ເລື່ອງເລັບ ເລື່ອງນ້ອຍ…!
ຫຼາຍຄົນມີບັນຫາກັບການທາເລັບເວົ້າໄດ້ວ່າຄວາມຢາກງາມຕ້ອງຍອມເສຍເງິນເຂົ້າຮ້ານເຮັດເລັບແພງໆ ບໍ່ກ້າທີ່ຈະແຕ່ງເລັບທາເລັບດ້ວຍຕົນເອງ ແຕ່ອັນທີ່ແທ້ແລ້ວການທາລັບເປັນເລື່ອງທີ່ງ່າຍສຸດໆ ພຽງແຕ່ຕ້ອງມີເຕັກນິກການທາເລັບໜ້ອຍໜຶ່ງ ມາເບິ່ງກັນເລີຍ.
1. ເຕັກນິກການທາເລັບ
- ບີບນໍ້າໝາກນາວ ຫຼື ນໍ້າສົ້ມສາຍຊູລົງໃນອ່າງນໍ້າ ປະໄວ້ບຶດໜຶ່ງແລ້ວນໍາມືລົງໄປແຊ່ຈະຊ່ວຍໃຫ້ເລັບອ່ອນນຸ່ມຂຶ້ນ.
- ໃຊ້ນໍາຢາຮອງພື້ນທາເລັບໃນຂັ້ນທໍາອິດ ເພື່ອເປັນການເບິ່ງແຍງເລັບຂັ້ນຕົ້ນ ເພາະຖ້າຫາກເຮົາທາເລັບສີຈັດຈະເຮັດໃຫ້ເລັບເຫຼືອງໄດ້.
- ການລົງສີທາເລັບບໍ່ຄວນປ້ານເກີນ 3 ເທື່ອເພາະສີຈະຈັບເປັນກ້ອນບໍ່ລຽບສະເໝີກັນ ແລະ ຢ່າລົງສີເລັບເກີນ 2 ຊັ້ນເພາະຈະເບິ່ງໜາຈົນເກີນໄປ.
- ຫຼັງຈາກລົງສີທາເລັບຮຽບຮ້ອຍແລ້ວຄວນປິດທ້າຍດ້ວຍການທານໍ້າຢາເຄືອບເລັບເພາະຈະຊ່ວຍເພິ່ມຄວາມເງົາງາມ, ວິບວັບໃຫ້ກັບເລັບ ແລະ ຍັງປ້ອງກັນສີເລັບຈາງຈາກແສງແດດໄດ້.
2. ວິທີການເກັບມ້ຽນສີເລັບ
- ການເກັບມ້ຽນນໍ້າຢາທາເລັບທີ່ດີໃຫ້ຢູ່ກັບເຮົາໄດ້ດົນໆຈະຕ້ອງປິດຝາໃຫ້ແໜ້ນ ແລະ ເກັບໄວ້ໃນບ່ອນເຢັນ, ຫ່າງໄກແສງແດດເຊັ່ນ: ບ່ອນນ້ອຍໆໃນຕູ້ເຢັນ ການເລືອກຢາທາເລັບຄວນເບິ່ງສ່ວນປະສົມຄື: ຢາທາເລັບທີ່ດີບໍ່ຄວນມີແອວກໍຮໍ ເພາະວ່າແອວກໍຮໍຈະເປັນຕົວເຮັດໃຫ້ເລັບແຫ້ງ ແລະ ຈີກງ່າຍ.
3. ການເລືອກສີຢາທາເລັບໃຫ້ເໝາະສົມກັບສີຜິວພັນ
- ສາວຜິວພັນຂາວອົມເຫຼືອງ: ເໝາະສົມກັບຢາທາເລັບສີບົວອົມສົ້ມ, ສີນໍ້າຕານທອງແຈ້ງ ຫຼື
- ສີສົດໆ.ສາວຜົວພັນຂາວອົມບົວ: ເໝາະສົມກັບຢາທາເລັບສີບົວນໍ້າຕານ, ສີບົວອົມມ່ວງ ຫຼື ສີໂທນເຢັນ.
- ສາວຜິວພັນຄໍ້າອົມເຫຼືອງ: ເໝາະສົມກັບຢາທາເລັບສີນໍ້າຕານທອງເຂັ້ມ, ສີແດງສົດ ຫຼື ສີທອງ.
- ສາວຜິວພັນຄໍ້າ ຫຼື ດໍາແດງ: ເໝາະສົມກັບຢາທາເລັບສີແດງເຂັ້ມ, ສີບົວ.