ສະບາຍດີສາວໆ ຂັວນໃຈທັງຫຼາຍ ມື້ນີ້ເອົາໃຈເປັນພິເສດສໍາລັບ ສາວຄົນໃດທີ່ມີບັນຫາເລື່ອງກົ້ນໃຫຍ່ ເຮັດໃຫ້ບໍ່ມີຄວາມໝັ້ນໃຈໃນການແຕ່ງຕົວ ບໍ່ວ່າຈະໃສ່ຫຍັງກໍບໍ່ງາມ ເບິ່ງຄືຕຸ້ຍກວ່າປົກກະຕິ ສາວໆບາງຄົນກໍອາດຈະຊອກເສື້ອໂຕໃຫຍ່ໆມາໃສ່ເພື່ອປົກປິດ ແຕ່ກໍຍັງບໍ່ໄດ້ຜົນ ຊັ້ນລອງມາເບິ່ງວິທີ ປົກປິດກົ້ນໃຫຍ່ ປ່ຽນກົ້ນໃຫຍ່ ໃຫ້ກາຍເປັນຫຸ່ນນາງແບບ ທີ່ຂັວນໃຈເອົາມາຕ້ອນກັນໃນມື້ນີ້
- ຄວນເລືອກໃສ່ກະໂປງແອວສູງ: ເພາະຈະບໍ່ເປັນການເນັ້ນສ່ວນກົ້ນ ຈະເຮັດໃຫ້ເບິ່ງຊື່ກັນໄປເລີຍຕັ້ງແຕ່ແອວ ສໍາຄັນທີ່ສຸດຖ້າບໍ່ຢາກເບິ່ງຄືຕຸ້ຍຫ້າມໃສ່ກະໂປງແອວຕໍ່າເດັດຂາດ
2. ຫ້າມໃສ່ເສື້ອຕົວໃຫຍ່ຈົນເກີນໄປ: ສາວຄົນໃດທີີ່ຄິດວ່າການນຸ່ງເສື້ອໂຕໃຫຍ່ຈະເຮັດໃຫ້ສາມາດປົກປິດກົ້ນໄດ້ ນັ້ນເປັນຄວາມຄິດທີ່ຜິດ ເພາະຖ້າໃສ່ເສື້ອຕົວໃຫຍ່ກໍຈະເຮັດໃຫ້ໂຕເບິ່ງໃຫຍ່ໄປໝົດ ແຖມຍັງເຮັດໃຫ້ເບິ່ງຄືເຖົ້າຂຶ້ນນໍາອີກ
3. ເອົາເສື້ອເຂົ້າໃນສົ້ງ/ກະໂປງ: ການເອົາເສື້ອໄວທາງນອກຈະເຮັດໃຫ້ເນັ້ນກົ້ນຫຼາຍ ສະນັ້ນ ແນະນໍາໃຫ້ເອົາເສື້ອເຂົ້າໃນເພື່ອເນັ້ນສັດສ່ວນໃຫ້ຊັດເຈນຂຶ້ນຈະດີກວ່າ
4. ເພີ່ມເຄື່ອງປະດັບ: ຊອກເຄື່ອງປະດັບ ໂດຍສະເພາະສ້ອຍຄໍສີແຈ້ງ ຈະຊ່ວຍດຶງດູດຈຸດເດັ່ນໄປຍັງຈຸດອື່ນ ທີ່ບໍ່ແມ່ນກົ້ນໄດ້
5. ກະໂປງຊົງເອ: ຊ່ວຍປົກປິດຊົງຂອງກົ້ນ ແລ້ວມາເນັ້ນທີ່ແອວຫຼາຍຂຶ້ນ
6. ໃສ່ສົ້ງຂາກວ້າງກໍໄດ້: ສົ້ງຂາກວ້າງຈະອໍາພາງຫຸ່ນທັງໝົດໃຫ້ຈ່ອຍ ແລະ ພຽວລົງທັນທີ
7. ການເລືອກກະເປົາກໍ່ສໍາຄັນ: ຄວນເລືອກກະເປົາທີ່ເປັນສາຍພາຍເພື່ອທີ່ຈະປົກປິດກົ້ນໄດ້
By: BeuatyGuru
Cr: Sprice