Breaking News

ໄລຍະ 3 ເດືອນການເຂົ້່າ-ອອກຂອງພາຫະນະ, ຜູ້ໂດຍສານຫຼຸດລົງເກືອບ 50%

ແບ່ງປັນ

ໃນທ້າຍອາທິດທີ່ຜ່ານມາ ຢູ່ທີ່ດ່ານພາສີສາກົນ ຂົວມິດຕະພາບ 1 ໄດ້ຈັດກອງປະຊຸມເພື່ອ ສະຫຼຸບຕີລາຄາຄືນ ໃນການຈັດຕັ້ງປະຕິບັດວຽກງານ ຈັດເກັບອາກອນມູນຄ່າເພີ່ມ 10% ໂດຍການເປັນປະທານຂອງ ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີ ກະຊວງການເງິນ ແລະ ພາກສ່ວນທີ່ກ່ຽວ ຂ້ອງເຂົ້າຮ່ວມ.
ການສະຫຼຸບຕີລາຄາ ຄືນການຈັດຕັ້ງປະຕິບັດ ການຈັດເກັບອາກອນມູນຄ່າເພີ່ມ 10% ຈາກເຄື່ອງຂອງຕິດໂຕຜູ້ໂດຍສານ.

ທ່ານ ວົງວັນເພັງ ພູມສະຫວັນ ຫົວໜ້າດ່ານພາສີສາກົນຂົວມິດຕະພາບ1 ໄດ້ລາຍງານວ່າ: ຜ່ານການດໍາເນີນການ ຈັດຕັ້ງປະຕິບັດມາໄດ້ 3 ເດືອນ ດ່ານພາສີສາກົນຂົວມິດຕະພາບ 1 ສາມາດສ້າງລາຍຮັບເຂົ້າງົບປະມານໄດ້ ຈໍານວນ 115 ລ້ານກວ່າກີບ, ສະເລ່ຍແລ້ວມື້ໜຶ່ງມີພາຫະນະຂາເຂົ້າ ທີ່ຊື້ເຄື່ອງຂອງມາແຈ້ງ ຊໍາລະອາກອນມູນຄ່າເພີ່ມ 10% ຈໍານວນ ປະມານ 20 ກວ່າຄັນ ແລະ ສາມາດຈັດເກັບລາຍຮັບໄດ້ ປະມານ 1 ລ້ານ ຫາ 2 ລ້ານ ກວ່າກີບຕໍ່ມື້, ສໍາລັບການແຈ້ງພາສີ-ອາກອນ ຕາມສາລະບານອັດຕາພາສີ ແລະ ລະບຽບກົດໝາຍກໍານົດ ພາຫະນະ ແລະ ຜູ້ໂດຍສານ ທີ່ທ່ຽວເຂົ້າ- ອອກຜ່ານດ່ານເປັນປະຈໍາ ແລະ ຊື້ເຄື່ອງມາໃນຮູບແບບ ລັກສະນະທາງການຄ້າ ສາມາດຈັດເກັບລາຍຮັບເຂົ້າງົບປະມານ ໄດ້ມື້ໜຶ່ງ 5 ຫາ 10 ລ້ານກວ່າກີບ ແຕ່ປະຈຸບັນເຫັນວ່າຂ້ອນຂ້າງຫຼຸດລົງ, ເຊິ່ງຕາມແຜນຈັດເກັບລາຍຮັບ ຂອງດ່ານ ທີ່ໄດ້ຮັບມອບໝາຍຈາກຂັ້ນເທິງ ແມ່ນເດືອນໜຶ່ງ 100 ຕື້ກີບ, ໃນນັ້ນ ສາມາດຈັດເກັບໄດ້ 93 ຕື້ກວ່າກີບ ເທົ່າກັບ 93% ຂອງແຜນການເດືອນ ເຫັນວ່າຢູ່ໃນລະດັບດີຖ້າທຽບໃສ່ກັບ ສົກປີທີ່ຜ່ານໆມາ. ພາຍຫຼັງຈັດຕັ້ງປະຕິບັດ ການຈັດເກັບອາກອນມູນຄ່າເພີ່ມຈາກເຄື່ອງຕິດໂຕຜູ້ໂດຍສານ ໃນອັດຕາ 10% ຂອງມູນຄ່າເຄື່ອງຂອງເຫັນວ່າ: ການເຂົ້່າ-ອອກ ຜ່ານດ່ານຂອງພາຫະນະ ແລະ ຜູ້ໂດຍສານມີຈໍານວນຫຼຸດລົງເກືອບ 50% ຖ້າທຽບໃສ່ໄລຍະກ່ອນ ການຈັດຕັ້ງປະຕິບັດ ອາກອນດັ່ງກ່າວ, ການຈັບຊື້-ຈັບຈ່າຍເຄື່ອງອຸປະໂພກ-ບໍລິໂພກ ຢູ່ປະເທດໄທ ແມ່ນຫຼຸດລົງຫຼາຍກວ່າ 70% ເຮັດໃຫ້ທຸລະກິດພາຍໃນ ສປປ ລາວ ທີ່ນໍາເຂົ້າເສຍພັນທະພາສີ-ອາກອນ ຖືກຕ້ອງຕາມລະບຽບກົດໝາຍ ມີຄວາມເພີ່ງພໍໃຈ ການຊື້-ຂາຍ ພາຍໃນປະເທດກໍມີຄວາມຄຶກຄື້ນ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການຈັດຕັ້ງປະຕິບັດອາກອນ ມູນຄ່າເພີ່ມ 10% ແມ່ນດໍາເນີນງານດ້ວຍຄວາມຟ້າວຝັ່ງ ແລະ ເຄັ່ງຮ້ອນ ເຮັດໃຫ້ພົບຄວາມຫຍຸ້ງຍາກ ໂດຍສະເພາະ ແມ່ນດ້ານສະຖານທີ່, ອຸປະກອນການຮັບໃຊ້, ການພັດທະນາລະບົບ ເອເລັກໂຕຣນິກ ແລະ ອື່ນໆ, ການເຜີຍແຜ່ລະບຽບການ, ຂັ້ນຕອນ ແລະ ວິທີການຈັດເກັບອາກອນມູນຄ່າເພີ່ມ 10% ຍັງບໍ່ທັນກ້ວາງຂວາງ ແລະ ຍັງບໍ່ທົ່ວເຖິງ ຈຶ່ງເຮັດໃຫ້ມີສຽງຈົ່ມວ່າຂອງສັງຄົມ, ໃນການຈັດເກັບ ເຖິງວ່າລາຍຮັບຈະບໍ່ໄດ້ເພີ່ມຂຶ້ນຫຼາຍ ແຕ່ກໍເປັນຜົນດີໃຫ້ປະຊາຊົນລາວ ຫຼຸດຜ່ອນການນໍາເອົາເງິນໄປໃຊ້ຈ່າຍຢູ່ຕ່າງປະເທດ, ເຮັດໃຫ້ເງິນຕາໃນປະເທດບໍ່ຮົ່ວໄຫລ ແລະ ທັງເຮັດໃຫ້ປະຊາຊົນ ລາວຫັນມາຊື້ສິນຄ້າ ໃນປະເທດຫລາຍຂຶ້ນ.

ຂໍ້ມູນຈາກ: ຂ່າວສານປະເທດລາວ

 

ແບ່ງປັນ