Breaking News

ເລີ່ມແລ້ວ! ກັບການປະກວດ Miss Laos 2018 (ແຟນນາງງາມກຽມຈັບຕາເບິ່ງໄວ້ເລີຍ!!!)

ແບ່ງປັນ

“ນາງສາວລາວ ປະຈຳປີ 2018 (Miss Laos)  ເວທີແຫ່ງກຽດຕິຍົດ ແລະ ຄວາມພູມໃຈຂອງແມ່ຍິງລາວ”

ແວະວຽນມາທີ່ເວທີການປະກວດອັນຊົງກຽດອີກໜຶ່ງເວທີ ການປະກວດ ນາງສາວລາວ Miss Laos 2018 ທີ່ຫຼ້າສຸດໄດ້ມີການຖະແຫຼງຂ່າວຢ່າງເປັນທາງການໄປເປັນທີ່ຮຽບຮ້ອຍ ໃນວັນທີ 3 ກັນຍາ 2018 ທີ່ຜ່ານມາ.ຂໍບອກໄວ້ເລີຍວ່າເວທີ ນາງສາວລາວ Miss Laos 2018 ຮູ້ສຶກແຕກຕ່າງໄປຈາກປີກ່ອນໆ ເພາະກ່ອນໜ້າບໍ່ດົນມານີ້ ທາງກອງປະກວດກໍ່ໄດ້ຈັດ Meet and Greet ກໍ່ຄືໄດ້ຈັດງານລວມຕົວຂອງອະດີດນາງງາມ ບໍ່ວ່າຈະເປັນ ໄພລິນດາ ພິລາວັນ (ກິກ) ນາງສາວລາວ ປີ 2009, ມາໄລທິບ ສິງສາຫະນາດ ນາງສາວລາວ ປີ 2010, ທິດາລັດ ວົງສິຣິ (ລູກນໍ້າ) ນາງສາວລາວ ປີ 2011, ຄຣິດຕິນາ ລາສະສິມມາ ນາງສາວລາວ ປີ 2012 ແລະ ດວງພະໄທ ເມກສີທອງ ນາງສາວລາວ ປີ 2017 ເຊິ່ງການລວມຕົວຂອງພວກນາງໃນເທື່ອນີ້ກໍ່ບໍ່ທຳມະດາ ເພາະໄດ້ມີການຈັດກິດຈະກຳ Meet and Greet  ໃຫ້ກັບແຟນໆໄດ້ໃກ້ຊິດກັບນາງງາມໃນດວງໃຈກັນແບບສຸດພິເສດ ຈົນເປັນທີ່ຮືຮາມາແລ້ວ.

ໃນປີນີ້ທັງ ເພື່ອເປັນການຄົ້ນຫາ ແລະ ຈັດການປະກວດນາງສາວລາວ ປະຈຳປີ 2018 ໃຫ້ໄດ້ມາດຕະຖານ ແລະ ຖືກຕ້ອງ ບັນລຸຈຸດປະສົງ ແລະ ເປົ້າໝາຍຕ່າງໆ ຂອງໂຄງການທີ່ໄດ້ວາງໄວ້ທົ່ວປະເທດ ໂດຍມີ ທ່ານ ຄົມປັນຍາ ເພັງວິໄນຍາ ຜູ້ອຳນວຍການບໍລິສັດ ຄົມປັນຍາ ເອັນເຕີເທນເມັນອີເວັ້ນ ແອນ ອໍແກໄນເຊີ້ຈຳກັດ ຮັບໜ້າທີ່ເປັນປະທານໂຄງການນາງສາວລາວຢ່າງເປັນທາງການ.

ດັ່ງນັ້ນ, ເພື່ອຄົ້ນຫາຜູ້ທີ່ເໝາະສົມກັບຕຳແໜ່ງ ທາງກອງປະກວດຈຶ່ງຄົ້ນຫາ ຕົວແທນແມ່ຍິງລາວທີ່ມີຄວາມຮູ້ຄວາມສາມາດ, ກ້າສະແດງອອກ ແລະ ຮັກໃນວັດທະນະທຳການນຸ່ງຖືຂອງຊາດລາວ ເຊິ່ງຄຸນນະສົມບັດຂອງຜູ້ທີ່ຈະສະໝັກເຂົ້າປະກວດໃນເວທີ Miss Laos 2018 ມີດັ່ງນີ້:

1. ເປັນແມ່ຍິງໂດຍກຳເນີດ ແລະ ມີສັນຊາດລາວ

2. ໂສດ ແລະ ບໍ່ເຄີຍແຕ່ງງານມາກ່ອນ

3. ບໍ່ເຄີຍຜ່ານການມີບຸດມາກ່ອນ

4. ມີອາຍຸລະຫວ່າງ 18 ຫາ 26 ປີ

5. ມີລວງສູງຕັ້ງແຕ່ 165 ຊມ ຂຶ້ນໄປ

6. ມີຄວາມຮູ້ພື້ນຖານໃນດ້ານຕ່າງໆ

7. ເປັນບຸກຄົນທີ່ມີປະຫວັດ ແລະ ການປະພຶດທີ່ດີຕໍ່ສັງຄົມ

ກອງປະກວດ ນາງສາວລາວ Miss Laos 2018 ຈະມີການຄັດເລືອກສາວງາມຈາກແຕ່ລະແຂວງ ຮອບຄັດເລືອກຈະມີຕັ້ງແຕ່ມື້ນີ້ໄປຈົນເຖິງ 16 ຕຸລາ 2018, ຈະມີການຖະແຫຼງເພື່ອເປີດຕົວ 40 ສາວງາມທີ່ຜ່ານເຂົ້າຮອບສຸດທ້າຍໃນວັນທີ 2 ພະຈິກ 2018 ແລະ ຮອບຕັດສິນຈະມີຂຶ້ນໃນວັນທີ 7 ທັນວາ 2018ທີ່ຈະມາເຖິງນີ້.

ສາວງາມທີ່ໄດ້ຮັບຕຳແໜ່ງ Miss Laos 2018 ຈະໄດ້ຮັບເງິນ ພ້ອມມົງກຸດປະຈຳຕຳແໜ່ງ, ທຶນການສຶກສາຕໍ່ລະດັບປະລິນຍາຕີ ທີ ສປ ຈີນ ແລະ ພ້ອມດ້ວຍລາງວັນອີກຢ່າງຫຼວງຫຼາຍຈາກຜູ້ສະໜັບສະໜູນ, ນອກຈາກນັ້ນ Miss Laos 2018 ຍັງຈະໄດ້ຮັບຕໍາແໜ່ງ ນາງສາວທູດວັດທະນະທຳ, ທ່ອງທ່ຽວລາວ ແລະ ນາງສາວທູດດ້ານການສຶກສາອີກດ້ວຍ.

(ລາຍລະອຽດເພີ່ມຕື່ມເຂົ້າເບິ່ງໄດ້ທີ່ FB/MISS LAOS ນາງສາວລາວ)

Story: ຊະນີIndy

ແບ່ງປັນ