Hello ສະບາຍດີສາວໆຂັວນໃຈທຸກຄົນ ສະບາຍດີກັນບໍ່ໄລຍະນີ້? ໄລຍະນີ້ອາກາດປ່ຽນແປງຕະຫຼອດ ຍິ່ງຝົນຕົກຕະຫຼອດແບບນີ້ພາໃຫ້ເປັນຫວັດເປັນໄຂ້ໄດ້ງ່າຍໆ ຈັ່ງໃດກໍຢ່າລຶມເບິ່ງແຍງຕົວເອງກັນແນ່ເດີ້ ເອົາລະມາເຂົ້າເລື່ອງກັນເລີຍດີກວ່າເນາະ ມື້ນີ້ BeautyGuru ກໍນໍາເອົາ Fashion ຊິດໆ Style ເກົາຫຼີມາຝາກກັນເຊັ່ນເຄີຍ ນັ້ນກໍຄື Fashion ເສື້ອສະມ໋ອດ ບອກເລີຍວ່າມາແຮງຫຼາຍໆໆໆໆ ປັງຫຼາຍໃນໄລຍະນີ້ ໃສ່ໄດ້ທຸກຄົນ ແລະ ທີ່ສໍາຄັນຍັງເຮັດໃຫ້ຕົວເອງເບິ່ງຈ່ອຍລົງນໍາອີກເດີ້! By: BeautyGuru Cr: Sprice
Read More »Keo Khounphachanh
ຮູ້ແລ້ວຜົມງາມ!! ກັບ 7 ວິທີສະຜົມ ເຮັດເອງໄດ້ບໍ່ຕ້ອງງໍ້ຮ້ານ
ສາວໆໝັ້ນໃຈແລ້ວບໍ່ວ່າສະຜົມຖືກວິທີແລ້ວ? ມາເບິ່ງວິທີສະຜົມ ທີ່ທາງຂັວນໃຈເອົາມາຕ້ອນກັນໃນມື້ນີ້ໄປສົມທຽບກັນເບິ່ງເລີຍ! ຕ້ອງບອກເລີຍວ່າຖ້າຮູ້ແລ້ວຜົມທີ່ງາມ ແລະ ສຸຂະພາບດີຈະເປັນຂອງເຈົ້າຢ່າງແນ່ນອນ ແຖມຍັງສາມາດເຮັດເອງໄດ້ງ່າຍໆ ໂດຍບໍ່ຕ້ອງງໍ້ຮ້ານນໍາອີກ ເຊິ່ງເຊື່ອວ່າບາງຄົນອາດຈະບໍ່ເຄີຍຮູ້ມາກ່ອນກໍເປັນໄດ້ ຄັ້ນຊັ້ນເຮົາໄປຮູ້ຈັກພ້ອມກັນເລີຍວ່າມີວິທີໃດແດ່? ບໍ່ຈໍາເປັນຕ້ອງສະຜົມທຸກມື້: ການສະຜົມຄືການລ້າງເອົານໍ້າມັນຢູ່ເທິງຜົມອອກ ແລ້ວສາວໆຮູ້ ຫຼືບໍ່ວ່ານໍ້າມັນພວກນີ້ແຫຼະທີ່ຊ່ວຍລ້ຽງຮາກຜົມ ເຮັດໃຫ້ຜົມແຂງແຮງເງົາງາມ! ເຊິ່ງການສະຜົມທຸກມື້ຈະເຮັດໃຫ້ໜັງຜົມຂອງເຮົາແຫ້ງ ແລະ ເກີດບັນຫາຜົມຂາດ ຜົມຫຼົ່ນໄດ້ງ່າຍອີກ ດັ່ງນັ້ນເວລາເໝາະສົມທີ່ຈະສະຜົມຄື ທຸກໆ 2 ມື້ເດີ້ ໄປປະຕິບັດຊະຖ້າບໍ່ຢາກໃຫ້ຜົມຫຼົ່ນໝົດຫົວ! 2. ກ່ອນສະໃຫ້ບໍາລຸງດ້ວຍ ເບບີອອຍ: ເປັນການບໍາລຸງ ແລະ ກຽມຄວາມພ້ອມກ່ອນສະຜົມ ເຮັດໃຫ້ຜົມນຸ່ມມື່ນຂຶ້ນ ງ່າຍຕໍ່ການສະຜົມ! ພຽງແຕ່ທາເບບີອອຍໃຫ້ທົ່ວເສັ້ນຜົມ ແລ້ວໝັກປະໄວ້ 20 ນາທີພໍປະມານ ແລ້ວຈຶ່ງສະຜົມ 3. ຫວີຜົມກ່ອນສະຜົມທຸກຄັ້ງ: ການຫວີຜົມກ່ອນສະຜົມ ນອກຈາກຈະເຮັດໃຫ້ເສັ້ນຜົມຊື່ເປັນລະບຽບງາມ, ຫຼຸດການຂາດ, ຫຼົ່ນຈາກຜົມພັນກັນລະຫວ່າງສະຜົມແລ້ວ ຍັງເຮັດໃຫ້ແຊມພູ ແລະ ຄຼີມນວດເຂົ້າບໍາລຸງເສັ້ນຜົມໄດ່ທົ່ວເຖິງຫຼາບຂຶ້ນ ອີກຢ່າງກໍເປັນການຫວີເອົາຂີ້ຝຸ່ນ ສິ່ງປົນເປື້ອນ ຫຼືເສັ້ນຜົມທີ່ຕາຍແລ້ວອອກມານໍາອີກ 4. …
Read More »Idea Mix and Match ສົ້ງຢີນໃນການແຕ່ງຕົວ ໃຫ້ດູດີ ມີລາຄາ ແຖມເຮັດໃຫ້ເບິ່ງຄືຂາຍາວພຽວ!!
