Breaking News

ມາສ່ອງ! ບຸນຫໍ່ເຂົ້າປະດັບດິນ 9/9/2018 ຄົນບັນເທິງຮ່ວມເຮັດບຸນ!!!

ແບ່ງປັນ

ສະບາຍດີ!!! ແຟນໆທີ່ໜ້າັຮກ ຜ່ານໄປແປັບດຽວກໍ່ຮອດ ບຸນຫໍ່ເຂົ້າປະດັບດິນ ເຊິ່ງກົງກັບວັນທີ 9 ກັນຍາ 2018 ທີ່ຜ່ານມາ, ນອກຈາກພໍ່ແມ່ພີ່ນ້ອງ ແຟນໆທົ່ວໄປແລ້ວທີ່ຮ່ວມເຮັດບຸນໃນມື້ດັ່ງກ່າວ ບໍ່ພຽງແຕ່ເທົ່ານັ້ນເພາະບັນດາໜຸ່ມ ສາວຄົນບັນເທິງບ້ານເຮົາເຊັ່ນ: ເຈນນີ່ ຕົ້ນຄຳ ພົນຈັນເຮືອງ (Miss World Laos 2017), ບາບີ້ ປິຍະມາດ, ອຸງ ທົດສະພອນ ສິດພະໄຊ, ແອນນີ້ ວິໄລພອນ ແລະ ຕານ້ອຍ ພອນສຸດາ ເພິ່ນກໍ່ໄດ້ອອກໄປເຮັດບຸນໃສ່ບາດ ຮັບສິນຮັບພອນ ເພື່ອຄວາມເປັນສິຣິມົງຄຸນ ຕາມແບບສະບັບຊາວພຸດເຮົາເຊັ່ນດຽວກັນ.

ເຈນນີ່ ຕົ້ນຄຳ ພົນຈັນເຮືອງ (Miss World Laos 2017)

ບາບີ້ ປິຍະມາດ ນັກສະແດງ-ນາງແບບ

ອຸງ ທົດສະພອນ ສິດພະໄຊ ນັກສະແດງ-ນາຍແບບ

ແອນນີ້ ວິໄລພອນ ນາງແບບ

ຕານ້ອຍ ພອນສຸດາ ນາງແບບ

ເປັນແນວໃດແດ່ ຫຼາຍຄົນຈົນນັບບໍ່ຖ້ວນເລີຍວ່າບໍ່ແຟນໆ…ເອົາເປັນວ່າບໍ່ວ່າຈະເປັນຄົນທຳມະດາ ຫຼື ເຫຼົ່າຄົນບັນເທີງກໍ່ລ້ວນພ້ອມໃຈກັນ ອອກໄປເຮັດບຸນ ໃສ່ບາດຕາມແບບສະບັບຮີດຄອງປະເພນີຂອງລາວເຮົາ ແລະ ຍັງເປັນແບບຢ່າງທີ່ີດີໃຫ້ແກ່ນ້ອງໆເຍົາວະຊົນ ທີ່ຈະໄດ້ຮູ້ ແລະ ເບິ່ງເອື້ອຍ ອ້າຍ ຄົນດັງເປັນແບບຢ່າງອີກດ້ວຍ.

ຂໍຂອບໃຈຮູບພາບຈາກ: ຄົນບັນເທີງ

ແບ່ງປັນ