Breaking News

ຢາກເປັນຜູ້ຍິງທີ່ໜ້າຄົ້ນຫາຄວນເຮັດແບບໃດ? ມາເບິ່ງເຄັດລັບກັນ!!

ແບ່ງປັນ

ຢາກເປັນຜູ້ຍິງທີ່ໜ້າຄົ້ນຫາຄວນເຮັດແບບໃດ? ມາເບິ່ງເຄັດລັບກັນ!!

ການສ້າງແຮງດຶງດູດຕໍ່ເພດກົງກັນຂ້າມ ໃນອີກຮູບແບບໜຶ່ງ ຄືການເຮັດໃຫ້ຕົນເອງໜ້າຄົ້ນຫາ, ມີສະເໜ່ ສາວໆສາມາດສ້າງໄດ້ຈາກການວາງຕົວ ແລະ ປັບທັດສະນະຄະຕິ.

  1. ເປັນຄົນເບິ່ງແຍງຕົນເອງ

ເຮັດໃນສິ່ງທີ່ຕົນເອງຮັກ ຮັບປະທານອາຫານດີໆ, ແຕ່ງຕົວດູດີ ອອກກໍາລັງກາຍໃຫ້ເບິ່ງເປັນຄົນສົດຊື່ນ ຕະລອດເວລາ

  1. ບໍ່ເວົ້າຟຸມເຟືອຍ

ເວົ້າເລື່ອງທີ່ຢູ່ໃນປະເດັນ ການເວົ້າຫຼາຍເກີນໄປກໍເຮັດໃຫ້ໜ້າເບື່ອຫຼືເປັນການຮຽກຮ້ອງບາງຢ່າງ

  1. ແຕ່ງກາຍແບບລຽບງ່າຍ

ການແຕ່ງກາຍທີ່ພໍດີ ຖືກກັບກາລະ-ເທສະ ຈຶ່ງບໍ່ເຮັດໃຫ້ທ່ານເປັນຄົນເປີດເຜີຍຫຼາຍເກີນໄປ

  1. ຕາຈ້ອງຕາ

ເບິ່ງຄູ່ສົນທະນາດ້ວຍສາຍຕາທີ່ຜ່ອນຄາຍ ເພື່ອໃຫ້ຄູ່ສົນທະນາຮູ້ສຶກຕົກຢູ່ໃນຄວາມຮູ້ສຶກດຽວກັບທ່ານ

  1. ໝັ້ນໃຈໃນຕົວເອງ

ແຕ່ຕ້ອງສະແດງອອກໃນສິ່ງທີ່ຖືກຕ້ອງ ບໍ່ແມ່ນວ່າເຮັດໃນສິ່ງທີ່ຜິດແຕ່ກໍຍັງໝັ້ນໃຈໂດຍບໍ່ສົນໃຈຄົນອື່ນ

  1. ມີຄວາມເປັນສ່ວນຕົວ

ມີສັງຄົມຂອງຕົນເອງ ມີຄວາມສົນໃຈສະເພາະເລື່ອງ ເຮັດສິ່ງໃດສິ່ງໜຶ່ງດ້ວຍຕົນເອງ

  1. ເຮັດຕົວມີຄວາມລັບ

ຢ່າເປີດເຜີຍຫຼາຍເກີນໄປ ຢ່າໃຫ້ເຂົາເດົາທ່ານໄດ້ທຸກອາລົມ ທຸກຄວາມຮູ້ສຶກ

ແບ່ງປັນ