Breaking News

ເກາະເຊຈູ ຄວາມມະຫັດສະຈັນທາງທຳມະຊາດ

ແບ່ງປັນ

ເກາະເຊຈູ ຄວາມມະຫັດສະຈັນທາງທຳມະຊາດ

“ຢາກໄປທ່ຽວເກົາຫຼີ” ປະໂຫຍກນີ້ໃຜໆກໍມີຢູ່ໃນຄວາມຄິດ ໂດຍສະເພາະ ສາວຫຼາຍໆຄົນ ລວມທັງແອດມິນເອງ ກໍປາຖະໜາຢາກໄປເຊັ່ນດຽວກັນ ເພື່ອຈະໄດ້ສຳພັດກັບບັນຍາກາດແດນກິມຈິຈັກເທື່ອໜຶ່ງໃນຊີວິດ ເອົາເປັນວ່າ ເຮົາມາຮູ້ຈັກປະເທດເກົາຫຼີໃຕ້ກັນກ່ອນເນາະ.

ສາທາລະນະລັດເກົາຫຼີ ຫລື ເກົາຫລີໃຕ້ ມີເມືອງຫຼວງຊື່ວ່າ ໂຊ. ສະພາບອາກາດມີ 4 ລະດູຄື ລະດູໃບໄມ້ຫຼົ່ນ, ລະດູຮ້ອນ, ລະດູມໍລະສຸມ ແລະ ລະດູໜາວ ສຳລັບສະຖານທີ່ທ່ອງທ່ຽວ ເກາະເຊຈູ (Jeju) ເປັນເກາະທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດທີ່ສວຍສົດງົດງາມ ແລະ ມີຄວາມມະຫັດສະຈັນທາງທຳມະຊາດຫຼາຍແຫ່ງທີ່ໄດ້ຮັບຮອງເປັນມໍລະດົກໂລກທາງທຳມະຊາດ ເວົ້າສະເພາະ ເກາະເຊຈູ ແຫ່ງນີ້ເກີດຈາກການລະເບີດຂອງພູເຂົາໄຟ ທີ່ເຮັດໃຫ້ພື້ນດິນອຸດົມໄປດ້ວຍແຮ່ທາດທີ່ສຳຄັນ  ເໝາະແກ່ການປູກພືດນາໆຊະນິດ ໜຶ່ງໃນນັ້ນກໍຄື ຊາຂຽວ ທີ່ຂຶ້ນຊື່ວ່າເປັນຊາທີ່ດີມີຄຸນນະພາບທີ່ສຸດ. ສິ່ງທີ່ພິເສດອີກຢ່າງໜຶ່ງກໍຄື ນໍ້າຕົກຕາດ ຊອນຈີຍອນ Cheongiyeon Waterfall ສາຍທາລາແຫ່ງນີ້ເປັນແຫຼ່ງນໍ້າຈືດທີ່ຫຼໍ່ລ້ຽງຜູ້ຄົນໃນເກາະເຊຈູຕະຫຼອດທັງອະດີດຈົນເຖິງປັດຈຸບັນ ມັນເປັນສິ່ງທີ່ຫາຍາກ ແລະ ມີຄຸນຄ່າທີ່ສຸດຂອງເກາະກາງທະເລແບບນີ້. ນອກຈາກນັ້ນ ເກາະ ເຊຈູ ຍັງມີວັດວາອາຮາມທີ່ໂດດເດັ່ນຫຼາຍແຫ່ງເຊັ່ນ: ວັດຍັກຊອນຊາ Takchunsa Temple ຫຼື ວັດນໍ້າສັກສິດ ທີ່ຫຼາຍໆຄົນໄດ້ໄປແລ້ວແມ່ນຕ້ອງໄປຂໍພອນຢູ່ວັດແຫ່ງນີ້ ລົງທ້າຍດ້ວຍຈຸດສຳຄັນອີກບ່ອນໜຶ່ງເນາະທ່ານຜູ້ອ່ານ ນັ້ນກໍຄື ຈູຊັງຈອດລີ ເປັນແຄມຝັ່ງທີ່ມີຮູບຮ່າງ 6 ແຈ ຄືຮັງເຜີ້ງຕິດກັນ ມັນເກີດຈາກການເຢັນຕົວ-ແຂງຕົວຂອງລາວາຮ້ອນກະທັນຫັນ ເຊິ່ງຈຸດໆນີ້ນັກທ່ອງທ່ຽວມັກຈະມາເບິ່ງຕາເວັນຕົກຍາມແລງຫຼາຍທີ່ສຸດ.

 

01 02 03 04 05 06

 

ແບ່ງປັນ