ສາວໆຄົນໃດທີ່ມັກສົ້ງຢີນເປັນຊີວິດຈິດໃຈ ບໍ່ວ່າຈະອອກໄປໃສ ແນວໃດກໍຕ້ອງໃສ່ຢີນໃຫ້ໄດ້ ມື້ນີ້ ຂັວນໃຈເລີຍຂໍເອົາໃຈ ດ້ວຍການນໍາເອົາ Fashions ສົ້ງຢີນຂາຍາວ ທີ່ທັງເກ໋ທ ເທ່ໆ ຊິດໆ ມາໃຫ້ສາວໆໄດ້ເບິ່ງກັນຈະໄດ້ມີ Idea ດີໆໃນການແຕ່ງຕົວ ວ່າສົ້ງຢີນສີໃດ ແບບໃດ ຈະ Mix and Mach ກັບເສື້ອແບບໃດຈຶ່ງດູດີ ມີລາຄາ ວ່າແລ້ວເຮົາກໍໄປເບິ່ງກັນເລີຍດີກວ່າ!! By: BeautyGuru Cr: Sprice
Read More »Idea ໃສ່ເສື້ອເຂົ້າໃນທີ່ບໍ່ແມ່ນນຸ່ງສິ້ນ ແບບບໍ່ມີຄໍາວ່າ “ເຊີຍ” ແຖມຍັງງາມໄດ້ທຸກ Style ສາວໆຈັດເລີຍ!
ສາວໆທີ່ກໍາລັງຄິດຢາກໃສ່ເສື້ອທັບໃນ ຫຼືນູ່ງເສື້ອເຂົ້າໃນ ທີ່ບໍ່ແມ່ນນຸ່ງສິ້ນ ແຕ່ບໍ່ມີຄວາມໝັ້ນໃຈ ຢ້ານໃສ່ແລ້ວຈະບໍ່ງາມ ບໍ່ເຂົ້າກັບຕົວເອງ ບໍ່ຕ້ອງຢ້ານແລ້ວ ຂໍແຕ່ບໍ່ເຊີຍກໍພໍ ມາລອງປ່ຽນ Look ກັນເລີຍດີກວ່າ ກັບ Look ໃສ່ເສື້ອເຂົ້າໃນ ເກ໋ສຸດໆ ທີ່ຂັວນໃຈເອົາມາຕ້ອນກັນໃນມື້ນີ້ ແບບວ່າເຫັນແລ້ວຕ້ອງບອກຕົວເອງວ່າ ຈັດເລີຍ ບໍ່ຕ້ອງຢ້ານວ່າ ໃສ່ແລ້ວຈະອອກມາບໍ່ງາມ ເຊີຍ ສາວໆຍຸກນີ້ມັນສະໄໝໃດກັນແລ້ວ ເປັນສາວທັນສະໄໝຕ້ອງມີຄວາມໝັ້ນໃຈ ຮັບຮອງບໍ່ມີຄໍາວ່າ “ເຊີຍ” ແນ່ນອນຈ້າ!! ໜ້າຮັກສົດໃສ Style two tone ເປີດໄຫຼ່ກັບສົ້ງລາຍ ໜ້າຮັກສຸດໆ ຊິດດດດ ຂາສັ້ນກັບເສື້ອສີເຈັບໆ ງານເທ່ກໍມາ ເບົາໆ Style ຄຸນໜູຫວານໆ ພ້ອມໄປເຮັດວຽກ ສີພີ້ນລຽບໆແຕ່ດູດີ ສຸດຊີດດດ ມີ Style ສຸດໆ Sexy ເບົາໆ ແບບມີລາຄາ ສະບາຍ ສະບາຍ ເສື້ອຢືດກັບຂາສັ້ນ …
Read More »ຖ່າຍຮູບຄູ່ທີ່ແຕກຕ່າງ ຈະເຮັດໃຫ້ຄູ່ຮັກໄດ້ເຫັນອີກມຸມມອງໜຶ່ງຂອງອີກຝ່າຍ ຈົນເຮັດໃຫ້ເຂົ້າກັນໄດ້ດີ ແລະ ຮັກກັນຫຼາຍຂຶ້ນຕື່ມ (ຄົນມີຄູ່ເອົາໄປລອງກັນ)
