Breaking News
KuanjaI FaceB

ພູເຂົາສາຍຮຸ້ງ Zhangye Danxia Landform

ແບ່ງປັນ

ສະຖານທີ່ທ່ອງທ່ຽວໃນອາຊີກໍຖືວ່າ ມີຫຼາຍບ່ອນທີ່ສວຍສົດງົດງາມ ເຊິ່ງຫຼາຍຄົນອາດຈະເຄີຍໄດ້ໄປສຳພັດ ຫຼືພົບເຫັນດ້ວຍຕົນເອງມາແລ້ວກໍມີ ແຕ່ເຖິ່ງຢ່າງໃດກໍ່ຕາມທາງ ວາລະສານຂັວນໃຈຈະພາທ່ານຜູ້ອ່ານທຸກໆທ່ານທີ່ມີຄວາມສົນໃຈໃນການທ່ຽວຊົມ “ພູເຂົາ” ຂໍແນະນຳເລີຍວ່າ “ພູເຂົາສາຍຮຸ້ງ” ທີ່ຢູ່ບໍ່ໃກ້ບໍ່ໄກຈາກປະເທດລາວເຮົານີ້ ເຊິ່ງສະຖານທີ່ແຫ່ງນີ້ ເປັນແຫຼ່ງທ່ອງທ່ຽວທີ່ທຳມະຊາດສ້າງຂຶ້ນອີກແບບໜຶ່ງທີ່ເປັນຕາງຶດງໍ້ ແລະງົດງາມ ມີລວດລາຍທີ່ເປັນເອກະລັກ ສ້າງຂຶ້ນໂດຍທຳມະຊາດ ແລະທຳມະຊາດກໍໄດ້ແຕ່ງເຕີມສີສັນໃຫ້ກັບໂລກ ອຸທິຍານແຫ່ງຊາດ Zhangye Danxia ຈົນກາຍເປັນລັກສະນະສະເພາະຂອງ “ຕັນເຊຍແລນຟອນ” (Danxia landform) ແຫ່ງນີ້. ມັນສາມາດດຶງດູດນັກທ່ອງທ່ຽວຢ່າງຫຼວງຫຼາຍ ໃຫ້ບຸກບືນເດີນທາງໄປຊົມອຸທິຍານແຫ່ງຊາດ Zhangye Danxia ກັບພູເຂົາສາຍຮຸ້ງ. “ອຸທິຍານທໍລະນີຈາງເຍ່ ຕັນເຊຍແລນຟອດ” (Zhangye Danxia Landform Geological Park) ໄດ້ຕັ້ງຢູ່ໃນເມືອງຈາງເຍ່ ທາງຕາເວັນຕົກສຽງເໜືອຂອງມົນທົນການຊູ ລັກສະນະທາງທໍລະນີວິທະຍານີ້ພົບເຫັນໃນປະເທດຈີນ ມີລັກສະນະສຳຄັນຄື ພູຫີນຂະໜາດໃຫຍ່ທີ່ເປັນຊັ້ນໆເກີດມາຈາກຫີນລາຍສີແດງ ແລະການສະສົມຂອງແຮ່ທາດຕັ້ງແຕ່ຍຸດຄີເທຊຽມ.

Colorful Danxia Landform

Danxia Landform

"View of colourful rock formations at the Zhangye Danxia Landform Geological Park in Gansu Province, China, 22 September 2012."

 

 

ແບ່ງປັນ