Breaking News

ຫວານໄປອີກໆໆໆ! ແອບເປີ້ນ-ຟຣຸກ ໃສ່ເສື້ອຄູ່ ໂຊຫວານແຄມທະເລ (ຂ້າຄົນໂສດ)

ແບ່ງປັນ

ຫວານ…ຫວານເວີ້ໆໆໆ ໜ້າຮັກໄປອີກ ສຳລັບ ແອບເປີ້ນ ສີສະຫງຽນ ແລະ ຟຣຸກ ຈິຣະ ຄູ່ຮັກສາວລາວ-ບ່າວໄທ ຫຼັງຈາກແຕ່ງດອງກັນໄປໄລຍະໜຶ່ງ ແຕ່ຄວາມຫວານຂອງທັງສອງກໍ່ຍັງມີໃຫ້ເຫັນກັນຢູ່ບໍ່ຂາດ, ຫຼ້າສຸດໂພສຮູບພາບການໄປຫຼິ້ນທະເລໃຫ້ແຟນໆໄດ້ອັບເດດ ແຖມຍັງບໍ່ໝົດແຕ່ເທົ່ານັ້ນ ເພາະທັງສອງຍັງໝັ່ນໂຊຄວາມຫວານມາໃນໂໝດເສື້ອຄູ່ ຈັບມືສະຫວີດຫວານ ແຖມຍັງມີໂມເມັ້ນຮ້ອງເພງຄູ່ກັນອີກ ໂອ້ຍໆໆໆຂ້າຄົນໂສດແບບບໍ່ທັນຕັ້ງຕົວກັນເລີຍ.

ແຖມ ໜຸ່ມ ຟຣຸກ ເຂີຍລາວ ຍັງໂພສຮູບພ້ອມແຄັບຊັ່ນໜ້າຮັກໆ ຍອກ ສາວ ແອັບເປີ້ນ ອີກວ່າ: “ຈັດເສື້ອມາຄ້າຍກັນ ຢາກໃສ່ເສື້ອຄູ່ກັນແມ່ນບໍ່ “  ເຮັດໃຫ້ມີແຟນໆເຂົ້າໄປກົດໄລ້ຢ່າງລົວໆ ເພາະເບິ່ງແນວໃດກໍ່ໜ້າຮັກຫຼາຍໆ.

(ຮູບນີ້ຂ້າຄົນໂສດໄປອີກໆໆໆ 555)

(ວ້າວວ!! ເຜັດໆໆໆຂະໜາດ)

(ຕາກ້ອງສ່ວນຕົວຂອງ ແອັບເປີ້ນ)

ເປັນຄູ່ທີ່ເໝາະສົມ ແລະ ໜ້າຮັກຫຼາຍໆວ່າບໍ່…ແຟນໆ

Story: ຊະນີIndy

ຮູບພາບ: Fluke Jira , Appleminiberry

ແບ່ງປັນ