິ້ວມືຈິ້ມ ນັ່ງຢູ່ເຮືອນລໍຖ້າ ທຸກຢ່າງຈະຈະຣັນໄປເອງ… ແຕ່ນັ້ນມັນກໍຍັງບໍ່ແມ່ນສິ່ງທີ່ສຸດຍອດຂອງຄວາມສະດວກສະບາຍເທື່ອ ເພາະເຊື່ອວ່າຫຼາຍຄົນຄົງຈະຍັງພົບບັນຫານີ້ຢູ່: “ການໂອນເງິນຂ້າມທະນາຄານ” ເຊິ່ງປັດຈຸບັນກໍໄດ້ມີຫຼາຍທະນາຄານທີ່ໄດ້ຫັນມາເປັນຄູ່ຮ່ວມກັນ ໂດຍສາມາດໂອນເງິນຜ່ານຕູ້ ATM ໄດ້ງ່າຍໆ ບໍ່ຕ້ອງຖອນເງິນຈາກທະນາຄານນີ້ ເພື່ອໄປນັ່ງຖ້າຄິວຢູ່ທະນາຄານນັ້ນ… ເຊິ່ງມີທະນາຄານໃດແດ່ນັ້ນ ເຮົາລອງມາເບິ່ງນໍາກັນເລີຍ!! ທະນາຄານ ລາວພັດທະນາ (LDB) ສາມາມາດໃຊ້ໄດ້ທຸກຕູ້ທົ່ວ ປະເທດລາວ ທະນາຄານ ສົ່ງເສີມກະສິກໍາ (APB) ສາມາມາດໃຊ້ໄດ້ທຸກຕູ້ທົ່ວ ປະເທດລາວ ທະນາຄານ ມາຣູຮານ ເຈແປນລາວ ຈໍາກັດ (MJBL) ສາມາມາດໃຊ້ໄດ້ທຸກຕູ້ທົ່ວ ປະເທດລາວ ທະນາຄານ ບີໄອຊີ …
Read More »News
ພະຍາດ ໄວຣັສ ໂຄໂຣນາ ໄດ້ກຳນົດຊື່ເອີ້ນຢ່າງເປັນທາງການແລ້ວ ຄື “Covid-19” (ໂຄວິດ-19)…
ພະຍາດ ໄວຣັສ ໂຄໂຣນາ ໄດ້ແຜ່ລະບາດອອກໄປທົ່ວໂລກເປັນໄລຍະໜື່ງແລ້ວ ເຊິ່ງສົ່ງຜົນໃຫ້ຄົນຕິດເຊື້ອ ແລະ ເສຍຊີວິດຈໍານວນໜື່ງແລ້ວ ລ່າສຸດ ພະຍາດ ໄວຣັສ ໂຄໂຣນາ ໄດ້ກຳນົດຊື່ເອີ້ນຢ່າງເປັນທາງການແລ້ວ ຄື “Covid-19” (ໂຄວິດ-19) ສຳນັກຂ່າວ ບີບີຊີ ລາຍງານວ່າ: ທ່ານ ດຣ. ເທດຣອສ ອັດດານອມ ເກເບນເຢຊຸສ (Dr. Tedros Adhanom Ghebreyesus) ຜູ້ອຳນວຍການ ອົງການອານາໄມໂລກ ໄດ້ປະກາດໃນວັນອັງຄານ ວັນທີ 11 ກຸມພາ 2020 ນີ້ວ່າ: ໄວຣັສ ໂຄໂຣນາ ສາຍພັນໃໝ່ 2019 ທີ່ກຳລັງລະບາດຢ່າງໜັກໃນປະເທດຈີນ ແລະ ແພ່ລາມໄປ 24 ປະເທດ ໃນທົ່ວໂລກ ຈະມີຊື່ເອີ້ນຢ່າງເປັນທາງການວ່າ: “COVID-19” (ໂຄວິດ-19) ເຊິ່ງຫຍໍ້ມາຈາກ ‘Coronavirus Disease …
