ຄົນລາວເຮົາຍາມສຸກກໍ່ສຸກດ້ວຍກັນ ເຖິງຄາວທຸກມີຫວ໋າ…ທີ່ເຮົາຈະຖິ້ມກັນ ເປັນພາບທີ່ສຸດປະທັບໃຈເມື່ອມີກຸ່ມແມ່ຄ້າຈາກຕະຫຼາດ ໜອງໜ້ຽວ ທີ່ຊ່ວຍກັນອອກເຫື່ອເທແຮງ ເຮັດຊີ້ນຫຼອດ ພ້ອມທັງລະດົມທຶນ ໄປມອບໃຫ້ແກ່ພີ່ນ້ອງ ຊາວແຂວງອັດຕະປື ທີ່ກຳລັງເດຶອດຮ້ອນຈາກນໍ້າຖ້ວມ.
ເຫັນນໍ້າໃຈຂອງຄົນລາວ ແລະ ຄົນທົ່ວໂລກທີ່ຫຼັ່ງໄຫຼ ເຂົ້າໄປຊ່ວຍເຫຼືອ ພໍ່ແມ່ພີ່ນ້ອງຊາວ ມ.ສະໜາມໄຊ ແຂວງ ອັດຕະປື ແລ້ວກໍ່ດີໃຈແທນ, ຢ່າງໃດກໍ່ຂໍເປັນກຳລັງໃຈແກ່ຜູ້ປະສົບໄພ ເຮົາຈະຜ່ານວິກິດຮ້າຍແຮງເທື່ອນີ້ໄປນຳກັນ #Prayforattapue #Prayforlaos .
ຮູບພາບ: FB/ເມກຂະຫຼາ ສະບາພອນ , Support Prime Minister Thongloun Sisoulith