ກະຊວງສາທາລະນະສຸກ ຂໍແຈ້ງມາຍັງທ່ານຊາບວ່າ: ປັດຈຸບັນ ມີການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃຫມ່ ທີ່ເມືອງອູ່ຮັ່ນ, ແຂວງຫູເປີ່ຍ, ສປ ຈີນ ເຮັດໃຫ້ມີຜູ້ຕິດເຊື້ອ ແລະ ເສຍຊີວິດ ເປັນຈຳນວນຫຼວງຫຼາຍ ໃນການຄວບຄຸມ ລວມທັງການໂຄສະນາ, ການອອກຂ່າວທາງສື່ມວນຊົນ ແລະ ສື່ສັງຄົມອອນລາຍ ເຊິ່ງບາງຂ່າວກໍມີຄວາມຈິງ ແລະ ຫຼາຍຂ່າວກໍບໍ່ຖືກຕ້ອງກັບຄວາມເປັນຈິງ. ສະນັ້ນ, ເພື່ອເຮັດໃຫ້ຂໍ້ມູນຂ່າວສານກ່ຽວກັບພະຍາດນີ້ ໄດ້ເຜີຍແຜ່ຖືກຕ້ອງຕາມຄວາມຈິງ ຈຶ່ງແຈ້ງໃຫ້ທ່ານຕິດຕາມ ແລະ ຮັບຂ່າວຕາມສື່ທາງການ (ໂທລະພາບ,ວິທະຍຸ ໜັງສືພິມ ແລະ ຂໍ້ມູນຂ່າວສານຈາກສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາເຊິ່ງທ່ານສາມາດເຂົ້າຫາແຫຼ່ງຂ່າວຂອງສູນດັ່ງກ່າວທາງເພສເຟສບຸກ ຊື່ວ່າ: “ສູນຂ່າວສານການແພດສຸຂະສຶກສາ Centre of information and Education for Health ” ທ່ານ ຈະສາມາດຮັບຮູ້ຂ່າວສານທີ່ທາງສູນໄດ້ອັບເດດ. ນອກຈາກນີ້, ຍັງຫ້າມບໍ່ໃຫ້ພະນັກງານແພດ, ພະຍາບານ, ນັກສຶກສາ ເອົາຮູບການບໍລິການຂອງແພດຫມໍທີ່ກຳລັງປະຕິບັດໜ້າທີ່ລົງໃນເຟສບຸກຂອງຕົນເອງ, ເພື່ອໃຫ້ສັງຄົມມີຄວາມສະຫງົບ, ໄດ້ຮັບຂ່າວສານທີ່ຖືກຕ້ອງ, ສັງຄົມບໍ່ມີຄວາມແຕກຕື່ນໃນການຮັບຂ່າວສານ.
Read More »News
ຊົມເຊີຍ! ໂຮງໝໍຢູ່ຈີນ ສາມາດປີ່ນປົວ ຜູ້ປ່ວຍ ພະຍາດ ໄວຣັສ ໂຄໂຣນ່າ ໃຫ້ເຊົາໄດ້ແລ້ວ…
ພະຍາດລະບາດ ໂຄໂຣນາ ກໍຖືໄດ້ວ່າມີການລະບາດ ມາໄດ້ໄລຍະໜື່ງແລ້ວ ເຊິ່ງ ລ່າສຸດ ໂຮງໝໍ ຢູ່ປະເທດຈີນ ກໍສາມາດປິ່ນປົວ ຜູ້ປ່ວຍ ທີ່ຕິດເຊື້ອ ໄວຣັສ ໂຄໂຣນາ ຈົນເຊົາໄດ້ ແລະ ໄດ້ໃຫ້ຄົນປ່ວຍ ທີ່ຮັກສາດີແລ້ວ ກັບເຮືອນ ຈໍານວນ 892 ຄົນ. ຜູ້ປ່ວຍ ທີ່ປົວຫາຍຂາດ ຈໍານວນ 262 ຄົນ (125 ຄົນ ຢູ່ແຂວງ ຫູເປີຍ) ໄດ້ອອກຈາກ ໂຮງໝໍ ໃນວັນອັງຄານ ວັນທີ 04/02/2020 ທີ່ຜ່ານມາ ຂອບໃຈ Cr: xhne.ws/igwda
Read More »ດຣາມ່າເກີດ!! ເມື່ອຜູ້ຄອງຕໍາແໜ່ງ Miss Power Queen Laos ປີທໍາອິດ ຖືກຍາດມົງໄປຖ່າຍແບບ… ລໍຖ້າການຊີ້ແຈງຈາກກອງປະກວດ!!
