Breaking News

ປ້ອງກັນການຖືກເອົາປຽບ! ນັກສຶກສາຈົບໃໝ່ ຫຼືຜູ້ທີ່ກຳລັງຢູ່ໃນໄລຍະທົດລອງວຽກງານຄວນຮູ້!!!

ແບ່ງປັນ

ນັກສຶກສາຈົບໃໝ່ ຫຼືຜູ້ທີ່ກຳລັງຢູ່ໃນໄລຍະທົດລອງວຽກງານ ຄວນຮູ້ໄວ້ເດີ້ວ່າ ເງື່ອນໄຂໃນກນທົດລອງວຽກງານ ທີ່ກ່າວໄວ້ໃນ ກົດໝາຍວ່າດ້ວຍແຮງງານ ສະບັບປັບປຸງ (2004) ມາດຕາ 79 (ປັບປຸງ) ການທົດລອງວຽກຂອງຜູ້ອອກແຮງງານ ເພິ່ນວ່າແນວໃດແດ່ ເພື່ອປ້ອງກັນການຖືກເອົາປຽບ ໄປອ່ານພ້ອມກັນເລີຍ:

  • ພາຍຫຼັງໄດ້ເຊັນສັນຍາແຮງງານ ກັບຜູ້ໃຊ້ແຮງງານແລ້ວ ຜູ້ອອກແຮງງານ ອາດຍັງໄດ້ຮັບການທົດລອງວຽກຈາກຜູ້ໃຊ້ແຮງງານ ເພື່ອຮູ້ວ່າຜູ້ກ່ຽວມີ ຫຼືບໍ່ມີຄວາມສາມາດເຮັດວຽກ
  • ສຳລັບວຽກທີ່ບໍ່ຮຽກຮ້ອງຄວາມຊຳນານງານນັ້ນ ກຳນົດເວລາທົດລອງ ບໍ່ໃຫ້ເກີນ 30 ວັນ, ສ່ວນວຽກທີ່ຮຽກຮ້ອງຄວາມຊຳນານ ທາງດ້ານວິຊາການນັ້ນ ບໍ່ໃຫ້ເກີນ 60 ວັນ
  • ໃນໄລຍະການທົດລອງວຽກນັ້ນ ຖ້າຜູ້ອອກແຮງງານຫາກຂາດວຽກ ຍ້ອນການເຈັບເປັນ ຫຼືຍ້ອນເຫດຜົນອື່ນທີ່ຈຳເປັນ ເວລາທີ່ຂາດວຽກນັ້ນ ບໍ່ໃຫ້ນັບ ເຂົ້າໃນໄລຍະເວລາການທົດລອງ ແຕ່ເວລາການຂາດວຽກນັ້ນ ສູງສຸດບໍ່ໃຫ້ເກີນ 10 ວັນ ຖ້າບໍ່ດັ່ງນັ້ນ ຜູ້ໃຊ້ແຮງງານ ມີສິດຍົກເລີກສັນຍາແຮງງານ.
  • ຜູ້ໃຊ້ແຮງງານ ຈະຕ້ອງແຈ້ງເປັນລາຍລັກອັກສອນວ່າ ຈະຮັບ ຫຼືບໍ່ຮັບເອົາ ຜູ້ອອກແຮງງານ ພາຍໃນ 7 ວັນ ກ່ອນກຳນົດເວລາ ທົດລອງຈະສິ້ນສຸດລົງ.

ບົດຄວາມ: ວາລະສານ ຂວັນໃຈ

ແບ່ງປັນ