Breaking News

ທີມສຳຫຼວດຖ້ຳຈາກຍີ່ປຸ່ນຊີ້! ຖໍ້າຢູ່ແຂວງວຽງຈັນ ອາດເປັນຖໍ້າທີ່ໃຫຍ່ທີ່ສຸດໃນໂລກ….

ແບ່ງປັນ

ທ່ານ ຄັດຊຶຈິ ໂຍຊິດະ (Katsuji Yoshida) ເປັນໜຶ່ງໃນນັກສຳຫຼວດຖ້ຳ ທີ່ມີຊື່ສຽງໂດ່ງດັງຂອງໂລກ ເຄີຍສຳຫຼວດຖ້ຳມາແລ້ວຫຼາຍບ່ອນ ແລະ ໄດ້ຄົ້ນພົບຖ້ຳແຫ່ງໃໝ່ໃນໂລກມາແລ້ວ 6 ແຫ່ງ ຫຼັງຈາກ ທີ່ໄດ້ສຶກສາກ່ຽວກັບຖ້ຳມາດົນ ຈຶ່ງຕັ້ງສົມມຸດຖານຂຶ້ນມາວ່າ ຢູ່ລາວອາດມີຖ້ຳທີ່ໃຫຍ່ທີ່ສຸດໃນໂລກກໍເປັນໄດ້ ສະນັ້ນ ຈຶ່ງໄດ້ເລີ່ມການວິໄຈແລະ ສຳຫຼວດ ຖ້ຳຢູ່ລາວເປັນເວລາເຖິງ 2 ປີ. ທີມງານສຳຫຼວດ (ມີ 6 ຄົນ) ໄດ້ໃຊ້ເວລາສຳຫຼວດຖ້ຳຢູ່ລາວ ທີ່ຍັງບໍ່ທັນເຄີຍມີການສຳຫຼວດມາກ່ອນ (ຫຼັງຈາກທີ່ໄດ້ຮັບຂໍ້ມູນຈາກຊາວບ້ານ) ໂດຍເລີ່ມສໍາຫຼວດຖໍ້າຢູ່ ເມືອງ ແມດ ແຂວງວຽງຈັນ ບາງຄົນອາດຮູ້ຈັກ ແລະ ເຄີຍໄປມາແລ້ວ ແຕ່ຖໍ້າແຫ່ງນີ້ ຍັງບໍ່ທັນເຄີຍມີນັກສຳຫຼວດກຸ່ມໃດ ເຂົ້າໄປສຳຫຼວດຢູ່ຂ້າງໃນມາກ່ອນ.

ທີມງານສຳຫຼວດຕັ້ງຄ້າຍຢູ່ຈຸດນີ້ເປັນເວລາໜຶ່ງເດືອນ ຈົນຄົ້ນພົບວ່າ ຢູ່ໃນຖ້ຳ ມີຫີນຍ້ອຍ, ມີຄວາມມືດ ແລະ ໜາວຫຼາຍເມື່ອເຂົ້າໄປໃນຖໍ້າ ທີມສຳຫຼວດກ່າວວ່າ ຫີນຍ້ອຍນີ້ມີສີຂາວກວ່າບ່ອນອື່ນໆທີ່ເຄີຍພົບມາ ສະພາບອາກາດໃນຖ້ຳ ມີຄວາມສົດຫຼາຍ ຄວາມຊຸ່ມໃນຖ້ຳມີຫຼາຍກວ່າ 98% ເຮັດໃຫ້ກ້ອງທີ່ທີມສຳຫຼວດນຳເຂົ້າໄປນັ້ນ ໃຊ້ການບໍ່ໄດ້ 4 ໜ່ວຍ ຈາກ ທັງໝົດ 8 ໜ່ວຍທີ່ນຳເຂົ້າໄປ.

ຕາມທີ່ທີມງານສຳຫຼວດຮູ້ໃນຕອນນີ້ ໃນຖ້ຳບາງຈຸດ ມີຄວາມສູງເຖິງ 120 ແມັດ (ສູງປະມານຊ່ຳຕຶກ 30 ຊັ້ນ) ແລະກວ້າງ 400 ແມັດ ແຕ່ເຖິງຢ່າງໃດກໍຕາມ ນີ້ເປັນພຽງແຕ່ຂໍ້ມູນຂອງການສຳຫຼວດໃນເບື້ອງຕົ້ນ ຖ້ຳແຫ່ງນີ້ອາດມີຂະໜາດໃຫຍ່ກວ່ານີ້ກໍເປັນໄດ້ ເຊິ່ງທີມງານສຳຫຼວດຍັງຈະໄດ້ສຳຫຼວດຕໍ່ໄປ ຈົນກວ່າຈະສຳເລັດພາລະກິດ. ທ່ານ ຄັດຊຶຈິ ໂຍຊິດະ ກ່າວວ່າ ຖ້ຳແຫ່ງນີ້ອາດເປັນຖ້ຳທີ່ໃຫຍ່ທີ່ສຸດຂອງໂລກ ເຊິ່ງທີມງານຈະໄດ້ມີການສຳຫຼວດອີກຕໍ່ໄປ.

ຂໍຂອບໃຈຮູບ ແລະ ທີ່ມາ: NHK (ຊ່ອງໂທລະພາບ ຂອງຍີ່ປຸ່ນ), Page: Khianlao

ແບ່ງປັນ