Breaking News

ລັດຖະບານ ເລັ່ງຄົ້ນຄວ້ານະໂຍບາຍຫຼຸດຜ່ອນຜົນກະທົບດ້ານເສດຖະກິດໃນຊ່ວງວິກິດໂຄວິດ-19…

ແບ່ງປັນ

ລັດຖະບານ ແຫ່ງ ສປປ ລາວ ໄດ້ເລັ່ງຄົ້ນຄວ້າ ແລະ ກຳນົດ ບັນດານະໂຍບາຍ ທາງດ້ານເສດຖະກິດ ທີ່ໄດ້ວາງອອກກ່ອນໜ້ານີ້ ໃຫ້ມີຄວາມແທດເໝາະ ກັບສະພາບຕົວ ເພື່ອຫລຸດຜ່ອນຜົນກະ ທົບຕໍ່ເສດຖະກິດຂອງລາວ ຈາກການລະບາດຂອງພະຍາດ ໂຄວິດ-19 ຊຶ່ງປັດຈຸບັນນະໂຍບາຍນີ້ ສ່ວນຫລາຍ ແມ່ນກໍາລັງຈັດຕັ້ງປະຕິບັດ ແລະ ມີຈຳນວນໜຶ່ງ ຢູ່ໃນຂັ້ນຕອນການຄົ້ນຄວ້າ ພິຈາລະນາ. ຫລ້າສຸດໄດ້ນຳສະເໜີ ໃນກອງປະຊຸມຂອງຄະນະສະເພາະກິດ ດ້ານເສດຖະກິດເພື່ອແກ້ໄຂ ຜົນກະທົບການລະບາດ ພະຍາດ ໂຄວິດ-19 ໃນວັນທີ 20 ເມສາ 2020 ທີ່ນະຄອນຫລວງວຽງຈັນ. ເພື່ອພ້ອມກັນຄົ້ນຄວ້າ ແລະ ປັບປຸງຄືນໃໝ່ອີກຮອບ ແນໃສ່ໃຫ້ມີຄວາມເໝາະສົມກວ່າເກົ່າ ແລະ ຈັດຕັ້ງປະຕິບັດ ຢ່າງມີປະສິດທິພາບ.

ບັນດານະໂຍບາຍດັ່ງກ່າວປະກອບມີ:
-ຍົກເວັ້ນການເກັບອາກອນລາຍໄດ້ ຈາກເງິນເດືອນ ຂອງຜູ້ອອກແຮງງານ ທັງໝົດທັງພາກລັດ ແລະ ເອກະຊົນທີ່ມີລາຍຮັບ 5 ລ້ານກີບລົງມາ ໃນໄລຍະເວລາ 3 ເດືອນ(ເມສາ, ພຶດສະພາ, ມິຖຸນາ 2020)

-ຍົກເວັ້ນການເກັບ ອາກອນລາຍໄດ້ຂອງ ຈຸນລະວິສາຫະກິດຕາມ ທີ່ກຳນົດໄວ້ໃນມາດຕາ 29 ຂໍ້ 2 ຂອງກົດໝາຍວ່າດ້ວຍ ອາກອນລາຍໄດ້ ສະບັບເລກທີ 67/ສພຊ, ລົງວັນທີ 18 ມິຖຸນາ 2019 ເປັນໄລຍະເວລາ 3​ ເດືອນ (ເມສາ, ພຶດສະພາ, ມິຖຸນາ 2020)

– ຍົກເວັ້ນພາສີ-ອາກອນ ແລະ ຄ່າທຳນຽມຕ່າງໆ ໃນການນຳເຂົ້າສິນຄ້າທຸກປະເພດ ທີ່ນຳໃຊ້ເຂົ້າໃນວຽກງານ ສະກັດກັ້ນ, ກັນການລະບາດ ແລະ ກຽມຄວາມພ້ອມຮອບດ້ານ.

-ເລື່ອນການຊໍາລະພັນ ທະອາການຂອງຜູ້ປະກອບການທຸລະກິດ ບໍລິການທ່ອງທ່ຽວ ເປັນໄລຍະເວລາ 3 ເດືອນ ເລີ່ມແຕ່ເດືອນເມສາ 2020 ເປັນຕົ້ນໄປ

-ຕໍ່ເວລາການສົ່ງເອກະສານ ລາຍງານການເງິນ ແລະ ພັກການເຄື່ອນໄຫວວຽກງານ ປະຈຳປີ 2019 ຂອງວິສາຫະກິດຈາກ 31 ມີນາ 2020 ໄປເປັນ 30 ເມສາ 2020 ແລະ

-ຕໍ່ເວລາການຊຳລະຄ່າ ທຳນຽມທາງ ຈາກວັນທີ 31 ມີນາ ມາເປັນ 30 ມິຖຸນາ 2020.

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ເນັ້ນໃຫ້ໃຫ້ມີການ ຄົ້ນຄວ້າຜ່ອນຜັນ

ທ່ານ ສອນໄຊ ສີພັນດອນ ...

-ລາຄາ ຕໍ່ເວລາໃນການຊຳລະຄ່າໄຟຟ້າ ແລະ ນ້ຳປະປາ ຂອງຜູ້ຊົມໃຊ້ຄົວເຮືອນ ແລະ ພາກທຸລະກິດ
-ເຫັນດີໃຫ້ທະນາຄານແຫ່ງ ສປປ ລາວ ປະຕິບັດການປັບຫລຸດ ອັດຕາດອກເບັ້ຍພື້ນຖານ ແລະ ຫລຸດອັດຕາສ່ວນເງິນແຮ ຝາກບັງຄັບ ຂອງທະນາຄານ ທຸລະກິດ ລົງຕາມຄວາມເໝາະສົມ ໃນແຕ່ລະໄລຍະ
– ເຫັນດີໃຫ້ທະນາຄານ ແຫ່ງ ສປປ ລາວ ກຳນົດໃຫ້ບັນດາ ທະນາຄານທຸລະກິດ ປະຕິບັດນະໂຍບາຍສິນເຊື່ອ ເພື່ອແກ້ໄຂຜົນກະທົບຈາກ ການລະບາດ ຂອງພະ ຍາດໂຄວິດ-19 ເປັນຕົ້ນ: ນະໂຍບານການເລື່ອນ ເວລາຊຳລະຕົ້ນທຶນ ແລະ ດອກເບັ້ຍ, ປັບຫລຸດອັດຕາດອກເບັ້ຍ, ສະໜອງເງິນກູ້ບ້ວງໃໝ່ ໃຫ້ບັນດາຫົວໜ່ວຍທຸລະກິດ, ການປັບໂຄງສ້າງໜີ້, ການຈັດ ຊັ້ນໜີ້ ແລະ ອື່ນໆ ຕາມທີ່ກຳນົດໄວ້ໃນ ຂໍ້ຕົກລົງສະບັບເລກທີ 238/ທຫລ ລົງວັນທີ 26 ມີນາ 2020 ແລະ  ເລື່ອນການຊຳລະພັນທະ ການປະກອບສ່ວນ ປະກັນສັງຄົມແບບບັງຄັບ ຂອງຫົວໜ່ວຍທຸລະກິດ ທີ່ໄດ້ຮັບຜົນກະທົບ ເປັນໄລຍະເວລາ 3 ເດືອນ ເຊັ່ນກັນ.

ແຫລ່ງຂໍ້ມູນ: ຂ່າວສານປະເທດລາວ

ແບ່ງປັນ