Breaking News

ເບິ່ງແຍງຜິວສາວໆ ແຕ່ລະໝວດເລືອດ

ແບ່ງປັນ

ໝວດເລືອດທີ່ແຕກຕ່າງກັນນັ້ນ ຍ່ອມເຮັດໃຫ້ຮ່າງກາຍຂອງເຮົາມີຄວາມແຕກຕ່າງກັນ ລວມເຖິງຜິວພັນຂອງເຮົາອີກດ້ວຍດັ່ງນັ້ນການເບິ່ງແຍງຜິວພັນຈຶ່ງມີວິທີເບິ່ງແຍງທີ່ແຕກຕ່າງກັນໄປດັ່ງນີ້:

    ສາວໝວດ AB: ສາວໆສ່ວນຫຼາຍມີຜິວພັນໄວຕໍ່ແດດ ແຕ່ເຖິງຈະຄໍ້າໄວແຕ່ກໍກັບມາຂາວໄວໄດ້ຄືກັນ ຄວນໃຊ້ຜະລິດຕະພັນປະເພດ Toner ແລະ ຜະລິດຕະພັກມາດສ໌ໜ້າຕ່າງໆ ຫຼືຈະພອກໜ້າດ້ວຍໄຂ່ຂາວ, ນໍ້າເຜິ້ງ ຊ່ວຍເຮັດຄວາມສະອາດ ແລະ ຊ່ວຍດູດຊັບສິ່ງທີ່ຕົກຄ້າງຢູ່ເທິ່ງຜິວພັນ.

    ສາວໝວດ A: ເປັນຄົນທີ່ມີຮູຂຸມຂົນນ້ອຍ, ບໍ່ຄ່ອຍຈະມີເຫື່ອ, ມີຜິວພັນຄ່ອນຂ້າງແຫ້ງ ຄວນເພິ່ມຄວາມຊຸ່ມດ້ວຍການໃຊ້ moisturizer, ດື່ມນໍ້າໃຫ້ພຽງພໍ, ຮັບປະທານຜັກ ແລະ ໝາກໄມ້ຫຼາຍໆ ເລືອກໃຊ້ຮອງພື້ນແບບບາງເບົາ.

ສາວໝວດ O: ສິ່ງທີ່ສໍາຄັນສໍາລັບສາວໝວດO ຄືການນອນຫຼັບພັກຜ່ອນໃຫ້ພຽງພໍ ໃຫ້ຜິວໜັງໄດ້ຟື້ນຟູຕົວເອງ, ເລືອກຜະລິດຕະພັນລ້າງໜ້າສູດທີ່ອ່ອນໂຍນເຂົ້າໄວ້ ແລະ ຫ້າມລືມທາຄີມກັນແດດເດັດຂາດ, ເນັ້ນດ້ານການຄວບຄຸມຄວາມມັນໃຫ້ຜິວເພິ່ມຄວາມຊຸ່ມ.

    ສາວໝວດ B: ເປັນຜິວພັນທີ່ຄ່ອນຂ້າງບອບບາງແພ້ງ່າຍ, ມີຄວາມອ່ອນໄຫວຕໍ່ສານຕ່າງໆທີ່ເຂົ້າສູ່ຮ່າງກາຍ ເວລາເລືອກຜະລິດຕະພັນຄວນເລືອກແບບທີ່ບໍ່ປະສົມແອວກໍຮໍ, ບໍ່ປະສົມນໍ້າຫອມ ເພາະຈະເຮັດໃຫ້ຄັນຄາຍໄດ້ງ່າຍ, ບໍ່ຄວນສະຄັບຜິວພັນ, ຂັດຜິວພັນເລື່ອຍໆ ແລະ ຈະປ່ຽນຜະລິດຕະພັນເບິ່ງແຍງຜິວພັນຕ້ອງລະວັງໃຫ້ຫຼາຍ.

ແບ່ງປັນ