ການເຮັດສະປາຜິວ ໝາຍເຖິງ ການທໍາຄວາມສະອາດຜິວ ແລະ ເພີ່ມອາຫານເສີມບໍາລຸງຜິວໃຫ້ເລິກເຂົ້າສູ່ຊັ້ນພາຍໃນ ໂດຍມີວິທີຕ່າງໆທີ່ແຕກຕ່າງກັນອອກໄປເຊັ່ນ: ການເຮັດສະປາດ້ວຍການນວດ, ຂັດ, ອົບອາຍນໍ້າ ຫຼື ພອກ ເຊິ່ງວິທີການເຫຼົ່ານີ້ຖ້າເຮັດຕະຫຼອດຢ່າງຕໍ່ເນື່ອງ ກໍຈະເຫັນໄດ້ເຖິງຄວາມປ່ຽນແປງທີ່ເກີດຂຶ້ນກັບຜິວໄດ້ຢ່າງຈະແຈ້ງ ເຊິ່ງຖືວ່າເປັນຜົນປະໂຫຍດທີ່ໄດ້ຈາກການເຮັດສະປາຜິວໂດຍກົງ ແຕ່ສາວໆຮູ້ບໍ່ວ່າ ນອກຈາກຄວາມສະບາຍທີ່ສາວໆຈະໄດ້ຮັບແລ້ວ ການເຮັດສະປາຍັງມີຜົນປະໂຫຍດອື່ນໆອີກຫຼາກຫຼາຍນຳອີກ
- ຜ່ອນຄາຍ ສະບາຍໃຈ.
ທຸກມື້ນີ້ຄວາມຕຶງຄຽດມັກຈະເປັນສາເຫດຫຼັກໆ ເຮັດໃຫ້ບັນຫາຜິວຊຸດໂຊມລົງກວ່າເກົ່າ ເພາະຄວາມຕຶງຄຽດຈະເຮັດໃຫ້ລະບົບປ້ອງກັນຜິວໜັງອ່ອນແອລົງ ດັ່ງນັ້ນ ການເຮັດສະປາຜິວຈະຊ່ວຍຜ່ອນຄາຍຄວາມຕຶງຄຽດລົງໄດ້ເປັນຢ່າງດີ ບວກກັບຖ້າໄດ້ຟັງເພງຄ່ອຍໆສະບາຍໆ ກໍຈະຊ່ວຍໃຫ້ສະໝອງປອດໂປ່ງຫຼາຍຂຶ້ນໄດ້.
- ຊ່ວຍໃຫ້ຜິວພັນສົດໃສຂຶ້ນ.
ການເຮັດສະປາຜິວເຊັ່ນ: ການຂັດຜິວ ແລະ ການອົບອາຍນໍ້າ ຈະຊ່ວຍກະຕຸ້ນການໄຫຼວຽນຂອງເລືອດໃຫ້ດີຂຶ້ນ ເຊິ່ງມັນຈະສົ່ງຜົນໃຫ້ການລໍາລຽງອົກຊີແຊນ ແລະ ສານອາຫານໄປຫາຜິວຊ່ວຍໃຫ້ເຮັດວຽກໄດ້ດີຂຶ້ນ ນອກຈາກນີ້ ຍັງຊ່ວຍກໍາຈັດສິ່ງຕົກຄ້າງ ແລະ ສິ່ງເສດເຫຼືອອອກຈາກຮ່າງກາຍ, ຊ່ວຍກໍາຈັດຈຸລັງ (Cells) ຜິວທີ່ຕາຍແລ້ວໃຫ້ຫຼຸດລອກອອກໄປ ເຊິ່ງຈະເຮັດໃຫ້ຜິວພັນສົດໃສຂຶ້ນ.
- ຊ່ວຍທໍາຄວາມສະອາດຜິວໄດ້ດີ ແລະ ກໍາຈັດສິ່ງອຸດຕັນຈາກຮູຂົນ.
