Breaking News

Keo Khounphachanh

ເທັກນິກ ສຸດເລີ໋ດ!! ປ່ຽນຈາກສາວກົ້ນໃຫຍ່ໃຫ້ກາຍມາເປັນຫຸ່ນນາງແບບໄດ້ງ່າຍໆ!

ສະບາຍດີສາວໆ ຂັວນໃຈທັງຫຼາຍ ມື້ນີ້ເອົາໃຈເປັນພິເສດສໍາລັບ ສາວຄົນໃດທີ່ມີບັນຫາເລື່ອງກົ້ນໃຫຍ່ ເຮັດໃຫ້ບໍ່ມີຄວາມໝັ້ນໃຈໃນການແຕ່ງຕົວ ບໍ່ວ່າຈະໃສ່ຫຍັງກໍບໍ່ງາມ ເບິ່ງຄືຕຸ້ຍກວ່າປົກກະຕິ ສາວໆບາງຄົນກໍອາດຈະຊອກເສື້ອໂຕໃຫຍ່ໆມາໃສ່ເພື່ອປົກປິດ ແຕ່ກໍຍັງບໍ່ໄດ້ຜົນ ຊັ້ນລອງມາເບິ່ງວິທີ ປົກປິດກົ້ນໃຫຍ່ ປ່ຽນກົ້ນໃຫຍ່ ໃຫ້ກາຍເປັນຫຸ່ນນາງແບບ ທີ່ຂັວນໃຈເອົາມາຕ້ອນກັນໃນມື້ນີ້ ຄວນເລືອກໃສ່ກະໂປງແອວສູງ: ເພາະຈະບໍ່ເປັນການເນັ້ນສ່ວນກົ້ນ ຈະເຮັດໃຫ້ເບິ່ງຊື່ກັນໄປເລີຍຕັ້ງແຕ່ແອວ ສໍາຄັນທີ່ສຸດຖ້າບໍ່ຢາກເບິ່ງຄືຕຸ້ຍຫ້າມໃສ່ກະໂປງແອວຕໍ່າເດັດຂາດ 2. ຫ້າມໃສ່ເສື້ອຕົວໃຫຍ່ຈົນເກີນໄປ: ສາວຄົນໃດທີີ່ຄິດວ່າການນຸ່ງເສື້ອໂຕໃຫຍ່ຈະເຮັດໃຫ້ສາມາດປົກປິດກົ້ນໄດ້ ນັ້ນເປັນຄວາມຄິດທີ່ຜິດ ເພາະຖ້າໃສ່ເສື້ອຕົວໃຫຍ່ກໍຈະເຮັດໃຫ້ໂຕເບິ່ງໃຫຍ່ໄປໝົດ ແຖມຍັງເຮັດໃຫ້ເບິ່ງຄືເຖົ້າຂຶ້ນນໍາອີກ 3. ເອົາເສື້ອເຂົ້າໃນສົ້ງ/ກະໂປງ: ການເອົາເສື້ອໄວທາງນອກຈະເຮັດໃຫ້ເນັ້ນກົ້ນຫຼາຍ ສະນັ້ນ ແນະນໍາໃຫ້ເອົາເສື້ອເຂົ້າໃນເພື່ອເນັ້ນສັດສ່ວນໃຫ້ຊັດເຈນຂຶ້ນຈະດີກວ່າ 4. ເພີ່ມເຄື່ອງປະດັບ: ຊອກເຄື່ອງປະດັບ ໂດຍສະເພາະສ້ອຍຄໍສີແຈ້ງ ຈະຊ່ວຍດຶງດູດຈຸດເດັ່ນໄປຍັງຈຸດອື່ນ ທີ່ບໍ່ແມ່ນກົ້ນໄດ້ 5. ກະໂປງຊົງເອ: ຊ່ວຍປົກປິດຊົງຂອງກົ້ນ ແລ້ວມາເນັ້ນທີ່ແອວຫຼາຍຂຶ້ນ 6. ໃສ່ສົ້ງຂາກວ້າງກໍໄດ້: ສົ້ງຂາກວ້າງຈະອໍາພາງຫຸ່ນທັງໝົດໃຫ້ຈ່ອຍ ແລະ ພຽວລົງທັນທີ 7. ການເລືອກກະເປົາກໍ່ສໍາຄັນ: ຄວນເລືອກກະເປົາທີ່ເປັນສາຍພາຍເພື່ອທີ່ຈະປົກປິດກົ້ນໄດ້ By: BeuatyGuru Cr: …

Read More »

ສາວນ້ອຍໜ້າຮັກຈາກເມືອງວິລະຊົນ ຄົນນີ້ແມ່ນໃຜ?

