Breaking News

ສາເຫດປາຕາຍທີ່ແຂວງບໍ່ແກ້ວ

ແບ່ງປັນ

 

 

ເຈົ້າໜ້າທີ່ຈາກກົມຄວບຄຸມມົນລະພິດຢືນຢັນເຕັມປາກ ປາຕາຍຢູ່ວັງສະຫງວນນໍ້າງາວ ແຂວງບໍ່ແກ້ວເປັນຍ້ອນສານພິດ ບໍ່ແມ່ນ ຍ້ອນພະຍາດ ແຕ່ຍ້ອນສານພິດເຄມີປະເພດຢາປາບສັດຕູພືດກົງກັບກະປ່ອງຢາທີ່ພົບເຫັນຢູ່ແຄມນ້ຳງາວ ແທ້. ປາຕາຍປະມານ 1.000 ກິໂລທີ່ວັງສະຫງວນນໍ້າງາວ ບ້ານປຸ່ງນາໜູນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວໃນວັນທີ 12 ກຸມພາ 2017 ຜ່ານມານີ້, ຍ້ອນມີສານເຄມີຕົກຄ້າງ ເຊິ່ງເປັນສານເຄມີຢາ ປາບສັດຕູພືດປະເພດ Fenpropathrin ຫລື Fenopropathin ຊື່ການຄ້າ Danitol/Meothrin ທີ່ປະຊາຊົນຜູ້ໜຶ່ງພົບເຫັນກະປ່ອງຢູ່ແຄມນ້ຳງາວ. ຜ່ານການວິໄຈປາຕາຍຈາກສູນວິໄຈພະຍາດປາທີ່ນ້ຳ ຊ່ວງ, ນະຄອນຫລວງວຽງຈັນໃຫ້ຮູ້ວ່າ: ປາຕາຍບໍ່ແມ່ນຍ້ອນເກີດພະຍາດລະບາດ ແຕ່ຍ້ອນສານພິດເຄມີ ປະເພດຢາປາບສັດຕູພືດດັ່ງກ່າວ. ຕາມການໃຫ້ຂໍ້ມູນຂອງທ່ານ ຄຳພັນ ນັນທະວົງ ຫົວໜ້າກົມຄວບຄຸມມົນລະພິດ, ກະຊວງຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມໃນວັນທີ 21 ກຸມພາ 2017 ນີ້ວ່າໄດ້ມີປະຊາຊົນຜູ້ໜຶ່ງຢູ່ບ້ານປຸ່ງນາໜູນ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ ໄດ້ໄປພົບເຫັນ ປາຕາຍຈຳນວນຫລວງຫລາຍໃນຕອນກາງຄືນແລ້ວຈຶ່ງເກັບເອົາໄປໄວ້ ແລະ ເອົາໄປຂາຍໃນຕອນເຊົ້າ, ປະຊາຊົນຈຳນວນໜຶ່ງເຫັນປາຕາຍໃນເຂດວັງສະຫງວນໃນຕອນເຊົ້າ ກໍພາກັນເກັບເອົາປາໄປບໍລິໂພກ ແລະ ເຮັດປາສົ້ມ, ປາແຫ້ງຈຳນວນໜຶ່ງກໍ່ເອົາໄປຂາຍ, ຄາດວ່າປາຕາຍໃນຄັ້ງນີ້ມີປະມານ 800 ຫາ 1.000 ກິໂລ. ດັ່ງນັ້ນ ທາງຂະແໜງການກ່ຽວຂ້ອງຈຶ່ງໄດ້ໂຄສະນາຢູ່ 4 ບ້ານຄື: ບ້ານປຸ່ງນາໜູູນ, ພິມົນສິນ, ໜອງຄຳ, ບ້ານນ້ຳງາວ, ຕະຫລາດມ່ວງແກ້ວ, ສີດອນມີ ແລະ ຕະຫລາດທົ່ງແສງຈັນ ບໍ່ໃຫ້ຊື້ປາ, ບໍ່ໃຫ້ນຳປາໄປບໍລິໂພກ ເພາະອາດຈະຕາຍຍ້ອນສານເຄມີ ທີ່ຈະເປັນອັນຕະຫລາຍຕໍ່ສຸຂະພາບ. ພະແນກ ກະສິກຳ ແລະ ປ່າໄມ້ ກໍ່ໄດ້ເກັບ ແລະ ນຳສົ່ງປາຕາຍໄປໃຫ້ສູນວິໄຈພະຍາດປາທີ່ນ້ຳຊ່ວງ ເພື່ອວິໄຈຫາ ສາເຫດຂອງປາຕາຍ ເຊິ່ງຜົນການວິໄຈເຕັກນິກການວິໄຈສານພິດຕົກຄ້າງແບບໄວໃນຄັ້ງທີ 15/02/2017 ພົບສານພິດຕົກຄ້າງ (Deteeted) ເຊິ່ງຜົນການວິໄຈປາຕາຍຈາກສູນດັ່ງກ່າວໃຫ້ຮູ້ວ່າປາຕາຍ ບໍ່ແມ່ນ ຍ້ອນພະຍາດ ແຕ່ຍ້ອນສານພິດເຄມີປະເພດຢາປາບສັດຕູພືດກົງກັບກະປ່ອງຢາທີ່ພົບເຫັນຢູ່ແຄມນ້ຳງາວ ແທ້. ທີມງານພາກສ່ວນກ່ຽວຂ້ອງກໍ່ໄດ້ເກັບເອົານ້ຳຕົວຢ່າງຈາກເຂດດັ່ງກ່າວຈຳນວນ 5 ຈຸດໃນມື້ເກີດ ເຫດ ເພື່ອນຳມາວິໄຈທີ່ນະຄອນຫລວງວຽງຈັນ ຄາດວ່າມໍ່ໆນີ້ຈະຮູ້ຜົນວິໄຈ ແລ້ວຈະແຈ້ງໃຫ້ປະຊາຊົນ ຊາບ ເພາະປັດຈຸບັນປະຊາຊົນໃນເຂດດັ່ງກ່າວບໍ່ກ້ານຳໃຊ້ນ້ຳເຂດດັ່ງກ່າວຢ່າງເປັນປົກກະຕິຄືເມື່ອກ່ອນ.

 

 

ຂອບໃຈຂ່າວຈາກ: ປະເທດລາວ

ແບ່ງປັນ