Breaking News

ດວງປະຈໍາວັນທີ 28 ກໍລະກົດ 2015

ແບ່ງປັນ

ດວງປະຈໍາວັນທີ 28 ກໍລະກົດ 2015

• ວັນຈັນ.
ການເງິນ: ຊ່ວງນີ້ດີຂຶ້ນ ອາດຈະໄດ້ຮັບໂຊກລາບຈາກຄົນຕ່າງເພດ.
ວຽກງານ: ຄົນທີ່ຊອກຫາຊອກທາງເຮັດທຸລະກິດຈະມີຄົນແນະນໍາໃຫ້ສົມໃຈ ມີຄົນແນະນໍາລູກຄ້າ, ຫຸ້ນສ່ວນທຸລະກິດທີ່ດີໃຫ້ ຫຼື ໄດ້ຮ່ວມວຽກງານເປັນທີມກັບຄົນທີ່ດີ ມີຄວາມສາມາດ.
ຄວາມຮັກ: ຄົນໂສດອາດຈະໄດ້ກັບຄືນດີກັບໄປຄືນດີກັບຄົນຮັກເກົ່າ ຫຼື ເລື່ອງຮັກເກົ່າໆຈະຍ້ອນກັບມາໃຫ້ທ່ານຄົ້ນຄິດ.
• ວັນອັງຄານ.
ການເງິນ: ການເງິນຍັງບໍ່ດີປານໃດ ຕ້ອງເສຍເງິນຄໍາກັບລາຍຈ່າຍທີ່ບໍ່ເປັນປະໂຫຍດ.
ວຽກງານ: ຈະພົບເລື່ອງເຈັບຫົວຂອງຄົນອ້ອມຂ້າງ ທີ່ມາຫຍຸ້ງກ່ຽວກັບວຽກງານຂອງທ່ານ.
ຄວາມຮັກ: ຄົນໂສດຈະພົບຄົນຮັກໃໝ່, ພົບຄົນໃໝ່ໆເຮັດໃຫ້ຫົວໃຈຫວັ່ນໄຫວ ຄົນນີ້ຈະມາເຕີມເຕັມຫົວໃຈຂອງທ່ານໃຫ້ຍິ້ມໄດ້.
• ວັນພຸດ.
ການເງິນ: ດີຂຶ້ນຫຼາຍ ທ່ານຈະໄດ້ຜົນກໍາໄລຈາກວຽກງານ.
ວຽກງານ: ທ່ານຕ້ອງຢູ່ໃນພາວະຕ້ອງແລກ ຫຼື ອາດຈະຕ້ອງແລກປ່ຽນຫຍັງບາງຢ່າງເພື່ອໃຫ້ວຽກງານປະສົບຄວາມສໍາເລັດ.
ຄວາມຮັກ: ທ່ານອາດຈະຜິດຖຽງກັບຄົນຮັກ ຈະນ້ອຍໃຈຄົນຮັກວ່າບໍ່ຮັກສາສັນຍາ ຫຼື ປະພຶດຕົນບໍ່ດີ.
• ວັນພະຫັດ.
ການເງິນ: ອາດຈະຕ້ອງເສຍເງິນເພື່ອປິ່ນປົວຕົນເອງ ຫຼື ເບິ່ງແຍງສຸຂະພາບກາຍໃຈ.
ວຽກງານ: ອາດຈະຂັດແຍ້ງກັບເພື່ອນຮ່ວມວຽກງານ ເຮັດໃຫ້ວຽກງານບໍ່ຄືບໜ້າ.
ຄວາມຮັກ: ລະວັງວ່າຄວາມເອົາແຕ່ໃຈຕົນເອງ ຈະເຮັດໃຫ້ແຟນທ່ານເບື່ອໜ່າຍ ແລະ ກາຍເປັນເຫດໃຫ້ຄົນອື່ນເຂົ້າມາແຊກໄດ້ງ່າຍໆ.
• ວັນສຸກ.
ການເງິນ: ຍັງຕ້ອງອຸກໃຈກັບເລື່ອງການເງິນອີກຕໍ່ໄປ ເພາະມີແຕ່ລາຍຈ່າຍລາຍໄດ້ເຂົ້າມາກໍບໍ່ຄ່ອຍຈະມີ.
ວຽກງານ: ຈະມີຄວາມຄິດລິເລີ່ມສ້າງສັນດີຫຼາຍ, ມີແຮງບັນດານໃຈເຮັດຫຍັງໃໝ່ໆທີ່ເຮັດໃຫ້ວຽກງານດີຂຶ້ນ.
ຄວາມຮັກ: ຢູ່ໃນຊ່ວງຂອງການເບື່ອຄົນຮັກສຸດໆ ບໍ່ວ່າຈະເປັນທັດສະນະຄະຕິ, ນິໄສ, ພຶດຕິກໍາບໍ່ດີເຮັດໃຫ້ຜິດຖຽງກັນເລື່ອງເກົ່າໆ ສ່ວນຄົນໂສດອາດຈະມີຄົນເຂົ້າມາຈີບ.
• ວັນເສົາ.
ການເງິນ: ຈະດີຂຶ້ນ ພາວະເສດຖະກິດຈະດີຂຶ້ນມີຊ່ອງທາງໃໝ່ໃນການຊອກຢູ່ຫາກິນ.
ວຽກງານ: ຄົນທີ່ມີບັນຫາຈະໄດ້ມິດເຂົ້າມາຊ່ວຍເຫຼືອ ເຮັດໃຫ້ສະຖານະການດີຂຶ້ນ.
ຄວາມຮັກ: ລະວັງຄໍາເວົ້າໃຫ້ດີ ເພາະດວງຄວາມຮັກທ່ານນັ້ນບໍ່ດີປານໃດ ທ່ານອາດຈະໄດ້ເລີກລາກັບຄົນຮັກ ຫຼື ຜິດຖຽງກັນ.
• ວັນອາທິດ.
ການເງິນ: ດວງການເງິນມື້ນີ້ເດັ່ນຫຼາຍ ຈະໄດ້ຮັບເງິນກ້ອນໃຫຍ່, ຄົນອ້ອມຂ້າງຈະໃຫ້ໂຊກກັບທ່ານໄດ້.
ວຽກງານ: ໃຫ້ລະວັງການເຮັດວຽກງານທີ່ຜິດພາດ ໃຫ້ທ່ານເຮັດຢ່າງຮອບຄອບພິຈາລະນາໃຫ້ຖີ່ຖ້ວນ.
ຄວາມຮັກ: ຄົນມີຄູ່ ຈະຮູ້ສຶກວ່າຄົນຮັກເອົາອົກເອົາໃຈດີ ສ່ວນຄົນໂສດກໍາລັງຢູ່ໃນຊ່ວງໝົດຫວັງໃນຄວາມຮັກ ແຕ່ຢ່າຟ້າວທໍ້ແທ້ ເພາະເນື້ອຄູ່ທ່ານຢູ່ບໍ່ໄກຕາເລີຍ.

ແບ່ງປັນ