ສະບາຍດີສາວໆແຟນຂັວນໃຈທຸກຄົນເດີ້ ມາພົບກັນອີກແລ້ວໃນມື້ວັນສຸກທ້າຍອາທິດ (ເວລາຈັ່ງແມ່ນຜ່ານໄປໄວໆເນາະ) ບຶດດຽວກະຮອດວັນສຸກອີກແລ້ວ ມາພົບກັນໃນມື້ນີ້ ພິເສດສຸດໆ ເພາະແອດບັງເອີນເຂົ້າໄປເຫັນ Facebook ຂອງສາວນ້ອຍຄົນໜຶ່ງ ທີ່ງາມ ແລະ ໜ້າຮັກສົມໄວ ແຖມຍັງມີຄວາມສາມາດຫຼາກຫຼາຍນໍາອີກ ແອດຄົນດີກໍເລີຍເກັບພາບຄວາມໜ້າຮັກຂອງສາວນ້ອຍຄົນນີ້ມາຕ້ອນແຟນໆຂັວນໃຈກັນ ສາວນ້ອຍທີ່ວ່ານັ້ນກໍຄື ສາວ ຊົມພູ່ ພະໄຊສົມບັດ ສາວນ້ອຍຈາກເມືອງວິລະຊົນ ປັດຈຸບັນກໍາລັງຮຽນຢູ່ທີ່ ໂຮງຮຽນ ມັດທະຍົມສົມບູນ ອຸທຸມພອນ ເມືອງ ອຸທຸມພອນ ແຂວງ ສະຫວັນນະເຂດນັ້ນເອງ ເຫັນຍັງຮຽນມໍປາຍຢູ່ແບບນີ້ແຕ່ຄວາມໜ້າຮັກເຜີຍແຜ່ລັດສະໜີໄປກວ້າງຈົນບັງຄວາມງາມຂອງແອດໄປໝົດເລີຍ (ແອດມີຄວາມງາມຢູ່ຫວາ…ງົງ) ເອົາເປັນວ່າເຮົາໄປເບິ່ງພ້ອມກັນເລີຍວ່າ ສາວນ້ອຍຄົນນີ້ຈະໜ້າຮັກຂະໜາດໃດ!   By: BeautyGuru ຂອບໃຈຮູບພາບຈາກ: F.B: C’Chompoo Phaxaysombath

Read More »

