Breaking News

ຈະເປັນແນວໃດ? ເມື່ອອາຈານແມ່ ອາຍຸ 63 ປີ ລຸກຂຶ້ນມາແຕ່ງຕົວໄປກິນເຂົ້າປານຈະໄປເດີນ Fashion ແບບນີ້!

ແບ່ງປັນ

ວ້າວວວ (ວອີກລ້ານຕົວກໍຍັງບໍ່ພໍ) ໝົດຄໍາຊິມາປຽບທຽບກັບແມ່ແທ້ໆ ບອກໄດ້ຄໍາດຽວວ່າ ເລີ໋ດໆໆໆ ເມື່ອສາວຮຸ້ນແມ່ເຖົ້າລຸກຂຶ້ນມາແຕ່ງຕົວປານຈະໄປເດີນ Fashion ແຕ່ຄວາມຈິງແລ້ວເປັນການແຕ່ງຕົວໄປເຮັດວຽກປົກກະຕິ ແລະ ທີ່ສໍາຄັນແມ່ຍັງເປັນອາຈານໃນມະຫາວິທະຍາໄລແຫ່ງໜຶ່ງ ໃນປະເທດສະຫະລັດອາເມຣິກາ ເມື່ອຮູບພາບຂອງລາວຖືກເຜີຍແຜ່ອອກໄປ ກໍເຮັດໃຫ້ຫຼາຍຄົນມີຄວາມສົນໃຈ ແລະ ເປັນຄົນດັງໃນຊົ່ວຂ້າມຄືນ.  ເຊິ່ງຄົນທີ່ເຮົາກໍາລັງກ່າວເຖິງໃນນີ້ກໍຄື: ອາຈານ Lyn Slater ອາຍຸ 63 ປີ ຈາກ Frodham University New York ນັ້ນເອງ. ຄົນທໍາມະດາທີ່ມີວິຖີຊີວິດທໍາມະດາ ແຕ່ອາດຈະມີສີສັນຫຼາຍກວ່າຄົນໃນໄວດຽວກັນເລັກໜ້ອຍ ຈັ່ງໃດແຟນໆຂວັນໃຈທີ່ມັກໃນເລື່ອງຂອງ Fashion ກໍຢ່າລຶມເອົາໄປເປັນແບບຢ່າງກັນໄດ້ເດີ້ ເພາະຂັວນໃຈເຊື່ອວ່າ Fashion ບໍ່ໄດ້ກໍານົດເພດໄວ ທຸກຢ່າງມັນຢູ່ທີ່ໃຈ ເຮັດຫຍັງແລ້ວສະບາຍໃຈກໍເຮັດໄປ ເຮັດໃນສິ່ງທີ່ມັກ ແລະ ພໍໃຈແລ້ວຊີວິດຈະມີຄວາມສຸກກວ່າເດີ້ສາວໆ. ເວົ້າມາຫຼາຍເຮົາໄປເບິ່ງ Fashion ໃນ Life Style ຂອງອາຈານແມ່ ກັນດີກວ່າ!

By: BeautyGuru

Cr: Meekhao.com

ແບ່ງປັນ