Breaking News

ເຮັດແບບນີ້ອາດເຖົ້າແບບບໍ່ຮູ້ຕົວ

ແບ່ງປັນ

       ເຮັດແບບນີ້ອາດເຖົ້າແບບບໍ່ຮູ້ຕົວ                        

ມີຕົວການຫຼາຍຢ່າງທີ່ທໍາຮ້າຍຜິວພັນຂອງຜູ້ຍິງເຮົາ ແລະ ໜຶ່ງໃນນັ້ນການສະແດງອາລົມລວມໄປເຖິງການເຮັດພຶດຕິກໍາບາງຢ່າງທີ່ເຮັດໃຫ້ຜິວພັນແຫ່ວ ແລະ ເຖົ້າແບບບໍ່ຮູ້ຕົວ.

  • ພຶດຕິກໍາບາງຢ່າງອາດທໍາຮ້າຍຜິວພັນໃຫ້ຊຸດໂຊມໂດຍທີ່ທ່ານບໍ່ຮູ້ຕົວໄດ້ ສະນັ້ນຕ້ອງລະວັງສິ່ງຕໍ່ໄປນີ້:

ໃຊ້ Cleanser ຜິດ: ຖ້າທ່ານຮູ້ສຶກຜິວແຫ້ງຜິວເຄັ່ງທຸກຄັ້ງຫຼັງຈາກລ້າງໜ້າ Cleanser ທີ່ທ່ານໃຊ້ຢູ່ອາດທໍາລາຍນໍ້າມັນຫຼໍ່ລ້ຽງຜິວຕາມທໍາມະຊາດ ເຊິ່ງເມື່ອປ່ອຍໃຫ້ຜິວແຫ້ງໄປດົນໆກໍຈະເຮັດໃຫ້ມີຮິ້ວຮອຍຂຶ້ນມາໄດ້.

     ນອນສະແຄງ: ການກົດໃບໜ້າເຂົ້າກັບໝອນຈົນເກີດຮອຍຊໍ້າແລ້ວຊໍ້າອີກ ຈະເຮັດໃຫ້ຮິ້ວຮອຍເຫຼົ່ານັ້ນຕິດຢູ່ເທິງໃບໜ້າແບບຖາວອນໄດ້ ຖ້າຢຸດການນອນສະແຄງບໍ່ໄດ້ແທ້ໆກໍ່ປ່ຽນສົບໝອນເປັນແບບຜ້າໄໝມື່ນໆແທນກໍອາດຈະຊ່ວຍຫຼຸດຜ່ອນໄດ້.

ສະແດງອາລົມ: ຖ້າທ່ານມັກສະແດງອາລົມເທິງໃບໜ້າຫຼາຍໆບໍ່ວ່າຈະເຮັດໜ້າຍີ້ມ ຫຼື ໜ້າຮ້າຍການກະທໍາຕ່າງໆກໍ່ລ້ວນແລ້ວແຕ່ຈະເຮັດໃຫ້ເກີດຮິ້ວຮອຍທີ່ກາຍເປັນຮິ້ວຮອຍຖາວອນໄດ້.

  • ສະນັ້ນຢ່າສະແດງອາລົມຫຼາຍເກີນໄປ ແລະ ຊອກຫາແວ່ນກັນແດດມາໃສ່ເວລາອອກທາງນອກ.

 

ແບ່ງປັນ