ໜ້າລອງ! ກັບ 3 ຄຼີນິກເສີມດັງໃນລາວທີ່ໜ້າໄປທີ່ສຸດ

ສະບາຍດິີສາວໆຂວັນໃຈທັງຫຼາຍ ຄວາມງາມເປັນຫຍັງທີ່ແຍກກັນບໍ່ອອກອີ່ຫຼີສໍາລັບແມ່ຍິງຄືເຮົາໆ ແລະ ມັນກໍບໍ່ເປັນເລື່ອງຍາກໃນທຸກມື້ນີ້ ເພາະວ່າເທັກໂນໂລຍີ່ມີຄວາມກ້າວໜ້າ ແລະ ທັນສະໄໝຂຶ້ນຫຼາຍ ບໍ່ໄດ້ງາມແນ່ກໍາເນີດແຕ່ເຮົາສາມາດສ້າງມັນໄດ້ດ້ວຍການສັນຍະກໍາ ໂດຍສະເພາະ ຖ້າເວົ້າເຖິງການສັນຍະກໍາແລ້ວກໍຄົງໜີບໍ່ພົ້ນກັບການເສີມດັງນັ້ນເອງ ເພາະເອີ້ນໄດ້ວ່າກໍາລັງ HitHot ກັນທີ່ສຸດໃນຕອນນີ້ ແຕ່ວ່າໄປແລ້ວມັນກໍມີຄວາມສ່ຽງຫຼາຍຢ່າງຢູ່ ຖ້າເຮົາເລືອກຄຼີນິກທີ່ບໍ່ໄດ້ມາດຕະຖານອາດຈະຜິດຫວັງເສຍໃຈ ແຖມຍັງຕ້ອງເສຍເງິນໄປຟຣີໆກໍໄດ້ ສະນັ້ນ ມື້ນີ້ BaeutyGuru ຈຶ່ງຈະມາແນະນໍາຄຼີນິກ ເສີມດັງໃນລາວທີ່ໜ້າໄປທີ່ສຸດ! ໃຫ້ກັບສາວໆໄດ້ຮູ້ຈັັກກັນ ບໍ່ຢາກຈະບອກວ່າມັນດີແນວໃດຕອນນີ້ ບອກໄດ້ແຕ່ວ່າ ສາວໆດາຣາແຖວໜ້າຂອງລາວເຮົາກໍຍັງໄວ້ວາງໃຈໄປໃຊ້ບໍລິການເພີ່ນພຸ້ນລ່ະ! ຢາກຮູ້ກັນແລ້ວແມ່ນບໍ່ ຄັ້ນຊັ້ນເຮົາໄປເບິ່ງກັນເລີຍ ກັບ 3 ຄຼີນິກເສີມດັງໃນລາວທີ່ໜ້າໄປທີ່ສຸດ! Nim aura lao clinic ນິມອໍຣາລາວຄຣີນິກ ດັງບໍ່ ໂມບໍ່ຄົມ ບໍ່ໄດ້ຮູບຊົງ ດັງເປັນບັນກາເຮັດໃຫ້ໜ້າບໍ່ເດັ່ນ!! ມາປຶກສາ ນິມອໍຣາຄຣີນິກ ທ່ານຈະມີດັງທີ່ງາມ ຄຸ້ມຄ່າ ສົມລາຄາກັບບ້ານແນ່ນອນ ເພາະທາງ ນິມອໍຣາລາວຄຣີນິກ ເພີ່ນໄດ້ມີໝໍທີ່ມີປະສົບການສູງຈາກປະເທດໄທມາໃຫ້ຄໍາປຶກສາ ແລະ ຜ່າຕັດໃຫ້ຢູ່ລາວເລີຍ ຈ່າຍພຽງຄັ້ງດຽວຈົບເລີຍດ້ວຍລາຄາ …

Read More »

ອ່ອຍຍຍ… ຈັ່ງແມ່ນຜູ້ງາມກະດໍ້ສາວໃນເຄື່ອງແບບນີ້ເນາະ!! (ທຽບກັນເລີຍ)

