Breaking News

8 Step ໃນການແຕ້ມຄິ້ວໃຫ້ເປັນທໍາມະມຊາດທີ່ສຸດ ສາວໆຫ້າມພາດ!!!

ແບ່ງປັນ

8 Step ໃນການແຕ້ມຄິ້ວໃຫ້ເປັນທໍາມະມຊາດທີ່ສຸດ

ມາພົບກັນອີກແລ້ວສາວໆກັບ BeautyGuru ຄົນຜູ້ຮ້າຍໃຫຍ່ແຕ່ມັກຄວາມສວຍຄວາມງາມ ແລະ ມື້ນີ້ກໍບໍ່ພາດອີກຕາມເຄີຍກັບພາລະກິດນໍາພາສາວໆຍຸກໃໝ່ງາມໄປພ້ອມກັນກັບ 8 Step ຂອງການແຕ້ມຄິ້ວທີ່ຈະເຮັດໃຫ້ສາວໆງາມແບບທໍາມະຊາດເພາະວ່າຄິ້ວູືມົງກຸດຂອງໜ້າ ຖ້າຄິ້ວງາມກໍຈະເຮັດໃຫ້ສາວໆນັ້ນມີໃບໜ້າທີ່ງາມໄປພ້ອມນັ້ນເອງວ່າແລ້ວເຮົາຢ່າລໍຊ້າ ໄປງາມພ້ອມກັນເລີຍ

  1. ເຮັດຄວາມສະອາດຄິ້ວ ດ້ວຍການລ້າງໜ້ານັ້ນລະສາວໆ

2. ຫວີເສັ້ນຄິ້ວໃຫເຮຽງກັນເປັນຊົງທີ່ຕ້ອງການ

3. ຄ່ອຍໆເອົາສໍຂຽນຄິ້ວແຕ້ມຢ່າງເປັນທໍາມະຊາດຈາກຫົວຄິ້ວໄປຫາຫາງຂອງຄິ້ວເຮົາ ແຕ່ບໍ່ຕ້ອງຂຽນຫົວຄິ້ວໃຫ້ເຂັ້ມກວ່າຖ້າບໍ່ຢາກເປັນຊີນຈັງ!!

4.​ ແຕ້ມໃຫ້ຄິ້ວເຕັມ ລະວັງບໍ່ໃຫ້ເຂັ້ມຈົນເກີນໄປ ຈື່ໄວ້ວ່າເຮັດມືເບົາໆ

5. ໃຊ້ແປງຂຽນຄິ້ວຫົວມົນ ແລະ ຫົວຕັດໃນການຂຽນຄິ້ວແບບຝຸ່ນພະຍາຍາມເລຶອກສີນໍ້າຕານໃຫ້ເປັນທໍາມະຊາດເດີ້

6. ໃຊ້ແປງຂຽນຄິ້ວຫົວມົນເຂ່ຍສີຄິ້ວໃຫ້ສະເໝີກັນ ແລະ ໃຊ້ແປງຫົວຕັດເພີ່ມຄວາມຄົມໃຫ້ກັບຄອບຄິ້ວ

7. ຄ່ອຍໆລົງຝຸ່ນໃຫ້ເຕັມຄິ້ວ ແລະ ຫົວຄິ້ວທີ່ປະໄວ້ ລະວັງຢ່າໃຫ້ເຂັ້ມຈົນເກີນໄປຈື່ໄວ້ວ່າຄ່ອຍໆເບົາມື

8. ໃຊ້ແປງປັດຝຸ່ນຂຽນຄິ້ວອອກເພາະຈະໄດ້ທາອາຍແຊໂດສີທໍາມະຊາດໃສ່ເປຶອກຕາຈັກໜ້ອຍ ເພຶ່ອໃຫ້ຕາເບິ່ງມີມິຕິຂຶ້ນ

ງ່າຍໆພຽງເທົ່ານີ້ສາວໆກໍໄດ້ຄິ້ວທີ່ງາມໆແບບເປັນທໍາມະຊາດແລ້ວ

By: BeautyGuru

ແບ່ງປັນ