Breaking News

5 ທ່າອອກກໍາລັງກາຍແບບງ່າຍໆ ກໍາຈັດໄຂມັນຂາໂຕ້

ແບ່ງປັນ

ສາວໆກໍາລັງຫງຸດຫງິດກັບໄຂມັນຕົ້ນຂາຕົນເອງຢູ່ແມ່ນບໍ່? ຖ້າຢາກກໍາຈັດມັນໃຫ້ໝົດໄປ ລອງມາອອກກໍາລັງກາຍຕາມທ່າຕ່າງໆລຸ່ມນີ້ ແລ້ວຂາຂອງສາວໆຈະງາມຢ່າງແນ່ນອນ.

  1. Single – Leg Romanian Dead lifts
  • ຖືດຳເບວ (Dumbbell) ທັງ 2 ຂ້າງຂະໜາດ 5 – 10 ກິໂລ
  • ຈາກນັ້ນຍົກຂາຊ້າຍໄປດ້ານຫຼັງ ໃຫ້ສຸດຂາ
  • ກັບມາໃນຕໍາແໜ່ງເກົ່າ ສະຫຼັບຂ້າງ ເຮັດຊໍ້າ 15 ຄັ້ງ 3 ຮອບ

  1. Knee to the Chest
  • ນອນຫງາຍ ຍົກຂາຂ້າງໃດຂ້າງໜຶ່ງຂຶ້ນ ໂດຍຍົກຂຶ້ນມາໃຫ້ຕິດໜ້າເອິກ
  • ສູດລົມຫາຍໃຈເຂົ້າຊ້າໆ ຍັງງໍເຂົ່າຂຶ້ນ ຢ່າໃຫ້ສໍາຜັດພື້ນດິນ
  • ປ່ອຍຂ້າລົງພື້ນຊ້າໆ ຢູ່ໃນທ່າເລີ່ມຕົ້ນອີກຄັ້ງ ແລ້ວສະຫຼັບຂ້າງ
  • ເຮັດແນວນີ້ 20 ຄັ້ງ

  1. Single – Leg Supine Hip Extension
  • ນອນຫງາຍຊັນຂາຂຶ້ນ ຍົກຂາຂຶ້ນໜຶ່ງຂ້າງໃຫ້ຂາຊື່
  • ຈາກນັ້ນຍົກສະໂພກຂຶ້ນເໜືອພື້ນ
  • ຈາກນັ້ນຄ່ອຍໆຫຼຸດສະໂພກລົງ ເພື່ອກັບສູ່ຕໍາແໜ່ງເລີ່ມຕົ້ນ ເຮັດຊໍ້າ 15 ຄັ້ງ ຈາກນັ້ນປ່ຽນຂ້າງ

  1. Around – the – Clock Lunges
  • ເອົາມືຄໍ້າແອວ ອ້າຂາໄປທາງດ້ານໜ້າ ໄປຍັງຕໍາແໜ່ງ 12 ໂມງ
  • ກັບມາຢືນທີ່ຕໍາແໜ່ງເກົ່າ ງໍເຂົ່າໄປທາງຂວາໄປຍັງຕໍາແໜ່ງ 3 ໂມງ
  • ກັບມາຢືນທີ່ຕໍາແໜ່ງເກົ່າ ແລ້ວເຄື່ອນຂາໄປທີ່ຕໍາແໜ່ງ 6 ໂມງ
  • ຈາກນັ້ນປ່ຽນຕໍາແໜ່ງໄປທາງດ້ານຂ້າງ ທີ່ຕໍາແໜ່ງ 9 ໂມງ
  • ເຮັດຊໍ້າຢ່າງໜ້ອຍ 3 ຮອບ ຮອບລະ 15 ຄັ້ງ

  1. Leg Kicks
  • ຢືນທ່າປົກກະຕິ ຍື່ນແຂນຂ້າງໃດຂ້າງໜຶ່ງອອກມາດ້ານຂ້າງ
  • ຈາກນັ້ນຢືດຂາໄປທາງໜ້າໃຫ້ສູງທີ່ສຸດເທົ່າທີ່ຈະເຮັດໃຫ້
  • ຫາຍໃຈເຂົ້າ ແລະ ດຶງຂາກັບສູ່ຕໍາແໜ່ງເດີມ ເຮັດຊໍ້າ 10 – 15 ຄັ້ງ ແລ້ວສະຫຼັບຂ້າງ

ແບ່ງປັນ