Breaking News

ເຕັກນິກການແຕ່ງໜ້າໃຫ້ງາມບໍ່ແພ້ການເຮັດສັນຍະກໍາ!!!

ແບ່ງປັນ

ເຕັກນິກການແຕ່ງໜ້າໃຫ້ງາມບໍ່ແພ້ການເຮັດສັນຍະກໍາ!!!

ຢາກງາມບໍ່ຈໍາເປັນຕ້ອງເຮັດສັນຍະກໍາສະເໝີໄປ ເພາະເຮົາສາມາດແຕ່ງໜ້າເພື່ອໂຊຄວາມງາມໂດດເດັ່ນຂອງໜ້າໄດ້ທັງຍັງສາມາດປັບຮູບໜ້າໃໝ່ໃຫ້ຄືກັບການໄປເຮັດສັນຍະກໍາມາເລີຍ ເຊິ່ງມື້ນີ້ເຮົາມີ 4 ວິທີການແຕ່ງໜ້າໃຫ້ງາມມາຝາກສາວໆກັນ ແລະ ຈະມີວິທີໃດນັ້ນເຮົາໄປເບີ່ງພ້ອມໆກັນເລີຍ…

  1. ແຕ່ງແກ້ມງາມດ້ວຍບຣອນເຊີ

ຢາກໃຫ້ແກ້ມແຫຼມນ້ອຍລົງບໍ່ຕ້ອງໄປເຮັດສັນຍະກໍາໃຫ້ເຈັບຕົວ ພຽງແຕ່ແຕ່ງໜ້າດ້ວຍອາວຸດລັບຄື ບຣອນຊີກໍຈະປ່ຽນແກ້ມຕຸ້ຍໆ ກົມໆ ໃຫ້ນ້ອຍລົງຈົນກາຍເປັນສາວໜ້າແຫຼມງາມໄດ້ແລ້ວ ໂດຍໃຫ້ເລືອກບຣອນເຊີ ທີ່ມີສີເຂັ້ມກວ່າສີຜິວປະມານ 2 ສີ ຈາກນັ້ນໃຫ້ທາລົງເທິງຂະມັບແກ້ມ ແແລະ ຄາງເຂ່ຍໃຫ້ທົ່ວສະໝໍ່າສະເໝີ ເທົ່ານີ້ກໍງາມຈົນຄືໄປເຮັດສັນຍະກໍາມາແລ້ວ.

  1. ໜ້າເດັກລົງດ້ວຍ ບລັສອອນ

ໜ້າເດັກລົງໄດ້ໂດຍບໍ່ຕ້ອງໄປສັກໂບທ໋ອກ ຫຼື ອັບໜ້າໃຫ້ເດັກລົງ ເພາະນອກຈາກຈະເຮັດໃຫ້ສີ້ນເປືອງເງິນແລ້ວຍັງສ່ຽງອັນຕະລາຍຈາກຜົນຂ້າງຄຽງຂອງຢານໍາອີກ ທາງທີ່ດີມາເຮັດໜ້າໃຫ້ອ່ອນລົງດ້ວຍການແຕ່ງໜ້າກັນດີກວ່າ ດ້ວຍການເລືອກໃຊ້ບລັສອອນສີກຸຫຼາບ ເອົາມາປັດບໍລິເວນແກ້ມເບົາໆ ແລະ ໃຫ້ບາງທີ່ສຸດເທົ່ານີ້ກໍເລີດແລ້ວ.

  1. ຮີມສົບອວບອີ່ມດ້ວຍສະຕິດໄລເນີ

ເທຼນສຸດຮອດກັບຮີມສົບທີ່ອວບອີ່ມທີ່ສາວໆສ່ວນໃຫຍ່ຕ່າງໄຝ່ຝັນຢາກຈະມີຮີມສົບແບບນີ້ ແລະ ແນ່ນອນວ່າທາງເລືອກຂອງສາວໆສ່ວນຫຼາຍ ກໍແມ່ນການໄປເຮັດສັນຍະກໍານັ້ນເອງ ແຕ່ຢ່າຟ້າວຮູ້ບໍ່ວ່າເຮົາສາມມາດຕື່ມຄວາມງາມອວບອີ່ມໃຫ້ກັບຮີມສົບຂອງເຮົາໄດ້ງ່າຍໆ ພຽງແຕ່ໃຊ້ສະຕິກໄລເນີຮ່ວມກັບສະຕິກທໍາມະດາ ແລະ ສະຕິກມັນເທົ່ານັ້ນ ໂດຍການຂຽນຂອບປາກໃຫ້ກາຍຂອບປາກແທ້ອອກມາຈັກໜ້ອຍດ້ວຍສະຕິກໄລເນີ ຈາກນັ້ນທາສະຕິກທໍາມະດາລົງໄປໃຫ້ທົ່ວ ແລ້ວປິດທ້າຍດ້ວຍສະຕິກມັນເຄີ່ງກາງປາກພຽງເທົ່ານີ້ກໍໄດ້ຮີມສົບທີ່ອວບອີ່ມດັ່ງທີ່ໃຈຕ້ອງການແລ້ວ.

  1. ໄຮໄລ້ຍົກຕາໃຫ້ກະຊັບຂຶ້ນ

ດວງຕາທີ່ຫ່ຽວບໍ່ສົດໄສ ແກ້ໄຂໄດ້ດ້ວຍໄຮໄລການຍົກກະຊັບຕາ ໂດຍການເອົາໄຮໄລສີທີ່ເຂັ້ມກວ່າສີຜິວປະທານ 2 ສີ ມາປັດບໍລິເວນແກ້ມຄີ້ວໃຫ້ສູງຂຶ້ນກວ່າເກົ່າພຽງເທົ່ານີ້ກໍຈະເຮັດໃຫ້ດວງຕາຂອງທ່ານງາມ ແລະ ບໍ່ມີຮອຍຕີນກາທີ່ເຖົ້າກ່ອນໄວນໍາອີກ

ບໍ່ຍາກເລີຍແມ່ນບໍ່ກັບ 4 ວິທີແຕ່ງໜ້າເພື່ອປັບໃບໜ້າໃຫ້ງາມກະຊັບ ໂດຍບໍ່ຕ້ອງໄປເຮັດສັນຍະກໍາ ແຖມຍັງປະຢັດເງິນ ແລະ ບໍ່ສ່ຽງອັນຕະລາຍຕໍ່ຜົນຂ້າງຄຽງຂອງການເຮັດສັນຍະກໍານໍາອີກດ້ວຍ ແນວໃດກໍລອງເອົາເຕັກນິກນີ້ໄປເຮັດບີ່ງເດີ້ ຮັບຮອງວ່າຜັນທີ່ໄດ້ຮັບເປັນທີ່ພໍໃຈຢ່າງແນ່ນອນ.

 

ແບ່ງປັນ