Breaking News

ແປ້ງບໍ່ປະສົມຮອງພື້ນ ດີແທ້ຊໍ່າໃດ? ມາເບິ່ງ…

ແບ່ງປັນ

ແປ້ງບໍ່ປະສົມຮອງພື້ນ ຕົວຊ່ວຍໜ້ານຽນໃສ

  • Chanel Les Beiges Healthy Glow Sheer Powder SPF15 PA++ ພຽງເຫັນກັບມັນກໍ່ຕ້ອງຮ້ອງແລ້ວ ເພາະເບິ່ງມັນແລ້ວມັນຫຼູຫຼາໄຮໂຊ ຕົວນີ້ເປັນແປ້ງບໍ່ປະສົມຮອງພື້ນທີ່ທາແລ້ວຄ້າຍຄືວ່າບໍ່ໄດ້ທາ ແຕ່ຊ່ວຍປັບໃຫ້ໜ້ານຽນເປັນທໍາມະຊາດ ຄືວ່າເປັນຄົນທີ່ມີຜິວພັນດີມາແຕ່ເກີດວ່າຊັ້ນສາ.

e556_1

  • Physicians Formula Youthful Wear Cosmeceutical Youth Boosting Spotless Powder SPF 15 ນີ້ລະຄືແປ້ງໜ້າເດັກຕົວຮ໋ອດຕົວຮິດ ເນື້ອແປ້ງບາງເບົາທາແລ້ວສະບາຍໜ້າ ແລະ ຍັງຊ່ວຍປົກປິດຮິ້ວຮອຍ ແລະ ຈຸດດ່າງດໍາໄດ້ດີອີກດ້ວຍ ສິ່ງທີ່ສໍາຄັນທີ່ສຸດຄືມີສານກັນແດດພ້ອມອີກຄຸນສົມບັດ.

e559_2

  • Rimmel Stay Matte Pressed Powder ແປ້ງບໍ່ປະສົມຮອງພື້ນກັບປະຫຼາດ ແຕ່ບອກເລີຍວ່າຄຸນນະພາບດີເລີດ ເພາະເຖິງແມ່ນວ່າຈະເປັນກັບກົມບໍ່ມີແວ່ນ ແຕ່ສາວໆຫຼາຍຄົນເທໃຈໃຫ້ວ່າມັນຄືແປ້ງທີ່ຄວບຄຸມຄວາມມັນໄດ້ດີ.

e561_3

  • Laura Mercier Pressed Setting Powder ຂຶ້ນຊື່ເລື່ອງງານແປ້ງເພື່ອຜິວພັນນຽນງາມຢູ່ແລ້ວ ແລະ ແນ່ນອນວ່າແປ້ງບໍ່ປະສົມຮອງພື້ນຈາກ Laura Mercier ຕົວນີ້ກໍ່ສາມາດຄວບຄຸມຄວາມມັນໄດ້ດີ ແຕ່ສໍາລັບຄົນທີ່ມີຮອຍສິວທີ່ຕ້ອງການປົກປິດ ຕົວນີ້ອາດຈະບໍ່ຊ່ວຍໄດ້ຫຼາຍເທົ່າໃດ.

e557_3

  • Nars Pressed Powder ຖ້າຢ້ານແປ້ງປະສົມຮອງພື້ນຈະບໍ່ຊ່ວຍປົກປິດຫຍັງເລີຍ ທ່ານຄິດຜິດແລ້ວ ເພາະແປ້ງບໍ່ປະສົມຮອງພື້ນກັບນີ້ເນື້ອດີ ທາແລ້ວນຽນປົກປິດໄດ້ດີ ແລະ ຍັງຄວບຄຸມຄວາມມັນໄດ້ດີອີກດ້ວຍ ສ່ວນສີກໍ່ມີໃຫ້ເລືອກຫຼາຍ.

e558_1

 

ແບ່ງປັນ