ເຊື່ອວ່າສາວໆຫຼາຍຄົນ ບໍ່ມີໃຜຢາກໜ້າເຖົ້າກ່ອນອາຍຸແນ່ນອນ ເຊິ່ງສ່ວນຫຼາຍແລ້ວ ປັດໄຈຫຼັກທີ່ເຮັດໃຫ້ ສາວໆໜ້າເຖົ້າກ່ອນໄວນັ້ນແມ່ນມາຈາກ ອາຫານ ແລະ ເຄື່ອງດື່ມທີ່ເຮົາກິນເຂົ້າໄປທຸກໆມື້ນີ້ແຫຼະ ແລ້ວມີຫຍັງແດ່ລະ ທີ່ເຮັດໃຫ້ໜ້າເຮົາເຖົ້າໄວ? ຖ້າຢາກຮູ້ມາເບິ່ງກັນເລີຍ.
- ຄາໂບໄຮເດຣດ (Carbohydrate) ທີ່ມີນໍ້າຕານສູງ.
ເຮັດໃຫ້ລະດັບນໍ້າຕານໃນເລືອດເພີ່ມຂຶ້ນໄວ ແລະ ເກີດເປັນຮອຍແຫ່ວໄດ້ ຂະບວນການຍ່ອຍສະຫຼາຍນໍ້າຕານໃນຮ່າງກາຍຈະເຮັດໃຫ້ ຄໍລາເຈນ (Collagen)ເຊິ່ງເປັນໂປຣຕີນບໍາລຸງຜິວຂອງສາວໆເຕັ່ງຕຶງ ແລະ ມີສຸຂະພາບດີ Carbohydrate ທີ່ມີນໍ້າຕານສູງ ຈະພົບໄດ້ໃນອາຫານທີ່ມີລົດຊາດຫວານຫຼາຍເຊັ່ນ: ໂດນັດ ເປັນຕົ້ນ.
- ດື່ມແອວກໍຮໍ (Alcohol) ຫຼາຍເກີນໄປ.
ຄວາມຈິງແລ້ວ Alcoholກໍມີປະໂຫຍດຕໍ່ຮ່າງກາຍເຊັ່ນກັນ ຖ້າຫາກດື່ມໃນປະລິມານທີ່ພໍດີ ບໍ່ຫຼາຍເກີນໄປ ເຊັ່ນ: ມື້ລະຈອກ ແຕ່ການດື່ມ Alcohol ຫຼາຍເກີນໄປຈະເຮັດໃຫ້ເກີດຮອຍແຫ່ວຜິວໜັງຍານ ສູນເສຍ Collagen ແລະ ຂາດນໍ້າ.
- ຊີ້ນສັດແປຮູບ.
ເບຄອນ (bacon), ໄສ້ກອກ ລ້ວນແຕ່ເປັນຊີ້ນສັດແປຮູບທີ່ມີລົດຊາດເຄັມ ແລະ ເຮັດໃຫ້ສາວໆມີຮອຍແຫ່ວກ່ອນໄວ ຊີ້ນສັດແປຮູບເຫຼົ່ານີ້ມີສານກັນບູດອື່ນໆ ເຊິ່ງເປັນສາເຫດເຮັດໃຫ້ຜິວໜັງອ່ອນແອ.
- ອາຫານທີ່ມີລົດຊາດເຄັມ.
ນັກວິໄຈພົບວ່າຖ້າກິນເກືອ ຫຼື ອາຫານທີ່ມີລົດຊາດເຄັມປະລິມານຫຼາຍ ຈະເຮັດໃຫ້ຈຸລັງ (cells) ເສື່ອມສະພາບ ແລະ ເຮັດໃຫ້ໂອກາດເກີດເປັນພະຍາດຫົວໃຈງ່າຍຂຶ້ນ ແຕ່ໃນທາງກົງກັນຂ້າມ ຖ້າຫຼຸດປະລິມານເກືອລົງຈະເຮັດໃຫ້ສາວໆມີໜ້າຕາທີ່ອ່ອນກວ່າໄວ.
- ດື່ມກາເຟ.
ປະລິມານຄາເຟອິນ (caffeine) ໃນກາເຟ 2 ຈອກຈະເຮັດໜ້າທີ່ບໍ່ຕ່າງຈາກຂັບໄລ່ປັດສະວະ (ຍ່ຽວ) ມັນກະຕຸ້ນໃຫ້ຮ່າງກາຍຂັບໄລ່ນໍ້າອອກມາຈົນອາດເຮັດໃຫ້ຮ່າງກາຍຂາດນໍ້າ ເຊິ່ງຮັດໃຫ້ມີຮອຍແຫ່ວ ແລະ ຈຸດດ່າງດໍາເພີ່ມຂຶ້ນ ນອກຈາກວ່າສາວໆດື່ມນໍ້າທົດແທນໄດ້ພຽງພໍກັບປະລິມານທີ່ສູນເສຍໄປ.
ທີ່ມາ: ວາລະສານ ຂວັນໃຈ