Breaking News

ແຈ້ງເຕືອນ! ລົມພາຍຸໜູນເຂດຮ້ອນ ບາລີແຈັດ (Barijat) ໄລຍະວັນທີ 14 ຫາ 15 ກັນຍາ 2018 ນີ້!!!

ແບ່ງປັນ

ຄາດວ່າໃນໄລຍະ ວັນທີ 14 ຫາ 15 ກັນຍາ 2018 ລົມພາຍຸໜູນເຂດຮ້ອນ ບາລີແຈັດ (Barijat), ພາຍຸຫົວນີ້ຈະເຄື່ອນທີ່ ຜ່ານພາກເໜືອຂອງປະເທດຫວຽດນາມ. ດັ່ງນັ້ນຈື່ງແຈ້ງເຕືອນເຖີງປະຊາຊົນບັນດາເຜົ່າ ແລະ ອຳນາດການປົກຄອງທຸກພາກສ່ວນທີ່ອາໄສຢູ່ພາກເໜືອ ແລະ ພາກກາງ ຈົ່ງມີສະຕິ ແລະ ກຽມພ້ອມຮັບມືກັບ ສະພາບລົມແຮງ, ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ດິນເຈື່ອນ ແລະ ນໍ້າຖ້ວມຊຸ ທີ່ອາດຈະເກີດຂື້ນໄດ້ ແລະ ຂໍໃຫ້ພໍ່ແມ່ພີ່ນ້ອງປະຊາຊົນລາວ ຕິດຕາມສະພາບອາກາດ ແລະ ລະດັບນໍ້າຈາກກົມອຸຕຸນິຍົມ ແລະ ອຸທົກກະສາດເປັນປະຈໍາ.

(ຢ່າລືມແຊຣບອກຕໍ່ໆກັນ ເພາະຈະໄດ້ເປັນການແຈ້ງເຕືອນກັນໃຫ້ຮັບຮູ້)

ທີ່ມາ: ກົມອຸຕຸນິຍົມແລະອຸທົກກະສາດ

ແບ່ງປັນ