Breaking News

ຄັ້ງທໍາອິດໃນລາວ!!! ກັບເວທີທີ່ເປີດໂອກາດໃຫ້ສາວປະເພດສອງມາປະຊັນຄວາມງາມ ແລະ ສະແດງຄວາມສາມາດ “Miss Power Queen Laos”

ແບ່ງປັນ

ຄັ້ງທໍາອິດໃນລາວ!!! ກັບເວທີທີ່ເປີດໂອກາດໃຫ້ສາວປະເພດສອງມາປະຊັນຄວາມງາມ ແລະ ສະແດງຄວາມສາມາດ “Miss Power Queen Laos”

ເມື່ອເວົ້າເຖິງເພດທີ່ສາມ ຫຼືສາວປະເພດສອງ ຫຼືທີ່ຫຼາຍຄົນມັກເອີ້ນວ່າ “ກະເທີຍ” (ຖ້າເປັນຄໍາບໍ່ສຸພາບຕ້ອງຂໍອະໄພ) ຢູ່ບ້ານເຮົາກໍມີຫຼາຍທັງຄົນງາມ ແລະ ມີຄວາມສາມາດຫຼາກຫຼາຍ ແຕ່ກະຄືທີ່ຮູ້ວ່າໃນບ້ານເຮົາບາງພາກສ່ວນ (ສ່ວນໜ້ອຍ) ກໍຍັງບໍເປີດກວ້າງໃຫ້ພວກເຂົາໄດ້ສະແດງຄວາມສາມາດໄດ້ຢ່າງເຕັມທີ່ເທື່ອ ຕົວຢ່າງ ເມື່ອ 2 ປີກ່ອນ ທີ່ມີສາວປະເພດສອງຄົນໜຶ່ງໄດ້ໂພສຂໍ້ຄວາມຜ່ານ ເຟສບຸກ (Facebook) ສ່ວນຕົວວ່າ “ຕົນເອງໄດ້ໄປສະໝັກວຽກກັບຫ້ອງການແຫ່ງໜຶ່ງແຕ່ຍັງບໍ່ທັນໄດ້ສະແດງຄວາມສາມາດກໍຖືກປະຕິເສດກ່ອນ ຍ້ອນເຫດຜົນທີ່ເຈັບແສບຄື ອົງກອນນັ້ນບໍ່ຮັບສາວປະເພດສອງເຂົ້າເປັນພະນັກງານ” (ລາຍລະອຽດຂ່າວແມ່ນຂວັນໃຈໄດ້ນໍາສະເໜີໄປເມື່ອ 2 ປີກ່ອນ) ເຊິ່ງໃນຕອນນັ້ນກໍມີຊາວເນັດເຂົ້າໄປສະແດງຄວາມຄິດເຫັນຕ່າງໆນາໆ ກ່ຽວກັບການບໍ່ຍອມຮັບເພດທີ່ສາມ ຫຼືສາວປະເພດສອງຂອງອົງກອນດັ່ງກ່າວ… ແຕ່ນັ້ນມັນກໍເປັນສິ່ງທີ່ຜ່ານມາແລ້ວຕັ້ງ 2 ປີ ແອັດມິ້ນກໍບໍ່ຢາກຈະໄປຕອບໂຕ້ວ່າມັນຜິດ ຫຼືບໍ່ຜິດແນວໃດເນາະ!!! ເພາະປັດຈຸບັນ ປີ 2019 ນີ້ມັນໄດ້ປ່ຽນໄປຈາກ 2 ປີກ່ອນຫຼາຍ ເພາະຄົນລາວ ແລະ ຫຼາຍໆອົງກອນໃນປະເທດລາວເຮົາໄດ້ໃຫ້ການຍອມຮັບໃນຄວາມສາມາດຂອງເພດທີສາມຫຼາຍຂຶ້ນ ຈົນເມື່ອບໍ່ດົນມານີ້ກໍໄດ້ມີການປະກວດສາວງາມປະເພດສອງຂຶ້ນ ໂດຍໃສ່ຊື່ວ່າ “Miss Power Queen Laos” ປະຈໍາປີ 2019 ແລະ ໄດ້ມີສາວງາມຫຼາຍຄົນໃຫ້ຄວາມສົນໃຈ ເຂົ້າຮ່ວມປະກວດ ເຊິ່ງສາວງາມແຕ່ລະຄົນນັ້ນກໍໄດ້ໃຊ້ຄວາມສາມາດຂອງຕົນເອງຢ່າງເຕັມທີ່ເພື່ອຍາດມຸງກຸດຈາກກອງປະກວດໃນຄັ້ງນີ້ ແລະ ແລ້ວຮອບຕັດສິນໃນວັນທີ 4 ພະຈິກ 2019 ທີ່ຜ່ານມາ ກໍໄດ້ຮູ້ຜົນແລ້ວວ່າ ຜູ້ທີ່ໄດ້ຄອງມຸງກຸດ ແລະ ຕໍາແໜ່ງ “Miss Power Queen Laos 2019” ນັ້ນກໍຄື:

ໄຊນິພອນ ທອງດາລາ The Winner Power Queen laos 2019

ແລະ ຜູ້ທີ່ໄດ້ຮັບຕໍາແໜ່ງຮອງໄດ້ແກ່:
ຊ້າງ ສຸທິວົງ 1st Runnner Up Power Queen laos 2019

ປີຍະພົງ ອິນແກ້ວ 2nd Runner Up Power Queen laos 2019


ສິສຸກ ມູນລະດີແກ້ວ 3rd Runner Up Power Queen laos 2019


ເສີນຫຼົງ ທຳມະວົງສາ 4th Runner Up Power Queen laos 2019

ແນວໃດກໍຂໍສະແດງຄວາມຍິນດີກັບນ້ອງໆທັງ 5 ຄົນເດີ້!!! ແລະ ຂໍສະແດງຄວາມຍິນດີກັບການເປີດກວ້າງໃນຄັ້ງນີ້…

ຂອບໃຈຮູບພາບຈາກ: Page: Power Queen – Power Queen Laos

ແບ່ງປັນ