ສໍາລັບຄົນທີ່ມີແຟນ ບາງເທື່ອກໍຢາກໄດ້ຮູບຄູ່ທີ່ແຕກຕ່າງກັນອອກໄປ ເກັບໄວ້ເປັນທີ່ະນຶກ ຫຼືເກັບໄວ້ໃນໂທລະສັບມືຖື ຍິ່ງໄດ້ຖ່າຍຮູບທີ່ມີວຄວາມແຕກຕ່າງຫຼາຍເທົ່າໃດ ຍິ່ງສະແດງວ່າເຮົາທັງສອງຄົນພ້ອມທີ່ຈະປ່ຽນແປງ ຍອມຮັບສິ່ງໃໝ່ທີ່ເຂົ້າມາທຸກມື້ ທາງເທື່ອການປ່ຽນແປງອາດຈະເຮັດໃຫ້ເຮົາເຫັນ Life Style ແລະ ຄວາມມັກຂອງອີກຄົນໃນອີກມຸມມອງທີ່ເຮົາບໍ່ເຄີຍເບິ່ງມາກ່ອນກໍໄດ້ເດີ້ ແລະ ມື້ນີ້ທາງ ຂັວນໃຈ ພວກເຮົາກໍໄດ້ນໍາເອົາ Idea ການຖ່າຍຮູບໃນແບບທີ່ແຕກຕ່າງ ຂອງຄູ່ຮັກ ມາຕ້ອນແຟນໆກັນນໍາ ຈັ່ງໃດຖ້າໃຜມີແຟນກໍຢ່າລືມເອົາໄປລອງກັນເບິ່ງເດີ້ ສ່ວນແອດຂໍເສົ້າແປ໋ບບບ. ໃສ່ເສື້ອກັນໜາວຄູ່ກັນແຕ່ຄົນລະສີ ຄົນໜຶ່ງລັກເບິ່ງໜ້າ ໃຫ້ຮູ້ວ່າ ດົນປານໃດກໍຍັງໜ້າຮັກສະເໝີ ແຕ່ງຕົວຄົນລະແບບ ແຕ່ຢູ່ໃນທ່າດຽວກັນ ເຮັດໃຫ້ຮູ້ວ່າເຮົາທັງສອງແຕກຕ່າງກັນແຕ່ກໍເຂົ້າກັນໄດ້ ແຕ່ງຕົວແນວ SPORT ສະແດງເຖິງຮັກທີ່ແຂງບໍ່ອ່ອນຫວານ ແຕ່ເຮົາກໍຫວານກັນໄດ້ ຫຼີ້ນໆຢອກກັນແບບບໍ່ຮູ້ເບື່ອ ນີ້ແຫຼະຮັກທີ່ຫຼາຍຄົນຕ້ອງການ ເບິ່ງຕາກັນ ໃຫ້ຮູ້ວ່າເຮົາຍັງມີກັນຢູ່ຕະຫຼອດ ຖ່າຍຮູບ ໃນມື້ພິເສດກັບຄົນພິເສດ ໃນການໃຫ້ຂອງຂັວນວັນສໍາຄັນ ໄປນໍາກັນແຕ່ອີກຝ່າຍຂີ້ອາຍ ແຕ່ກໍຍັງຢາກໄປນໍາ ມີມຸມໂຣແມນຕິກ ເຮັດໃຫ້ຄິດຮອດທຸກຄັ້ງທີ່ກັບມາເບ່ິງ ຈັບຫົວແລ້ວຍິ້ມ ເຮັດໃຫ້ຮູ້ສຶກວ່າອົບອຸ່ນຈົນບອກບໍ່ຖືກ ປິດຕາອີກຝ່າຍໄວ້ ໃຫ້ຮູ້ວ່າເຖິງຈະເບິ່ງບໍ່ເຫັນແຕ່ກໍຮັບຮູ້ດ້ວຍໃຈ ມຸມນີ້ເຮັດໃຫ້ຮຸ້ສຶກວ່າຮັກກັນຫຼາຍ ເອົາແຂນມາພາດບ່າ …
Read More »