ກໍາລັງເປັນກະແສແຮງພໍສົມຄວນໃນຕອນນີ້ ສໍາລັບເວທີນາງງາມດັງ Miss Power Queen Laos ເປັນເວທີທີ່ເປີດໂອກາດໃຫ້ ສາວປະເພດສອງ ໄດ້ມາສະແດງຄວາມສາມາດ ແລະ ປະກາດຄວາມເທົ່າທຽມກັນໃນທຸກເພດ ທີ່ຫາກໍຈັດຂຶ້ນເປັນປີທໍາອິດຄືປີ 2019 ທີ່ຜ່ານມາ ແລະ ຜູ້ທີ່ຮັບຕໍາແໜ່ງເປັນ Miss Power Queen Laos ຄົນທໍາອດກໍຄື ທ້າວ ໄຊນິພອນ ທອງດາລາ ນັ້ນກໍໝາຍຄວາມວ່າມຸງກຸດອັນຊົງກຽດທີ່ສຸດຂອງເວນີ້ແມ່ນ ຕົກເປັນຂອງ ໄຊນິພອນ ນັ້ນເອງ… ເຊິ່ງໃນຕອນນັ້ນ ສັງຄົມຕ່າງກໍຍົກຍ້ອງຊົມເຊີຍ ທີ່ສັງຄົມລາວໃຫ້ການຍອມຮັບໃນຄວາມສະເໝີພາບຂອງເພດທີສາມ ຫຼືສາວປະເພດສອງ ພ້ອມທັງສະແດງຄວາມຍິນດີນໍາຜູ້ຄອງຕໍາແໜ່ງປີທໍາອິດ ຄື ໄຊນິພອນ ວ່າເໝາະສົມກັບຕໍາແໜ່ງນີ້ທີ່ສຸດແລ້ວ… ແຕ່ຂ່າວຄາວສະແດງຄວາມຊົມເຊີຍຍັງບໍ່ຈາງ ກໍເກີດມີກະແສດຣາມ່າຂຶ້ນ ເມື່ອຜູ້ຄອງຕໍາແໜ່ງ Miss Power Queen Laos ຄື ໄຊນິພອນ ໄດ້ອອກມາໂພສ ຂໍ້ຄວາມ ພ້ອມດ້ວຍຮູບພາບຂອງ ຊ້າງ ສຸກທິວົງ …
Read More »ມາຮູ້ຈັກກັບ!! ຟຸກ ເສກສັນ ນາຍແບບຄົນເກັ່ງ ເຈົ້າຂອງຫຼຽນຄໍາກິລາຟຸດຊໍ ອຸດົມໄຊເກມ 2014 ກັບຕໍາແໜ່ງຮອງປະທານ ສະຫະພັນ ຟຸດຊໍ ທີ່ອາຍຸນ້ອຍທີ່ສຸດ…
ເວົ້າເລື່ອງຄວາມສາມາດຂອງຄົນລາວເຮົາໃນຍຸກນີ້ ຫຼາຍຄົນກໍຄົງຈະຮູ້ກັນຢູ່ແລ້ວວ່າ ຄົນເຮົານັ້ນມີຄວາມສາມາດໃນຫຼາຍໆດ້ານ ທຽບເທົ່າກັບສາກົນພຸ້ນແຫຼະ ເພາະວ່າໃນຫຼາຍວົງການການແຂ່ງຂັນທີ່ຖືກຈັດຂຶ້ນທັງໃນລະດັບພາກພື້ນ ແລະ ສາກົນທີ່ຜ່ານມາ ຄົນລາວເຮົາກໍໄດ້ເຂົ້າຮ່ວມແຂ່ງຂັນຈົນນັບບໍ່ຖ້ວນ ເຊິ່ງບາງລາຍການກໍສາມາດຍາດໄຊຊະນະມາເປັນໃບໜ້າໃບຕາໃຫ້ກັບປະເທດຊາດ ແຕ່ບາງລາຍການທີ່ບໍ່ໄດ້ຮັບໄຊຊະນະມາ ກໍຖືວ່າເປັນການເປີດປະສົບການໃຫ້ກັບໄວໜຸ່ມລາວເຮົາ… ຄືດັ່ງໜຸ່ມເຈົ້າຊູ້ທີ່ຂວັນໃຈຈະມານໍາສະເໜີໃຫ້ແຟນໆໄດ້ຮູ້ຈັກໃນມື້ນີ້!! ທີ່ຖືວ່າເປັນອີກບຸກຄົນໜຶ່ງທີ່ມີຄວາມສາມາດໃນຫຼາຍໆດ້ານ ບວກກັບໜ້າຕາ ແລະ ຮູບຮ່າງອັນເຈົ້າຊູ້ຂອງເພິ່ນແລ້ວ ຮັບຮອງວ່າຖ້າໃຜໄດ້ຮູ້ຈັກກໍຈະຕ້ອງຕົກຂຸມຮັກຢ່າງແນ່ນອນ… ໜຸ່ມ ຟຸກ ເສກສັນ ໄຊສະນັ່ນ ໜຸ່ມນ້ອຍຈາກເມືອງ ຫົງສາ ແຂວງ ໄຊຍະບູລີ ທີ່ເປັນທີ່ຮຸ້ຈັກໃນວົງການກິລາຄື ເປັນກິລາຟຸດຊໍຫລຽນຄຳ ອຸດົມໄຊເກມ ປີ 2014 ແລະ ຫຼ້າສຸດໄດ້ຖືກແຕ່ງຕັ້ງເປັນ ຮອງປະທານສະຫະພັນຟຸດຊໍ ນະຄອນຫຼວງວຽງຈັນ ພ້ອມວາງແຜນໃຫ້ຟຸດຊໍລາວ ກັບມາມີສີສັນອີກຄັ້ງໜຶ່ງໃນໄວໆນີ້.. ໜຸ່ມຟຸກ ເລີ່ມຕົ້ນຫຼິ້ນກິລາຕັ້ງແຕ່ຕອນຮຽນປະຖົມ ປໍ 5 – ມໍ 1 ໂດຍເລີ່ມຕົ້ນຫລິ້ນກິລາ ເທັກຄວັນໂດ້ ແລະ ໄດ້ປ່ຽນມາຫລິ້ນກິລາບານເຕະຕອນຮຽນ ມໍ 3 ເລີ່ມຈາກເປັນນັກເຕະ …
Read More »ເປັນຄວາມຄິດທີ່ດີຫຼາຍ!! ໝໍແນ່ງ ຈັນດາລີ ໂພສໃຫ້ຄວາມຮູ້ກ່ຽວກັບ ໄວຣັສ ໂຄໂຣນ່າ ພ້ອມທັງຢາກໃຫ້ທຸກຄົນເຂົ້າໃຈ ບໍ່ມີໃຜຢາກໃຫ້ເກີດຂຶ້ນ ຄືກັບປະເທດລາວ ທີ່ເຄີຍປະສົບກັບອຸທົກກະໄພ…
ຈັນດາລີ ສິດພະໄຊ ຫຼືທີ່ຫຼາຍໆຄົນຮູ້ຈັກກັນ “ໝໍແນ່ງ” ນາງເອກຈາກຮູບເງົາເລື່ອງ “ດອກຈໍາປາບານ” ເຊິ່ງໝໍແນ່ງກໍເປັນອີກບຸກຄົນໜື່ງຂອງວົງການບັນເທິງລາວທີ່ງາມທັງໜ້າຕາ ແລະ ຈິດໃຈ ທີ່ຜ່ານມາໜໍແນ່ງກໍໄດ້ຊ່ວຍເຫຼືອສັງຄົມເຮົາຫຼາຍໆຢ່າງ ແລະ ຕອນນີ້ ພະຍາດລະບາດ ໄວຣັສ ໂຄໂຣນາ ກໍກໍາລັງລະບາດຢ່າງຕໍ່ເນື່ອງ ເຊິ່ງລ່າສຸດໝໍແນ່ງກໍອອກມາສະແດງຄວາມຄິດເຫັນສະແດງເຖິງຄວາມເປັນຫ່ວງເປັນໄຍຜູ້ທີ່ຕິດເຊື້ອພະຍາດ ແລະ ໃຫ້ຂໍ້ຄິດຜູ້ທີ່ຍັງບໍ່ຕິດເຊື້ອ ໂດຍໄດ້ໂພສຂໍ້ຄວາມຜ່ານ Facebook ສ່ວນຕົວ Chandaly Ningnang Sitpraxay ວ່າ: ປະເທດຈີນ+ຄົນຈີນ + virus corona ??❤️ ?? ຄວນຖືກຊ່ວຍເຫລືອ ຖືກປິ່ນປົວຮັກສາ ຖືກສົງສານ ບໍ່ແມ່ນຖືກລັງກຽດ #ທຸກຄົນຕ້ອງປ້ອງກັນແຕ່ບໍ່ແມ່ນໃຊ້ທ່າທາງເກີນເຫດ ບໍ່ຄວນຖືກຂີ້ດຽດແລະຕໍ່ຕ້ານເກີນໄປແລະບໍ່ຄວນຖິ້ມເຂົາເຈົ້າໃນຍາມວິກິດ (ຖ້າສັງເກດ ດີດີ ເຂົາເຈົ້າສູ້ຄົນດຽວອີ່ຫລີ ?) ສ ປ ຈີນ ຕອນຍາມເຮົາມີສົງຄາມ+ໄພພິບັດ, (ພໍ້ເຂົາເຈົ້າຫລາຍຄົນທີ່ອັດຕະປື ເຂົາເຈົ້າບໍ່ເຄີຍຖິ້ມເຮົາ ) ໂຮງຫມໍຫລັງໃຫມ່ ,ເສັ້ນທາງລົດໄຟ +++ ,ເຂື່ອນຄູພັງ , ທຶນນັກສຶກສາຈັກ …
Read More »