Breaking News

ດວງປະຈໍາວັນທີ 27 ກໍລະກົດ 2016

ແບ່ງປັນ

ດວງປະຈໍາວັນທີ 27 ກໍລະກົດ 2016

  • ວັນຈັນ.

ການເງິນ: ການເງິນດີຂຶ້ ຫຼື ໄດ້ໂຊກຈາກແຫ່ງທີ່ທ່ານບໍ່ເຄີຍຄາດຫວັງມາກ່ອນ.

ວຽກງານ: ຜູ້ທີ່ເລີ່ມເຮັດທຸລະກິດໃໝ່ໆ ອາດຈະຕ້ອງທໍ້ໃຈແດ່ທີ່ວຽກງານບໍ່ໄປຄາມຄວາມຄາດຫວັງ.

ຄວາມຮັກ: ທ່ານຍັງເອົາແຕ່ໃຈຕົນເອງຈົນເກີນໄປ ເຮັດໃຫ້ຕ້ອງຜິດຖຽງກັບຄົນຮັກ.

  • ວັນອັງຄານ.

ການເງິນ: ອາດຈະມີການເຮັດສັນຍາທາງການເງິນທີ່ສໍາຄັນ, ເຮັດສັນຍາກູ້ຢືມເງິນເປັນຕົ້ນ.

ວຽກງານ: ລະວັງທ່ານອາດຈະຖືກກັ່ນແກ້ງ ແລະ ມີອຸປະສັກບັນຫາໃຫ້ໜັກໃຈຕໍ່ໄປອີກ.

ຄວາມຮັກ: ຄົນໂສດອາດຈະໄດ້ພົບຄົນໃໝ່ໆມາຂໍທໍາຄວາມຮູ້ຈັກ ອາດຈະໄດ້ໄປອອກເດດສຶກສາກັນ ແລະ ກັນ.

  • ວັນພຸດ.

ການເງິນ: ຄົນທີ່ລໍຖ້າຮັບເງິນຄ່າຈ້າງ, ຜົນກໍາໄລຕ່າງໆ ຈະໄດ້ສົມດັງປາຖະໜາ.

ວຽກງານ: ທ່ານອາດຈະໄດ້ໝູ່ສະນິດ ຫຼື ຫຸ້ນສ່ວນທາງທຸລະກິດທີ່ດີ ການເຮັດວຽກເປັນທີມຕັ້ງແຕ່ສອງຄົນຂຶ້ນໄປຈະເປັນໄປໄດ້ດ້ວຍດີ.

ຄວາມຮັກ: ບໍ່ຄ່ອຍຈະດີປານໃດ ຄົນຮັກຈະເຮັດໃຫ້ທຸກໃຈ ໂດຍທີ່ທ່ານບໍ່ກ້າຕໍ່ລອງ ຫຼື ຂັດແຍ້ງກັບຄົນຮັກ.

  • ວັນພະຫັດ.

ການເງິນ: ມີນີ້ທ່ານອາດຕ້ອງເສຍເງິນ ຫຼື ໃຫ້ເງິນແກ່ລູກຫຼານ ຫຼື ບໍລິວານ.

ວຽກງານ: ເຮັດຫຍັງກໍຕິດບັນຫາ ວຽກງານບໍ່ກ້າວໜ້າດັ່ງໃຈຫວັງ.

ຄວາມຮັກ: ສໍາລັບຄົນມີຄອບຄົວແລ້ວ ລະວັງທ່ານຈະໃຫ້ເວລາກັບລູກຈົນລືມຜົວ ກັບມາເອົາໃຈຜົວແດ່ ສ່ວນຄົນໂສດໃຫ້ລະວັງຄົນທີ່  ໝາຍປອງຄິດວ່າທ່ານມີແຟນແລ້ວ.

  • ວັນສຸກ.

ການເງິນ: ຍັງຄົງຕິດຂັດຢ່າງໜັກ ບໍ່ມີລາຍໄດ້ເຂົ້າມາພຽງພໍ.

ວຽກງານ: ຂ່າວທີ່ລໍຖ້າຍັງຕ້ອງລໍຖ້າອີກຕໍ່ໄປ ວຽກງານໂຄງການຕ່າງໆຈະມີຄວາມຊັກຊ້າ.

ຄວາມຮັກ: ຄົນໂສດຄວາມຮັກຂອງທ່ານຍັງເປັນແບບຮັກເຂົາຝ່າຍດຽວ ແລະ ລະວັງຖືກເຂົາຫລອກໃຊ້ໃຫ້ເສຍໃຈ.

  • ວັນເສົາ.

ການເງິນ: ບໍ່ດີປານໃດ ຊ່ວງນີ້ບໍ່ມີລາຍໄດ້ເຂົ້າມາມີແຕ່ລາຍຈ່າຍອອກໄປ.

ວຽກງານ: ຍັງໂຊກດີ ບັນຫາວຽກງານທີ່ມີຈະມີຄົນເກົ່າໆຢ່າງເຊັ່ນ: ຫົວໜ້າເກົ່າ, ເພື່ອນຮ່ວມວຽກງານເກົ່າ ຫຼື ຄົນຮັກເກົ່າຊ່ວຍໃຫ້ຄໍາປຶກສາ ແກ້ໄຂບັນຫາໃຫ້ລຸລ່ວງໄປໄດ້.

ຄວາມຮັກ: ລະວັງຈະມີບັນຫາກັບຄົນຮັກ ເພາະນິໄສບໍດີທີ່ເຂົາບໍ່ເຄີຍປ່ຽນແຕ່ທ່ານກໍຕັດໃຈຈາກເຂົາບໍ່ໄດ້ຈັກເທື່ອ.

  • ວັນອາທິດ.

ການເງິນ: ດີຂຶ້ນຫລາຍ ຈະໄດ້ໂຊກລາບ, ການຂໍສິນເຊື່ອ, ຂໍຢືມເງິນຈະໄດ້ດັ່ງໃຈຫວັງ.

ວຽກງານ: ລະວັງອາດຈະຖືກຄົນອ້ອມຂ້າງ ຫຼື ຫົວໜ້າກົດດັນຢ່າງໜັກ ຈົນທ່ານເຮັດວຽກງານບໍ່ຄ່ອຍມີຄວາມສຸກ.

ຄວາມຮັກ: ບໍ່ຄ່ອຍດີປານໃດ ຄົນຮັກອາດເຮັດໃຫ້ເສຍໃຈ, ນ້ອຍໃຈ ສ່ວນຄົນໂສດລະວັງຄົນມີຄູ່ແລ້ວມາພົວພັນ.

ແບ່ງປັນ