Breaking News

ຄວາມງາມ ​ພູ​ເຂົາ​ໄຟ ອະ​ໂຊະ ນາຄາ​ດາເກະ

ແບ່ງປັນ

ຄວາມງາມ ພູເຂົາໄຟ ອະໂຊະ  ນາຄາດາເກະ (Aso Nakadake Crater)

ທ່ານຜູ້ອ່ານ ອາດຈະບໍ່ຄຸ້ນຫູ ກັບຊື່ເມືອງ ຄຸມາໂມໂຕະ ເຊິ່ງເປັນເມືອງທີ່ຕັ້ງຢູ່ທາງຕາເວັນຕົກຂອງເກາະ ຄິວຊູ ປະເທດຢີ່ປຸ່ນ ມີທຳມະຊາດທີ່ສວຍສົດງົດງາມໂດດເດັ່ນ ພ້ອມທັງມີປະຫວັດສາດອັນດົນນານມາແລ້ວ ສະຖານທີ່ທ່ອງທ່ຽວບາງບ່ອນໃນເມືອງ ຄຸມາໂມໂຕະມີ: ປາກປ່ອງພູເຂົາໄຟ ອະໂຊະ ນາຄາເກະ (Aso Nakadake Crater).

ພູເຂົາໄຟອະໂຊະ ນາຄາດາເກະ ເປັນພູເຂົາໄຟທີ່ມີພະລັງ, ເປັນສະຖານທີ່ ທີ່ສາມາດເບິ່ງຄວາມງາມຂອງ ປ່ອງພູເຂົາໄຟໄດ້ໃກ້ທີ່ສຸດ ຕັ້ງຢູ່ກາງເກາະ ຄິວຊູ ເຊິ່ງພູເຂົາໄຟແຫ່ງນີ້  ຂຶ້ນຊື່ລືນາມວ່າ: ເປັນອານາເຂດທີ່ໃຫຍ່ທີ່ສຸດແຫ່ງໜຶ່ງຂອງໂລກ ໂດຍມີຄວາມຍາວ ປະມານ 24 ກິໂລແມັດ ຈາກເໜືອລົງໃຕ້ ແລະ 18 ກິໂລແມັດ ຈາກຕາເວັນອອກ ສູ່ຕາເວັນຕົກ ສ່ວນບ່ອນປາກປ່ອງພູເຂົາໄຟ ຈະມີເສັ້ນອ້ອມວົງ ປະມານ 4 ກິໂລແມັດ ເສັ້ນຜ່າສູນກາງ 600 ແມັດ ແລະ ເລິກ 130 ແມັດ ໂດຍນັກທ່ອງທ່ຽວ ສາມາດຂັບລົດຂຶ້ນໄປ ທ່ຽວຊົມທິວທັດໄດ້ ຫຼື ຈະນັ່ງກະຕ່າ (ກະເຊົ້າ) ຂຶ້ນໄປກໍໄດ້ ບໍລິເວນໃກ້ໆຈະມີທະເລສາບປາກປ່ອງພູເຂົາໄຟ ເຊິ່ງເປັນນໍ້າພຸຮ້ອນ ສີຂຽວມໍລະກົດ ມີຄວັນດັນຂຶ້ນມາເປັນໄລຍະໆ ແລະ ມີບ່ອນຫລົບລີ້ຫີນ ຫຼື ສິ່ງທີ່ເປັນອັນຕະລາຍຕ່າງໆ ທີ່ເກີດຈາກການລະເບີດກະທັນຫັນໄດ້ ນອກຈາກນີ້ ຍັງມີຮ້ານຄ້າຈໍາໜ່າຍສິນຄ້າ ຂອງທີ່ລະນຶກຈາກພູເຂົາໄຟ, ນໍ້າມັນມ້າ ເຫຼົ່ານີ້ເປັນຕົ້ນ ເຊິ່ງໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວຕ່າງປະເທດຢ່າງຫຼວງຫຼາຍ.

 

03

 

ແບ່ງປັນ