Breaking News

ດວງປະຈໍາວັນທີ 29 ກໍລະກົດ 2016

ແບ່ງປັນ

29

ດວງປະຈໍາວັນທີ 29 ກໍລະກົດ 2016

  • ວັນຈັນ.

ການເງິນ: ຄົນຕ່າງປະເທດຈະໃຫ້ຄວາມຊ່ວຍເຫຼືອ ຫຼື ນໍາໂຊກມາໃຫ້ເຮັດທຸລະກິດການຄ້າກັບຄົນຕ່າງປະເທດ.

ວຽກງານ: ຍັງມີບັນຫາມາໃຫ້ແກ້ເລື່ອຍໆ ແລະ ຍັງຕ້ອງແກ້ໄຂບັນຫາຕົນດຽວ ຫາຄົນຊ່ວຍເຫຼືອບໍ່ມີ.

ຄວາມຮັກ: ອາດຈະຜິດຖຽງກັບຄົນຮັກເພາະທ່ານຫຶງຫວງ, ຄິດໄປເອງ ຄວາມຮັກຢູ່ໃນຊ່ວງບໍ່ດີປານໃດ ມີຝ່າຍໃດຝ່າຍໜຶ່ງເກືອບຈະທົນບໍ່ໄຫວແລ້ວ.

  • ວັນອັງຄານ.

ການເງິນ: ດີຂຶ້ນຫຼາຍ ອາດຈະໄດ້ໂຊກ, ການຂໍສິນເຊື່ອ, ຢືມເງິນຈະໄດ້ສົມໃຈ.

ວຽກງານ: ມີນີ້ທ່ານອາດຈະມີຄົນແນະແນວທາງທຸລະກິດ ຫຼື ສະເໜີວຽກງານໃຫ້ຍິ້ມໄດ້.

ຄວາມຮັກ: ຄົນມີຄູ່ແລ້ວ ຄົນຮັກຈະປະພຶດຕົນປ່ຽນໄປຈາກເດີມ ເຮັດໃຫ້ທ່ານລະແວງ ແລະ ຜິດຖຽງກັນ ສ່ວນຄົນໂສດໃຫ້ລອງສັງເກດທ່າທີຂອງຄົນທີ່ເຂົ້າມາ ແລ້ວທ່ານຈະຮູ້ເອງວ່າຜູ້ຊາຍຄົນນີ້ຕ້ອງການຫຍັງກັນແທ້ ຢ່າໃຫ້ຄວາມຮັກມາທໍາຮ້າຍຕົວທ່ານໄດ້.

  • ວັນພຸດ.

ການເງິນ: ທ່ານໃດທີ່ກໍາລັງເດືອດຮ້ອນເລື່ອງການເງິນແມ່ນຈະໄດ້ຮັບຄວາມຊ່ວຍເຫຼືອຈາກຜູ້ໃຫຍ່.

ວຽກງານ: ທ່ານຈະສະເໜີວຽກງານໃດໄປກໍຖືກເພື່ອນຮ່ວມວຽກງານ, ຫົວໜ້າຂັດຄ້ານຕະຫລອດ.

ຄວາມຮັກ: ອາດຈະຖືກຜູ້ໃຫຍ່ຂັດຂວາງ ຄົນຮັກເຮັດຫຍັງກໍບໍ່ຖືກໃຈ ຈະຊວນເຂົ້າເຮືອນກໍຍັງບໍ່ໄດ້ ຕ້ອງຮັກແບບຫລົບໆຊ່ອນໆ.

  • ວັນພະຫັດ.

ການເງິນ: ຍັງມີຄວາມເຄັ່ງຄຽດ ເພາະມີແຕ່ລາຍຈ່າຍ ລາຍໄດ້ແມ່ນບໍ່ໄປຕາມຄາດຫວັງ.

ວຽກງານ: ເປັນມື້ແຫ່ງການສະເຫຼີມສະຫຼອງຄວາມສໍາເລັດ ເຮັດຫຍັງກໍປະສົບຜົນສໍາເລັດ.

ຄວາມຮັກ: ລະວັງອົກຫັກ ຫຼື ເລີກກັບແຟນແບບບໍ່ທັນຮູ້ຕົວ ແມ່ນຈະມີສັນຍານມາເຕືອນກ່ອນແຕ່ເປັນທ່ານເອງທີ່ພະຍາຍາມຫຼອກຕົວເອງຢູ່.

  • ວັນສຸກ.

ການເງິນ: ທ່ານອາດຈະສູນເສຍເງິນຄໍາ ຫຼື ທ່ານຈະເສຍເງິນຄໍາໄປກັບເລື່ອງທີ່ບໍ່ເປັນເລື່ອງເຊັ່ນ: ຊື້ເຄື່ອງແພງກວ່າຄົນອື່ນ.

ວຽກງານ: ໂຊກຍັງດີ ທ່ານອາດຈະໄດ້ຮັບຂ່າວວຽກງານໃຫ້ຊື່ນໃຈແດ່.

ຄວາມຮັກ: ຍັງຄົງເຮັດໃຫ້ທ່ານຄຽດແຄ້ນ ເພາະທ່ານມັກເກັບເອົາເລື່ອງເກົ່າໆມາຄິດທໍາຮ້າຍຕົນເອງ ເຮັດໃຫ້ຄວາມສໍາພັນບໍ່ຄືບໜ້າ ຫຼື ເຖິງມີຄົນເຂົ້າມາກໍ່ເທົ່ານັ້ນ ເພາະທ່ານບໍ່ຍອມເປີດໃຈເລີຍ.

  • ວັນເສົາ.

ການເງິນ: ມີນີ້ທ່ານອາດຈະໄດ້ຮັບໂຊກ ຫຼື ເຄື່ອງຂອງທີ່ມີລາຄາ.

ວຽກງານ: ດວງວຽກງານມື້ນີ້ເດັ່ນເປັນພິເສດ ທ່ານຈະໄດ້ຮັບການຊ່ວຍເຫຼືອອຸປະຖໍາຈາກຜູ້ໃຫຍ່ ຜູ້ທີ່ຈະໃຫ້ຄໍາແນະນໍາ, ປຶກສາທີ່ດີ ແລະ ຊຸກຍູ້ວຽກງານຂອງທ່ານໃຫ້ກ້າວໜ້າ.

ຄວາມຮັກ: ຄົນໂສດຈະມີຊາຍໜຸ່ມເຂົ້າມາໃຫ້ທ່ານເລືອກ.

  • ວັນອາທິດ.

ການເງິນ: ການຖາມໜີ້ ຫຼື ການເຈລະຈາດ້ານການເງິນ ຍັງບໍ່ປະສົບຄວາມສໍາເລັດດັ່ງໃຈຫວັງ ທ່ານຕ້ອງກ້າເຈລະຈາຈຶ່ງຈະມີທາງໄດ້.

ວຽກງານ: ເມື່ອຍໃຈ ເພາະແມ່ນວ່າຈະເຮັດວຽກງານຫຼາຍປານໃດ ກໍເໝືອນວ່າຫົວໜ້າບໍ່ເຄີຍເຫັນຄວາມດີຂອງທ່ານເລີຍ.

ຄວາມຮັກ: ຄົນມີຄູ່ຊ່ວງນີ້ແມ່ນເຂົ້າໃຈກັນຫຼາຍຂຶ້ນ ສ່ວນຄົນໂສດຈະມີຄົນເຂົ້າມາຈີບ.

ແບ່ງປັນ