Breaking News

ບົດຮຽນຈາກໂຄວິດ-19!! ຄວນຈະເອົາຈຸດໃດເປັນທີ່ຕັ້ງຈຶ່ງເໝາະສົມ ລະຫວ່າງ “ເສດຖະກິດ ແລະ ຊີວິດຄົນ”

ແບ່ງປັນ

ໃນສະຖານະການແຜ່ຂະບາດການພະຍາດໂຄວິດ-19 ໃນປັດຈຸບັນໄດ້ສົ່ງຜົນກະທົບຫຼາຍຢ່າງໆຕໍ່ໂລກເຮົາ ໂດຍສະເພາພະແມ່ນ ການດຳລົງຊີວິດຂອງຄົນຢູ່ໃນສັງຄົມຫຍຸ້ງຍາກເພາະຫຼາຍປະເທດກໍໄດ້ມີມາດຕະການຫຼາຍຢ່າງໂດຍສະເພາະແມ່ນການ Lockdown  ລວມໄປເຖິງບັນຫາເສດຖະກິດຫຼາຍປະເທດທົ່ວທີ່ໄດ້ຮັບຜົນກະທົບ ແຕ່ມື້ນີ້ຂວັນໃຈຈະນໍາເອົາບົດຄວາມຂອງຜູ້ໃຊ້ເຟສບຸກທ່ານໜື່ງມາໃຫ້ທຸກຄົນໄດ້ອ່ານວ່າລະຫວ່າງ ເສດຖະກິດ ແລະ ຊີວິດຄົນ ໃນລະຫວ່າງໂຄວິດນີ້ເປັນແນວໃດ… ເຮົາໄປອ່ານນໍາກັນເລີຍ

#ເສດຖະກິດvsຊີວິດຄົນ

ຊ່ວງວິກິດໂຄວິດ-19 ນີ້ ພວກເຮົາສາມາດຮຽນຮູ້ບົດຮຽນ ແລະ ປະສົບການຫຼາຍຢ່າງທັງພາຍໃນປະເທດ ແລະ ຕ່າງປະເທດ. ໜຶ່ງໃນບົດຮຽນນັ້ນ ແມ່ນບົດຮຽນການຊັ່ງຊາລະຫວ່າງ ຈະເອົາເສດຖະກິດ ຫຼື ຈະເອົາຊີວິດຄົນ…

ຂ້າພະເຈົ້າສົນໃຈເລື່ອງເສດຖະກິດເປັນພິເສດ ແລະໄດ້ອ່ານຫຼາຍບົດຄວາມ ແລະ ຟັງມາຈາກຫຼາຍອາຈານຂໍສະຫຼຸບໃຫ້ບັນດາເພື່ອນມິດທີ່ຮັກແພງດັ່ງນີ້:

#ບົດຮຽນຂອງສປຈີນ:

