Breaking News

ຮ້ານ Pricco ໃຫ້ບໍລິການເບເກີຣີ້ ຕາມເອກະລັກຂອງຝຣັ່ງ

ແບ່ງປັນ

ທ່ານໃດທີ່ຄຸ້ນເຄີຍກັບບໍລິເວນວັດມີໄຊ ຄົງຈະບໍ່ປະຕິເສດວ່າ ເຂດນັ້ນຖືເປັນອີກເຂດຫນຶ່ງທີ່ມີຮ້ານອາຫານຫລາກຫລາຍປະເພດ ເຊິ່ງທ່ານສາມາດຍ່າງເລາະກິນໄດ້ແບບສະບາຍໆເລີຍ. ພິເສດ ຫລາຍທ່ານອາດຈະເຄີຍຜ່ານກາຍ ຮ້ານເບເກີຣີ້ ໃນຮູບແບບຕາເວັນຕົກທີ່ມີຊື່ວ່າ Pricco.

ຮ້ານ Pricco ໃຫ້ບໍລິການເບເກີຣີ້ ຕາມເອກະລັກຂອງຝຣັ່ງ ເຊັ່ນ: ເຂົ້າໜົມຕ່າງໆ, ແຊນວິສ, ເຄື່ອງດື່ມປະເພດຕ່າງໆເຊັ່ນ:  ກາເຟ…  ທາງຮ້ານເປີດບໍລິການແຕ່ເຊົ້າໆ ດັ່ງນັ້ນ, ທ່ານໄດ້ທີ່ຕ້ອງການແວ່ຮັບປະ ທານອາຫານເຊົ້າ ກໍສາມາດຢ້ຽມຢາມ ຫລື ຈະແວ່ຮັບປະທານອາຫານທ່ຽງເພື່ອສຸຂະພາບຈັກຈານກໍ່ໄດ້ເຊັ່ນດຽວກັນ.

ຮ້ານ Pricco ເນັ້ນການຕົກແຕ່ງໃນຮູບແບບ ຄລາສສິກ ແຕ່ມີຄວາມລຽບງ່າຍ ແບບສະບາຍ ສະບາຍ ເປັນກັນເອງ ຈຶ່ງເໝາະສົມສໍາລັບການພົບປະກັບໝູ່ຄູ່ ຫລື ຈະໃຊ້ເວລາກັບຄອບຄົວ. ທາງຮ້ານມີການແບ່ງຂອບເຂດໃນການນັ່ງອອກເປັນສອງລັກສະນະ ກໍ່ຄືພາຍໃນຮ້ານແບບຕິດແອເຢັນສະບາຍ ຫລື ທ່ານສາມາດເລືອກນັ່ງໄດ້ທີ່ດ້ານໜ້າຂອງຮ້ານ ກໍໄດ້ບັນຍາກາດອີກແບບໜຶ່ງ ໃນການເບິ່ງຄົນຜ່ານໄປມາ ໂດຍສະເພາະ ໃນໄລຍະທີ່ອາກາດເຢັນສະບາຍແບບນີ້.

ຈຸດພິເສດຂອງທາງຮ້ານ ກໍ່ແມ່ນເຂົ້າຈີ່ທີ່ທາງຮ້ານເຮັດເອງ ຮັບປະກັນຄວາມສົດໃໝ່ທຸກມື້, ນອກ ຈາກນັ້ນ, ຍັງມີການນໍາໃຊ້ຜັກສະຫລັດ, ລ໋ອກເກັດປອດສານ… ທີ່ທາງຮ້ານປູກເອງມາໃຫ້ບໍລິການພ້ອມ. ທາງຮ້ານແມ່ນໃສ່ໃຈເປັນພິເສດ ກັບການຄັດເລືອກວັດຖຸດິບທີ່ເອົາມາໃຊ້ປຸງແຕ່ງອາຫານ ເພື່ອໃຫ້ແນ່ໃຈວ່າອາຫານທີ່ເສີບລູກຄ້າແມ່ນອາຫານທີ່ສະອາດ ແລະ ມີຄຸນນະພາບສູງ.

ສຳລັບລາຍການອາຫານ ຫລື ເມນູແນະນໍາໃນສະບັບນີ້ ກໍຂໍເລືອກມາ 2-3 ຢ່າງ, ເມນູທໍາອິດແມ່ນອາຫານສະຕາຍແຂກຂາວ ທີ່ຫາກິນໄດ້
ທົ່ວໄປໃນທະວີບເອຣົບ ມີຊື່ວ່າ: ເຄບັບໄກ່ ເຊິ່ງທາງຮ້ານໄດ້ນໍາເອົາມາປະຍຸກໃຫ້ຖືກກັບລົດຊາດການກິນອາຫານຂອງຄົນອາຊີ. ຈານທີສອງ
ແມ່ນ ແຊນວິດງົວ ຈຸດພິເສດແມ່ນຢູ່ທີ່ຊີ້ນສະເຕັກງົວທີ່ນຸ້ມ ແລະ ຫອມດ້ວຍຊ໋ອດສູດພິເສດປຸງແຕ່ງຂຶ້ນມາໃຫ້ເຂົ້າກັນກັບຊີ້ນງົວ. ສ່ວນເມນູແນະ
ນໍາສຸດທ້າຍແມ່ນ “ສະຫລັດເອິກເປັດ” ເປັນສະຫລັດປອດສານທີ່ທາງຮ້ານປູກເອງ ເຊິ່ງຂາດບໍ່ໄດ້ແມ່ນ ລ໋ອກເກັດ, ເອິກເປັດຫົມຄວັນ ແລະ ນໍ້າ
ສະຫລັດສູດພິເສດຂອງທາງຮ້ານ.

ສໍາລັບທ່ານໃດທີ່ກໍາລັງຊອກຫາຮ້ານອາຫານບັນຍາກາດດີ, ຢູ່ໃຈກາງເມືອງ ແລະ ເໝາະສໍາລັບການສັງສັນຫລັງເລິກວຽກ ຫລື ພົບປະ
ໃນຕອນເຊົ້າກ່ອນໄປເຮັດວຽກ ຫລື ລະຫວ່າງພັກທ່ຽງ, ຂ້າພະເຈົ້າກໍ່ຂໍແນະນໍາ ຮ້ານ Pricco ໃຫ້ເປັນອີກທາງເລືອກໜຶ່ງສໍາລັບຜູ້ທີ່ມັກຮັບປະ
ທານເບເກຣີແບບສະບັບຕາເວັນຕົກ.

ທີ່ຢູ່: ຖະໜົນ ໜໍ່ແກ້ວກຸມມານ, ບ້ານ ມີໄຊ

ເວລາເປີດ: ວັນຈັນ ເຖິງ ວັນເສົາ 08:00 ໂມງເຊົ້າ

ເຖິງ 08:00 ໂມງແລງ

ເບີໂທຕິດຕໍ່: 021 215 889

ແບ່ງປັນ