Breaking News

ດາລາສາຍເຮຮາ ແຈ້ງເກີດໄດ້ຍ້ອນຄວາມຕະຫຼົກ!

ແບ່ງປັນ

ດາລາສາຍເຮຮາ ແຈ້ງເກີດໄດ້ຍ້ອນຄວາມຕະຫຼົກ!

ໂດຍ: “ຊະນີIndy”

ຄົງຈະຄຸ້ນໜ້າຄຸ້ນຕາກັນດີ ກັບດາລາຍິງສາຍເຮຮາຄົນນີ້ ອາມມີ່ ໄຊຊະນະວົງເພັດ ເພາະນາງກໍມີຜົນງານຫຼາກຫຼາຍ ແຕ່ນັ້ນບໍ່ແມ່ນປະເດັນທີ່ຈະມາພັນລະນາຜົນງານຂອງນາງແຕ່ຢ່າງໃດເພາະ “ຊະນີIndy” ໄດ້ມັກສັງເກດເຫັນນາງມັກໂພສຮູບພ້ອມກັບແຄັບຊັ່ນ (Captoin) ແນວຕະຫຼົກ ເຮຮາເຮັດໃຫ້ມີແຟນໆເຂົ້າມາກົດໄລ້ກົດແຊຣ (share) ຮູບຂອງນາງຢ່າງຫຼວງຫຼາຍ ດັ່ງນັ້ນ ສາເຫດທີ່ເຮັດໃຫ້ນາງສາມາດແຈ້ງເກີດ ນອກຈາກຄວາມສາມາດແລ້ວ ກໍແມ່ນຄວາມໂດດເດັ່ນແນວຕະຫຼົກເຮຮາຂອງນາງນັ້ນເອງ

ບາງເທື່ອ “ຊະນີIndy” ວ່າຈະເປັນດາລາ ຫຼື ເປັນຄົນທຳມະດາກໍບໍ່ຈຳເປັນທີ່ຈະຕ້ອງໜ້າຕາດີຢ່າງດຽວ ຂໍແຕ່ກ້າເປັນຕົວເອງ ໝັ້ນໃຈໃນທາງທີ່ດີ ມີແນວຄິດສ້າງສັນ ບໍ່ສ້າງຄວາມເດືອດຮ້ອນໃຫ້ແກ່ຄົນອ້ອມຂ້າງ ພຽງເທົ່ານີ້ໂອກາດດີໆກໍອາດຈະມາຫາເຮົາເອງໂດຍທີ່ບໍ່ຕ້ອງສະແຫວງຫາ.

 

“ປີນຂືນໄປເພືອຫມາກກະທັນໂດຍສະເພາະ”

“ຄິດຮອດຕົ້ມເປັດຢູ່ບ້ານ..,,ໃຜໃຈສີຕົ້ມໃຫ້ກີນອີກນໍ”

“ຄັ້ງທຳອີດທີ່ໄດ້ຂີ້ຊ້າງ ຕື່ນເຕັ້ນຫລາຍ”

“ເຮັດສວນຢູ່ນິແຕ່ນອ້ຍຈົນໃຫ່ຍ .ຜັກປອດສານພິດ”

“ກີນກະແລ໋ມ..ທ້າລົມຫນາວ ກະແລ໋ມໂຄດຫນ້າຮັກຈົນສີບໍ່ກ້າກີນ”

“ຂະຫນາດຄຳແກ້ວເປັນງູ ທົດສະພົນກະຍັງຮັກ ຂອ້ຍເປັນຄົນຄັກຄັກຄືບໍ່ມີໃຜມາຮັກຂອ້ຍແດ”

ຮູບພາບຈາກ: Armmy Saysanavongphet

ແບ່ງປັນ