Breaking News

ຜູ້ຢູ່ເບື້ອງຫຼັງໃນການສ້າງດາລາແຫ່ງວົງການບັນເທິງລາວ!

ແບ່ງປັນ

 

ຊະນີIndy ມາແລ້ວຈ້າ….ບ່າຍໆແບບນີ້ມາເວົ້າມາລົມກັນ ມື້ນີ້ຈະມາແນະນຳໃຫ້ແຟນໆໄດ້ຮູ້ກັບ ນັກປັ້ນດາລາແຫ່ງວົງການບັນເທິງລາວ ທະວີໄຊ ໄຊທິລາດ ຫຼື ຕ້າ ເອແພັກ ເພິ່ນເປັນສີລະປິນ ນັກຮ້ອງ ນັກແຕ່ງເພງ ລວມເຖິງຜູ້ຢູ່ເບື້ອງຫຼັງໃນການສ້າງດາລາສີລະປິນຫຼາຍໆຄົນມາແລ້ວບໍ່ວ່າຈະເປັນ ລູກນໍ້າ ທິດາລັດ, ຄຣິດຕິນ້າ, ບິນລີ່, ຕຸ່ນ ດີວ້າ, ຕິກ ພິ້ນເຊັດ ແລະ ຍັງມີນ້ອງໆອີກຫຼາຍໆຄົນທີ່ກຳລັງຈະມາເສີດສາຍສະແດງຄວາມສາມາດໃນວົງການບັນເທິງບ້ານເຮົາທີ່ນັບມື້ນັບໂດດເດ່ນ ແລະ ຫຼ້າສຸດ ຕ້າ ເອແພັກ ຍັງໄດ້ເປັນກຳມະການຮ່ວມຕັດສິນນ້ອງໆທີ່ມາຮ່ວມແຂ່ງຂັນໃນໂຄງການ ‘ຄົ້ນຫາໄວລຸ້ນຍຸກໃໝ່ສະໄຕສເກຣດ A’ ອີກດ້ວຍ, ຂໍຕົບມືແບບລົວໆໃຫ້ເລີຍເນາະ ແບບວ່າເກັ່ງສຸດຍອດ.

#ແຊຣໄປໃຫ້ໂລກຮູ້ວ່າຄົນລາວເຮົາເກັ່ງບໍ່ດ້ອຍກວ່າຊາດອື່ນ

ມາເບິ່ງ! ຮູບພາບທີ່ຖ່າຍຮ່ວມກັບສີລະປິນ…

ຂໍຂອບໃຈທີ່ມາ ແລະ ຮູບພາບຈາກ: Tar Apacts Thavixay  ແລະ TAR APACTS  

ແບ່ງປັນ