Breaking News

ເຈ້ຍ ປາສິຟິກ ເປີດກ້ອງຮູບເງົາເລື່ອງໃໝ່ລວມດາລາດັງໆໄວ້ພ້ຽບ!!!

ແບ່ງປັນ

ເຈ້ຍ ປາສິຟິກ ເປີດກ້ອງຮູບເງົາເລື່ອງໃໝ່ ລວມດາລາດັງໆໄວ້ພ້ຽບ!!!

ໂດຍ:  “ຊະນີIndy”

ຜ່ານໄປແບບສົດໆຮ້ອນໆກັນເລີຍກັບພິທີໄຫ້ວຄູຂອງຮູບເງົາເລື່ອງ “ຫົງຫາມເຕົ່າ” ໃນວັນ 8 ມັງກອນ 2017 ທີ່ຜ່ານມາ, ເຊິ່ງມີນັກສະແດງ ແລະ ທີມງານເຂົ້າຮ່ວມເປັນຈຳນວນຫຼວງຫຼາຍນຳທີມໂດຍ ເຈ້ຍ ປາສິຟິກ, ລູກນ້ຳ ທິດາລັດ, ເບບີ້ ປິຍາມາດ, ອາມມີ່ ແລະ ອີກຈຳນວນຫຼາຍ, ເຊິ່ງໄດ້ຍິນມາວ່າເລື່ອງນີ້ນັກຮ້ອງສາຍຕະຫຼົກ ເຈ້ຍ ປາຊີຟິກ ເປັນທັງຄົນກຳກັບ ແລະ ຂຽນບົດເອງ ສ່ວນວ່າຮູບເງົາເລື່ອງນີ້ຈະອອກມາໃນແນວທາງໃດນັ້ນຈົ່ງລໍຖ້າຕໍ່ໄປເພາະເພິ່ນກຳລັງຢູ່ໃນຊ່ວງຖ່າຍທຳນັ້ນເອງ.

“ຊະນີIndy” ບໍ່ໄດ້ມາອັບເດດສູ່ຟັງລ້າໆໃດແຕ່ຍັງນຳເອົາພາບບັນຍາກາດມາໃຫ້ເພື່ອນໆໄດ້ເບິ່ງນຳ ລໍຖ້າຢູ່ເຮັດຫຍັງມາເບິ່ງເລີຍ…!

ພາບຈາກ: Jear Pacific, B’Bie Piyamarth

ແບ່ງປັນ