ສະບາຍດີສາວໆມາພົບກັບ BeautyGuru ຄົນຜູ້ຮ້າຍໃຫຍ່ອີກແລ້ວ ມາພົບກັນທຸກມື້ກໍຕ້ອງມີເລື່ອງລາວດີໆກ່ຽວກັບຄວາມສວຍຄວາມງາມ ສິ່ງທີ່ຄຽງຄູ່ກັບສາວໆທຸກຄົນນັ້ນເອງ ແຕ່ມື້ນີ້ ຈະຂໍໂຈະເລື່ອງຄວາມສວຍງາມຂອງຕົວເອງເອົາໄວ້ກ່ອນ ເພາະວ່າ BeautyGuru ຈະພາສາວໆໄປເບິ່ງບັນດາສາວລາວໃນເຄື່ອງແບບກັນ ບອກເລີຍວ່າ ງາມບໍ່ແພ້ຊາດໃດໃນໂລກເລີຍລ່ະ ບໍ່ວ່າຈະເປັນສາວຄູ ທີ່ເຫັນແລ້ວໜຸ່ມໆຕ້ອງຢາກຈະກັບໄປຮຽນອີກຄັ້ງ, ສາວແພດທີ່ເຫັນແລ້ວເກີດອາການຄືຈະເປັນໄຂ້ຕ້ອງໄປໂຮງກັບບາດ, ສາວຕໍາຫຼວດທີ່ຢາກໃຫ້ມາກວດຫົວໃຈ ເພາະກໍາລັງເຮັດຜິດຢູ່ ຫຼືຈະເປັນສາວທະຫານທີ່ທັງງາມທັງເກັ່ງໜ້າຍົກຍ້ອງອີ່ຫຼີ ຢາກເຫັນແລ້ວບໍ່ສາວໆ ຄັ້ນຊັ້ນເຮົາໄປເບິ່ງພ້ອມກັນເລີຍ ສາວຄູເຫັນແລ້ວຢາກຈະກັບໄປຮຽນອີກຄັ້ງ ເຫັນສາວແພດ ແລ້ວເກີດມີອາການໜາວໆຮ້ອນຄືຈະເປັນໄຂ້ ຢາກໃຫ້ສາວແພດມາຊ່ວຍຮັກສາ ອິອິ ສາວຕໍ່າຫຼວດຊ່ວຍມາກວດຫົວໃຈແດ່ ກໍາລັງເຮັດສິ່ງຜິດກົດໝາຍ ເພາະກໍາລັງໄປລັກເອົາຫົວໃຈເຈົ້າຢູ່ 555 ສາວທະຫານລາວໃຈກ້າ ງາມທັງໜ້າຕາ ແລະ ຈິດໃຈ By: BeautyGuru ຂໍຂອບໃຈຮູບພາບຈາກ: F.B ຫຼາຍແຫຼ່ງ

Read More »

ສາວໆຮູ້ບໍ່ວ່າ 5 Item ກັນຕາຍ! ທີ່ຜູ້ຍິງຄວນມີໄວ້ໃນຕູ້ເຄື່ອງມີຫຍັງແດ່? ບອກເລີຍວ່າໃສ່ແລ້ວເລີ໋ດ!!!

ສະບາຍດີສາວໆຂັວນໃຈທຸກຄົນ ເຊື່ອວ່າທຸກຄົນຕ້ອງມີເສື້ອຕົວທີ່ມັກທີ່ສຸດຢູ່ໃນຕູ້ແນ່ນອນແມ່ນບໍ່? ເພາະຮູ້ສຶກວ່າໃສ່ແລ້ວເຂົ້າກັບເຮົາຫຼາຍ ໃສ່ແລ້ວ ເຮັດໃຫ້ເກີດຄວາມໝັ້ນໃຈ ແລະ ເຊື່ອວ່າ 5 Item ທີ່ຂັວນໃຈເອົາມາຕ້ອນກັນໃນມື້ນີ້ບາງຢ່າງສາວໆອາດຈະມີຢູ່ໃນຕູ້ແລ້ວກໍເປັນໄດ້ ເພາະແຕ່ລະ Item ນັ້ນສາມາດ Mix and Match ໄດ້ຫຼາຍ Look ເລີຍ ໃສ່ຄູ່ກັບຫຍັງກໍງາມ ມາເບິ່ງກັນເລີຍມາວ່າມີຫຍັງແດ່? ເສື້ອເຊີດສີຂາວ Match ກັບກະໂປ່ງ ຫຼືສົ້ງສີສົດໄສ Match ກັບປະໂປ່ງລາຍລູກໄມ້ Match ກັບຢີນຂາຍາວ Match ກັບກະໂປ່ງແບບຫວານໆ ເສື້ອຢືດ ກັບຢີນຂາສັ້ນ Match ກັບປະໂປ່ງ ຢືດສີດໍາກັບປະໂປ່ງລາຍ Scot All Black Style ຢືດລາຍກະຕູນກັບຢີນຂາຍາວ ກັບກະໂປ່ງມີລວດລາຍ ເສື້ອສາຍດ່ຽວ Sexy ເບົາໆດ້ວຍ Dresses ສີດໍາ Match ກັບຢີນຂາຍາວ Sexy …

Read More »