Breaking News

ແຈ້ງການ! ໃຫ້ພໍ່ແມ່ພີ່ນ້ອງກຽມໂຕ່ງນໍ້າໄວ້ໃຊ້ໃຫ້ພຽງພໍ ໄລຍະນີ້ການສະໜອງນໍ້າຈະບໍ່ປົກກະຕິ #ແຊຣບອກຕໍ່ໆກັນ

ແບ່ງປັນ

ລັດວິສາຫະກິດນໍ້າປະປາ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການ ສະບັບເລກທີ 0982 ໃນວັນທີ 3 ກັນຍາ 2018 ທີ່ຜ່ານມາ ເຊິ່ງລາຍລະອຽດມີດັ່ງຕໍ່ໄປນີ້:

“ລັດວິສາຫະກິດນໍ້າປະປາ ນະຄອນຫຼວງວຽງຈັນ ຂໍຖືເປັນກຽດຢ່າງສູງມາຍັງ ພະນັກງານ, ທະຫານ, ຕຳຫຼວດ, ພໍ່ແມ່ປະຊາຊົນ ແລະ ທົ່ວທຸກຫົວໜ່ວຍທຸລະກິດທຸກພາກສ່ວນ ຢູ່ນະຄອນຫຼວງວຽງຈັນຊາບວ່າ: ການສະໜອງນໍ້າປະປາຈະບໍ່ເປັນປົກກະຕິຍ້ອນສະພາບນໍ້າຂອງມີຄວາມຂຸ່ນສູງເກີນມາດຕະຖານການຜະລິດ ຂອງໂຮງງານຜະລິດນໍ້າປະປາ ເຊິ່ງອາດຈະສົ່ງຜົນຕໍ່ການຜະລິດ-ສະໜອງນໍ້າປະປາຢູ່ບາງເຂດ ບໍ່ປົກກະຕິ ແລະ ພຽງພໍຕໍ່ການຊົມໃຊ້ພາຍໃນ ນະຄອນຫຼວງວຽງຈັນ ໃນໄລຍະລະດູຝົນນີ້, ສະນັ້ນ ຈຶ່ງແຈ້ງມາຍັງທ່ານເພື່ອກະກຽມໂຕ່ງນໍ້າໄວ້ຊົມໃຊ້ໃຫ້ພຽງພໍ ຈົນກວ່າການຜະລິດ-ສະໜອງນໍ້າ ຈະເຂົ້າສູ່ສະພາບປົກກະຕິ”

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຮັບຊາບ ແລະ ຂໍອະໄພໃນຄວາມບໍ່ສະດວກ ຂອງການບໍລິການນໍ້າປະປາ ໃນໄລຍະນີ້ດ້ວຍ.

ທີ່ມາ: Support Prime Minister Thongloun Sisoulith

ແບ່ງປັນ