Read More »ບູລີ่่ ( Bully) ແມ່ນຫຍັງ?? ຢາກໃຫ້ອ່ານ!! ເລື່ອງລາວຂອງ ຕຸກ The Wow ນາງແບບສາວແຖວໜ້າຂອງປະເທດລາວ ກັບຄໍາວ່າ “ອີດໍາຕັບເປັດ-ອີເຢີນ”
ເຄຍໄດ້ຍິນຄໍາວ່າ “Bully” ກັນບໍ? ບາງຄົນອາດຈະເຄີຍ ແລະ ບໍ່ເຄີຍໄດ້ຍິນ ເລີ່ມສົງໄສກັນແລ້ວບໍ ຄໍາວ່າ ບຸລີ่่ ( Bully) ແມ່ນຫຍັງ? ມື້ນີ້ຂັວນໃຈຈະພາໄປຮູ້ຈັກຄວາມໝາຍຂອງຄໍານີ້ກັນ… ບູລີ่่ ( Bully) ແມ່ນຫຍັງ? ບູລີ่่ ( Bully) ຄື ພຶດຕິກໍາຮຸນແຮງ ກັ່ນແກ້ງ ເຮັດໃສ່ຄົນອື່ນທາງວາຈາ ແລະ ຮ່າງກາຍ ບໍ່ວ່າຈະເປັນການດູຖູກທາງຮູບຮ່າງ ໜ້າຕາ ສະຖານະທາງສັງຄົມ ຮວມໄປເຖິງທໍາຮ້າຍຮ່າງກາຍ ໂດຍສະເພາະຄົນທີ່ອ່ອນແອກວ່າ ແລະ ການບູລີ່ເກີດຂຶ້ນໄດ້ທຸກທີ່ໃນຊີວິດປະຈໍາວັນ ບໍ່ວ່າຈະເປັນທາງສະຖາບັນການສຶກສາ ບ່ອນເຮັດວຽກ ເກືອບທົ່ວໂລກ ບໍ່ແມ່ນແຕ່ສະເພາະໃນປະເທດລາວ ແລະ ເກີດຂຶ້ນມາດົນແລ້ວ… ການຖືກ ບູລີ่่ ( Bully) ບໍ່ແມ່ນເລື່ອງປົກກະຕິ… ປະໂຫຍກທີ່ວ່າ ບູລີ่่ ( Bully) ຟັງຄໍານີ້ອາດຈະເປັນຄໍາເວົ້າທໍາມະດາ ແຕ່ວ່າໃນສັງຄົມຂອງຄົນໆໜື່ງ ອາດຈະເປັນບັນຫາໃຫຍ່ ສໍາລັບພວກເຂົາເລີຍ ເພາະມັນໝາຍເຖິງ …
Read More »ສະແດງຄວາມຍິນດີນໍາ!!! ດີ້ ສາວລາວ Go Inter ໄດ້ຮັບໂອກາດຮ່ວມສະແດງສາລະຄະດີກ່ຽວກັບປະເທດລາວ ຂອງປະເທດ ເຢຍລະມັນ…
ເປັນແມ່ຍິງລາວອີກຄົນໜຶ່ງທີ່ມີຄວາມສາມາດ ດ້ານກິລາ ແລະ ໄດ້ຮັບຄວາມສົນໃຈຫຼາຍພໍສົມຄວນສໍາລັບ ນັກມວຍສາວຄົນນີ້ ດາວມະຍຸລີ ຈັນທິລາດ ຫຼືດີ້ສາວລາວ ນັກມວຍ ຄິກບ່ອກຊິ່ງ ຜູ້ທີ່ມີຄວາມຝັນ ແລະ ເປົ້າໝາຍຊັດເຈນຄື ຢາກຈະຂຶ້ນເວທີໃຫຍ່ລະດັບສູງສຸດຂອງວົງການນີ້… ແລະ ພວກເຮົາກໍມັກຈະໄດ້ເຫັນການພັດທະນາຂອງ ສາວນ້ອຍຄົນນີ້ຢູ່ເປັນປະຈໍາ ຜ່ານການຂຶ້ນຊົກແຕ່ລະຄັ້ງ ເຊິ່ງສ່ວນຫຼາຍກໍໄດ້ຮັບໄຊຊະນະ!! ແລະ ມື້ນີ້ກໍເປັນສິ່ງທີ່ໜ້າຍິນດີອີກສິ່ງໜຶ່ງ ເມື່ອສາວດີ້ໄດ້ໂພສຮູບຜ່ານ Page Facebook ສ່ວນຕົວ Dee Sao Lao – ດີ້ ສາວລາວ ກ່ຽວກັບເບື້ອງຫຼັງການຖ່າຍສາລະຄະດີວ່າ “ຂ້ອຍດີໃຈທີ່ໄດ້ເປັນສວ່ນໜຶ່ງທີ່ໄດ້ເຂົ້າຮ່ວມເຮັດສາລະຄະດີກ່ຽວກັບປະເທດລາວ ແລະ ໂຊຄວາມສາມາດຂອງຕົນເອງອອກສູ່ຕ່າງປະເທດ ເຊິ່ງຈະໄດ້ອອກໂທລະທັດຂອງຕ່າງປະເທດຄື ປະເທດເຢຍລະມັນ ຊື່ຊ່ອງ SAT 1Glad to be part of a documentary about my country for German TV …
Read More »ສ່ອງ!! ເຊັນ ເຊຍຢ້າ ໜຸ່ມນ້ອຍສຸດຫລໍ່ຜູ້ຊະນະເລີດຈາກເວທີ LAOS Super Model 2016 ສູ່ ຜູ້ຊະນະເລີດເວທີ Fashion Fair 2019 ແລະ ເວທີອື່ນໆອີກຫຼາຍ…
ເວລາຜ່ານໄປ ໄວປານຂີ້ຕົວະ ບໍ່ພໍເທົ່າໃດໜຸ່ມນາຍແບບ ສຸດຮອດ ສຸດຫລໍ່ ຜູ້ຊະນະເລີດ ຈາກເວທີ LAOS Super Model 2016 (ລາວ ຊຸບເປີໂມເດວ ລຸ້ນເຍົາວະຊົນ) ກໍໃຫຍ່ເປັນບ່າວແລ້ວ ສໍາລັບ ໜຸ່ມນ້ອຍ ອະພິວັດ ປຮະໄພ ຫຼື ນ້ອງ ເຊັນເຊຍຢ້າ ຕັ້ງແຕ່ເລີ່ມເຂົ້າສູ່ວົງການ ພວກເຮົາກໍເຫັນຜົນງານຂອງໜຸ່ມນ້ອຍຄົນມາເລື້ອຍໆ ບໍ່ວ່າຈະເປັນເດີນແບບ-ຖ່າຍແບບ ແລະ ເດີນສາຍປະກວດຈົນສາມາດກວດລາງວັນຈາກເວທີ ດັງໆ ທັງພາຍໃນ ແລະ ຕ່າງປະເທດ ນອກຈາກນັ້ນເຊຢ້າ ຍັງມີຄວາມສາມາດພິເສດ ຄື ການຫຼີ້ນດົນຕີ (ກິຕ້າ) ຮ້ອງເພັງ, ເຕັ້ນ Cover ເພັງດັງ ເຊິ່ງເຮົາຈະມັກເຫັນຜົນງານທີ່ປ່ອຍອອກມາຜ່ານ ເພສ Aphiwat Saint Seiya ເອີ້ນໄດ້ວ່າ ອາຍຸນ້ອຍ ແຕ່ຄົບເຄື່ອງເລື່ອງຄວາມສາມາດອີຫຼີ ແລະ ລ່າສຸດເຮົາກໍເຫັນໜຸ່ມນ້ອຍຄົນນີ້ ທີ່ງານ …
Read More »