ເປັນອີກມຸມໜ້າຮັກໆ ມຸມປະທັບໃຈ ທີ່ຢາກຈະມາເລົ່າຂ່າວສູ່ແຟນໆຟັງ ເປັນເລື່ອງລາວຂອງເດັກນັກຮຽນມັດທະຍົມປາຍຈາກ ສະຫະລັດອາເມລິກາ (USA) ທີ່ມີໂອກາດໄດ້ມາຢ້ຽມຢາມ ນະຄອນຫຼວງພະບາງ ປະເທດລາວ ເຊິ່ງພວກເຂົາໄດ້ໄປທີ່ວັດຊຽງທອງ ວັດເກົ່າແກ່ບູຮານ ເພື່ອຮຽນຮູ້ກ່ຽວກັບວັດທະນະທຳລາວ ນຳພາໂດຍບັນດາທູດວັດທະນະທຳໄວໜຸ່ມຈາກລາວຈຳນວນ 5 ນ້ອງຈາກ @Mylibrary ທີ່ແຂວງຫຼວງພະບາງ, ເຊິ່ງແຟນໆຮູ້ຫຼືບໍ່ວ່າເມື່ອນ້ອງໆນັກຮຽນຈາກ ສະຫະລັດອາເມລິກາ ໄດ້ເຫັນພວກເຂົາຕ່າງກໍ່ພາກັນຕົກຕະລຶງກັບຄວາມສວຍສົດງົດງາມຂອງວັດວາອາຮາມ ບໍ່ຄິດວ່າຈະມີສະຖານທີ່ໃດໃນໂລກທີ່ສວຍງາມ ສົມແລ້ວທີ່ເປັນເມືອງມໍລະດົກໂລກ.
ເຊິ່ງຕົວແທນນ້ອງໆນັກຮຽນຈາກ ສະຫະລັດອາເມລິກາ ຍັງໄດ້ກ່າວວ່າ: “ຢູ່ນີ້ຮ້ອນໜ້ອຍໜຶ່ງ, ແຕ່ວ່າປະຊາຊົນລາວ ໃຈດີຫຼາຍ ແລະ ວັດວາອາຮາມກໍງາມອີ່ຫຼີ! ປະສົບການໃນ ສປປ ລາວຂອງຂ້າພະເຈົ້າຕອນນີ້ແມ່ນມ່ວນຫຼາຍ! ຂ້າພະເຈົ້າພ້ອມແລ້ວທີ່ຈະຮຽນຮູ້ຕື່ມອີກ!”
(ຢ່າງໃດກໍ່ຍິນດີຕ້ອນຮັບ ນ້ອງໆນັກຮຽນຈາກ ສະຫະລັດອາເມລິກາ ທຸກໆຄົນ, ຂໍໃຫ້ທ່ອງທ່ຽວ ປະເທດລາວ ຢ່າງມ່ວນຊື່ນ ແລະ ມີຄວາມສຸກ)
ທີ່ມາ: fb/U.S. Embassy Vientiane