ສປ.ຈີນ ເປັນປະເທດທີ່ປະສົບວິກິດການລະບາດຂອງໂຄວິດ-19 ກ່ອນໝູ່ ແລະ ໄດ້ມີການໃຊ້ມາດຕະການຫຼາຍຢ່າງເພື່ອຈຳກັດ ແລະ ສະກັດກັ້ນພະຍາດນີ້ ໃຫ້ໄວເທົ່າທີ່ຈະໄວໄດ້; ໃນນີ້ລວມມີການຫ້າມຄົນອອກເຮືອນ, ຮ້ານດຳເນີນທຸລະກໍາການເຄື່ອນໄຫວຕ່າງໆ ໃນເຂດທີ່ມີການລະບາດໜັກ (ຄືພວກເຮົາຮູ້ແລ້ວ) ແນ່ນອນດ້ານໜຶ່ງກະທົບເຖິງເສດຖະກິດ ຢ່າງມະຫາສານ ມາຮອດດຽວນີ້ ຍັງປະເມີນຄ່າບໍ່ໄດ້; ຕະຫຼາດ ສປ ຈີນເປັນຕະຫຼາດໃຫຍ່ ແລະ ເປັນສູນກາງຕ່ອງໂສ້ການຜະລິດຂອງໂລກເລີຍກໍວ່າໄດ້, ເມື່ອຕ່ອງໂສ້ການຜະລິດ (supply chain) ຢູ່ຈີນຢຸດສະຫງັກ, ຜົນກໍຄືນການຜະລິດທົ່ວໂລກສະດຸດຄືກັນ; ທີ່ຈີນເລືອກໃຊ້ວິທີນີ້ ບໍ່ແມ່ນວ່າສປຈີນ ມີເງິນໃຊ້ຈ່າຍອຸດຕັັນບັນຫາເສດຖະກິດ ແຕ່ຫາກແມ່ນການເລືອກເອົາວິທີ “ກູ້ຊີວິດຄົນ” ຊຶ່ງສຳຄັນກວ່າ “ເງິນ” ຫຼື ເສດຖະກິດ. ບໍ່ແມ່ນວ່າ ສປຈີນ ບໍ່ມີຄົນທຸກຍາກ; ຄົນທຸກຍາກຢູ່ ສປຈີນ ມີຫຼາຍລ້ານຄົນ ທີ່ອົບພະຍົກຈາກຊົນນະບົດມາຫາວຽກຫາງານຢູ່ເມືອງໃຫຍ່ຕ່າງໆຂອງສປ ຈີນ ສະນັ້ນ ການເລືອກເອົາວິທີ ເອົາຊີວິດຄົນ ມາກ່ອນ ຈຶ່ງເປັນນະໂຍບາຍເສຍສະລະຍິ່ງໃຫຍ່ ທີ່ສຸດ ແລະ ເປັນການປົກປ້ອງສິດທິມະນຸດທີ່ສຸດ.

 

#ບົດຮຽນຂອງອາເມລິກາ:

