Breaking News

ນີ້ຄືແມ່ຍິງໄວ 40 ປີ??? ອໍ້າ ພັດສະຣາພາ ຊຸບເປີ້ສະຕາດັງປະເທດເພື່ອນບ້ານ ສະຫຼອງຄົບຮອບວັນເກີດ ພ້ອມຖືກເຊີໄພ້ແບບນີ້…

ແບ່ງປັນ

ກ່າວເຖິງ ຊຸບເປີສະຕາດັງໝາຍເລກ 1 ຂອງປະເທດເພື່ອນບ້ານ ອໍ້າ ພັດສະຣາພາ ເຊື່ອວ່າແຟນໆຫຼາຍໆທ່ານຄົງຈະຮູ້ກັນດີ, ຫຼ້າສຸດໃນວັນທີ 5 ທັນວາ 2018 ທີ່ຜ່ານມາ ກໍເປັນວັນຄົບຮອບວັນເກີດຂອງເພິ່ນ ແຕ່ປີນີ້ທີ່ເປັນທີ່ຮືຮາຂອງບັນດາແຟນໆກໍຄື ເພາະເພິ່ນມີອາຍຸຄົບຮອບ 40 ປີພໍດີ ແຕ່ເບິ່ງແລ້ວກໍຍັງງາມ ເລີດ ແລະ ເປັນນັກສະແດງໃນດວງໃຈຂອງໃຜຫຼາຍໆຄົນບໍ່ມີປ່ຽນ ຈົນແຟນໆຫຼາຍໆທ່ານເຖິງກັບຫຼົງຮ້ອງວ່າ ນີ້ຄືແມ່ຍິງໄວ 40 ປີ ແທ້ຫວ໋າ???

ກ່ອນໜ້ານີ້ ອໍ້າ ພັດສະຣາພາ ໄດ້ອອກມາໃຫ້ສຳພາດວ່າຈະບໍ່ມີການຈັດງານວັນເກີດຢ່າງເປັນທາງການ ມີພຽງແຕ່ຈະເຮັດບຸນໃສ່ບາດພ້ອມຄອບຄົວ ແລະ ໝູ່ເພື່ອນທີ່ສະໜິດ!!!

ແຕ່ເຖິງຢ່າງໃດກໍຕາມ ວັນເກີດຊຸບເປີສະຕາທັງທີເຫຼົ່າບັນດາໝູ່ເພື່ອນທີ່ສະໜິດກໍຈັດໃຫ້… ມີການເຊີໄພ້ວັນເກີດນາງຢ່າງໜ້າຮັກ ແລະ ອົບອຸ່ນ…

View this post on Instagram

❤️หลัก4เต็มๆ❤️

A post shared by aum_patchrapa (@aum_patchrapa) on

ຮູບພາບ: IG/aum_patchrapa

ແບ່ງປັນ