ຄົນສ່ວນຫຼາຍມັກຈະມີນໍ້າມັນ ແລະ ສິ່ງເປິເປື້ອນທີ່ຕົກຄ້າງຢູ່ບໍລິເວນຜິວໜັງ ຈາກການລ້າງໜ້າ ຫຼື ຊໍາລະລ້າງສິ່ງເປິເປື້ອນອອກບໍ່ໝົດ ອັນເປັນສາເຫດສໍາຄັນເຮັດໃຫ້ເກີດບັນຫາຜິວເຊັ່ນ: ສິວຫົວດໍາ ຫຼື ສິວສ້ຽນ, ສິວອຸດຕັນ ແລະ ສິວອັກເສບ ແຕ່ການເຮັດສະປາຜິວຈະສາມາດເຂົ້າໄປທໍາຄວາມສະອາດຜິວໄດ້ດີກວ່າການລ້າງໜ້າ ຫຼື ອາບນໍ້າປົກກະຕິ ເຊິ່ງຈະສາມາດກໍາຈັດສິ່ງຕົກຄ້າງໃນຮູຂົນໄດ້ຢ່າງສະອາດ ນອກຈາກນີ້ຍັງຈະຊ່ວຍໃຫ້ຮູຂົນນ້ອຍລົງອີກດ້ວຍ ເພາະບໍ່ມີສິ່ງເປິເປື້ອນໄປອຸດຕັນໄວ້.
- ຊ່ວຍປັບສະພາບຜິວ ແລະ ຫຼຸດບັນຫາຜິວ
ຖ້າໃຜທີ່ເປັນຄົນຜິວມັນ ຜິວຂອງສາວໆຈະອຸດຕັນ ແລະ ຮູຂົນກວ້າງໄດ້ງ່າຍ, ເຮັດໃຫ້ຜິວໝອງຄໍ້າ ເພາະນໍ້າມັນສະສົມຢູ່ເທິງຜິວ ການເຮັດສະປາຈະຊ່ວຍປັບສະພາບຜິວ ແລະ ຊ່ວຍໃຫ້ຜິວສົດໃສຂຶ້ນ ຫຼື ສໍາລັບໃຜທີ່ມີຜິວແຫ້ງ ຜິວຂອງສາວໆອາດຈະລອກໄດ້ງ່າຍ ເຊິ່ງການເຮັດສະປາຈະຊ່ວຍກໍາຈັດບັນຫາຜິວລອກໃຫ້ດີຂຶ້ນ ແລະ ຍັງຊ່ວຍເພີ່ມຄວາມຊຸ່ມຊື່ນໃຫ້ແກ່ຜິວໄດ້ອີກດ້ວຍ.
- ຜິວຈະສາມາດດູດຊຶມຄີມບໍາລຸງຜິວໄດ້ດີຂຶ້ນ.
ເນື່ອງຈາກນໍ້າມັນ ແລະ ສິ່ງເປິເປື້ອນທີ່ຕົກຄ້າງຢູ່ຜິວໜັງ ຈະສະກັດກັ້ນການດູດຊຶມຂອງຄີມບໍາລຸງຜິວ ດັ່ງນັ້ນ ຫຼັງຈາກການເຮັດສະປາ ໂດຍການລ້າງຜິວໃຫ້ສະອາດແລ້ວ ຄີມບໍາລຸງຜິວຕ່າງໆກໍຈະສາມາດຊຶມລົງສູ່ຜິວໄດ້ງ່າຍ ແລະ ເລິກຫຼາຍຂຶ້ນ.
- ຊ່ວຍປ້ອງກັນຮອຍແຫ່ວ ແລະ ຜິວຍານ.
ການເຮັດສະປາໂດຍການນວດ ຜິວຂອງສາວໆຈະໄດ້ຮັບການກະຕຸ້ນການໄຫຼວຽນຂອງເລືອດ ເຊິ່ງຈະເຮັດໃຫ້ຜິວສົດໃສ, ຊຸມຊື່ນ ແລະ ສົ່ງຜົນໃຫ້ຜິວເຄັ່ງຕຶງຫຼາຍຂຶ້ນ.