ໃນຊ່ວງເວລານີ້ ຂ້າພະເຈົ້າກຳລັງຕິດຕາມ ແລະ ຮຽນຮູ້ບົດຮຽນການໃນຮັບມືຂອງສະຫະລັດອາເມລິກາ, ຄືບັນດາທ່ານຮູ້ກັນວ່າ ສະຫະລັດອາເມລິກາ ກຳລັງຈະເປີດການ lockdown ໃນຕົ້ນເດືອນພຶດສະພານີ້ ແຕ່ກໍຍັງ ມີການຖົກຖຽງກັນວ່າ ຄວນຈະສືບຕໍ່ ຫຼື ປ່ອຍໃຫ້ແຕ່ລະລັດຈັດການເອງ ເພາະວ່າ ດຽວນີ້ “ເສດຖະກິດອາເມລິກາ ກຳລັງຈະຕາຍ”, ຄົນບໍ່ໄດ້ອອກບ້ານ ບໍ່ໄດ້ເຮັດວຽກ ບໍ່ມີເງິນ, ເງິນສະຫວັດດິການບໍພໍ່ກິນ ເພາະຕ້ອງຈ່າຍ ຄ່າເຊົ່າເຮືອນ, ປະກັນໄພ, ປະກັນສຸຂະພາບ, ລົົດ ແລະ ອື່ນໆ (ສະຫະລັດອາເມລິກາເປັນປະເທດສະຫະພັນທະລັດ,​ມີ 52ລັດ ຫຼື 52 ປະເທດ ລວມກັນເປັນປະເທດໃຫຍ່ປະເທດໜຶ່ງ, ບັນດາລັດຕ່າງໆນັ້ນກໍມີຄະນະບໍລິຫານ ແລະ ຫົວໜ້າບໍລິຫານ-ເຈົ້າຄອງລັດຂອງຕົນເອງ ອຳນາດທັງໝົດຕາມລັດຖະທຳມະນູນ ແລະ ກົດໝາຍພາຍໃນຂອງລັດ); ບາງລັດຍັງຖຽງ ແລະ ບໍ່ປະຕິບັດຕາມມາດຕະການ ທີ່ ທ່ານ Trump ວາງອອກ ວ່າຜິດຕໍ່ລັດຖະທຳມະນູນສະຫະລັດ; ອາເມລິກາ ເປັນປະເທດທຶນນິຍົມ, ສະນັ້ນ ຕ້ອງມີການເຄື່ອນໄຫວທາງເສດຖະກິດ ຈຶ່ງຈະຢູ່ລອດໄດ້; ເຖິງຢ່າງໃດກໍຕາມ ອາເມລິກາ ກໍເປັນປະເທດທີ່ມີລະບົບການເງິນ ເກີນງົບດຸນງົບປະມານ ເພາະແຕ່ລະປີ ປະເທດຕ້ອງໄດ້ສ້າງງົບປະມານເກີນລາຍຮັບຫຼາຍໆພັນລ້ານໂດລາສະຫະລັດ (ມື້ໜ້າມາສົນທະນາກັນຕື່ມ); ແຕ່ເພື່ອນໆຮູ້ບໍ່ວ່າ ໃນຈຳນວນຫຼາຍຮ້ອຍລ້ານຄົນອາເມລິການັ້ນ ມີຄົນຫາເຊົ້າກິນຄໍ່າ ເກີນກວ່າ 50 ສ່ວນຮ້ອຍ; ແລະ ມີຄົນລວຍລະດັບໂລກຢູ່ 10 ສ່ວນຮ້ອຍ; ເຫຼືອນັ້ນແມ່ນຄົນຊົນຊັ້ນກາງ; ແຕ່ຜູ້ເສຍພາສີໃຫ້ລັດ ແມ່ນຄົນຫາເຊົ້າກິນຄໍ່າ ແລະ ຄົນຊົນຊັ້ນກາງ ທີ່ຕ້ອງໄດ້ຈ່າຍໃຫ້ລັດສູງກວ່າ ເມື່ອທຽບໃສ່ 10 ຂອງຄົນລວຍ; ແຕ່ເຖິງຈະຜະລິດ ຫຼື ມີການເຄື່ອນໄຫວທຸລະກຳແນວໃດກໍຕາມ ຜົນປະໂຫຍດທັງໝົດ ເພື່ອນໆ ຄິດວ່າ ຈະຕົກຢູ່ນຳໃຜ ? ຢູ່ນຳ 10% ຫຼື ຄົນຈຳນວນຫຼວງຫຼາຍ- ແມ່ນຢູ່ວ່າເຂົາເຈົ້າເຫຼົ່ານັ້ນໄດ້ເງິນເດືອນເພື່ອດຳເນີນຊີວິດຕໍ່ໄປໄດ້ ໂດຍບໍ່ຕ້ອງເພິ່ງສະຫວັດດິການເທື່ອ… ແລະ ສຳຄັນທີ່ສຸດ ທີ່ຫຼາຍລັດ ອອກມາຮຽກຮ້ອງໃຫ້ເປີດປະເທດຄືເກົ່າ, ໃຫ້ມີການເຄື່ອນໄຫວທຸລະກິດ-ການຄ້າການບໍລິການຄືເກົ່າ ແມ່ນເພື່ອໃຜ? ໜ້າຄິດນໍ, ຄົນຫາເຊົ້າກິນຄໍ່າ ຍັງຕ້ອງຢູ່ທາມກາງຄວາມສ່ຽງ ຈາກການຕິດເຊື້ອ ຊຶ່ງມາຮອດມື້ນີ້ ນັບມື້ນັບຖີບຕົວຂຶ້ນສູງສຸດ ເປັນແສນກວ່າຄົນແລ້ວ ແລະຍັງເວົ້າກັນວ່າຍັງບໍ່ທັນຮອດຈຸດສູງສຸດເທື່ອ….

#ປະເທດຕູລະກີ:

ປະເທດຕີລະກີ ກໍນຳໃຊ້ມາດຕະການ curfew ຄືກັນ ແຕ່ເລືອກໃຊ້ສະເພາະວັນຕອນຄໍ່າຂອງວັນສຸກ ຮອດວັນອາທິດ ແລະ ວັນຈັນກໍດຳເນີນປົກກະຕິ; ຕົວເລກຂອງຜູ້ຕິດເຊື້ອກໍນັບມື້ນັບແຜ່ໄວຄືກັນ ວິທີການນີ້ ຫຼາຍຄົນກໍເຫັນວ່າ ຍັງບໍ່ມັນແມ່ນວິທີທີ່ສອດຄ່ອງເທື່ອ.

ທີ່ຍົກມານັ້ນເປັນພຽງບາງປະເທດ ໃຫ້ເຫັນພາບນຳກັນ; ຈຸດໃດຂ້າພະເຈົ້າເວົ້າຜິດພາດກໍຂໍອະໄພ ອາດຍ້ອນເກັບກຳຂໍ້ມູນບໍ່ດີແດ່ ແຕ່ທີ່ຍົກມານັ້ນ ຢາກເວົ້າວ່າ ນະໂຍບາຍໃນການຮັບມືໂຄວິດ ຄວນຈະເອົາຈຸດໃດເປັນທີ່ຕັ້ງຈຶ່ງເໝາະສົມລະຫວ່າງ ເສດຖະກິດ ແລະ ຊີວິດຄົນ?….

ພວກເຮົາຢາມນີ້ກໍລຳບາກນຳກັນແດ່ ມັນເປັນຊ່ວງເວລາທົດສອບສຳລັບພວກເຮົາ; ຂ້າພະເຈົ້າ ກໍເຂົ້າໃຈ ແລະ ເຫັນໃຈ ຜູ້ຫາເຊົ້າກິນຄໍ່າຢູ່ບ້ານເຮົາ ດັ່ງສຸພາສິດລາວວ່າ “ທຸກບໍ່ມີເສື້ອຜ້າ ມີຝາເຮືອນພໍລີ້ຢູ່. ທຸກບໍ່ມີເຂົ້າຢູ່ທ້ອງຊິນອນລີ້ຢູ່ບໍ່ເປັນ” ແຕ່ພວກເຮົາຫາກອົດທົນນຳກັນຕື່ມອີກໄປອີກຈັກໜ່ອຍ ດີກວ່າຈະເອົາໂຕເອງເຂົ້າໄປສ່ຽງໃນການຕິດເຊື້ອ; ຜູ້ປະກອບການ ຫຼື ນາຍຈ້າງກໍຄວນເຫັນໃຈລູກຈ້າງ (ຄືຂ້າພະເຈົ້າຂຽນມາແລ້ວໃນບົດຜ່ານມາ ກ່ຽວກັບວິທີການຜ່ານຜ່ານຳກັນ) ຄິດເສັຍວ່າ “ປ່າເພິ່ງເສືອ ເຮືອເພິ່ງພາຍ ນາຍເພິ່ງບ່າວ ເຈົ້າເພິ່ງຂ້ອຍ.”, ຫຼາຍມື້ແລ້ວເດນໍ ທີ່ບໍ່ມີຜູ້ຕິດເຊື້ອເພີ່ມຂຶ້ນແລ້ວ, ລັດຖະບານກໍອາດຜ່ອນຄາຍມາດຕະການລົງ ແລະ ພວກເຮົາກໍຈະມີໄຊຊະນະກັນທຸກຄົນ ເມື່ອຄົນລາວພວກເຮົາປອດໄພຈາກໂຄວິດ-19; ນໍສືບຕໍ່ ແລະ ອົດທົນຕື່ມອີກ. ສຸດທ້າຍ “ເກົ້າອົດເກົ້າເຍື້ອນ ຫາກຊິໄດ້ທ່ອນຄໍາ”ດອກໜາ.

ຂຽນຍາວອີກແລ້ວ, ຂອບໃຈທີ່ອ່ານ ແລະ ມີຄຳເຫັນນຳກັນ

ຂອບໃຈຂໍ້ມູນຈາກ: Nalonglith Norasing

ແບ່ງປັນ