Breaking News

Ms. Air Air

Huawei ມີສີ່ງທີ່ເຮັດໃຫ້ ແອ່ນນີ້ ແປກໃຈ ແລະ ຕື່ນເຕັ້ນ ກັບການພັດທະນາທຸກຄັ້ງ

ນາງ ທິວາພອນ ຈັນທຣະສົມບູນ (ແອ່ນນິຕ້າ) ອາຊີບ: ພິທີກອນ, ນັກສະແດງ, ນາງແບບ, ນັກຮ້ອງ ສະບາຍດີ! ທ່ານຜູ້ອ່ານວາລາສານຂວັນໃຈ.. ໃນສະບັບນີ້ ຈະພາທຸກທ່ານໄປຮູ້ຈັກກັບ ແມ່ຍິງທີ່ທັງເກັ່ງທັງງາມ ມີປະສົບການໃນວົງການບັນເທີງມາດົນພໍສົມຄວນ ດ້ວຍນິດໄສ ບວກກັບບຸກຄະລິກທີ່ດີ ພ້ອມກັບຮູບຮ່າງ ແລະຮອຍຍີ້ມອັນສົດໄສ ນອກນັ້ນຍັງມີຄວາມສາມາດທັງໃນຈໍແລະນອກຈໍກໍຄື: ເປັນທັງດາຣາ ແລະ ຜູ້ບໍລິຫານນໍາອີກ ຈຶ່ງເຮັດໃຫ້ວາລະສານຂວັນໃຈພາດບໍ່ໄດ້ກັບການສຳພາດແບບເຈາະເລີກກັບຜົນງານຂອງ ແອ່ນນິຕ້າ ທິວາພອນ ຈັນທຣະສົມບູນ. ຍ້ອນຫຍັງຈິ່ງມັກໃຊ້ໂທສັບຫົວເຫວີຍເປັນພິເສດ? ເຄັດລັບຮັກສາຄວາມງາມສຳລັບທ່ານ? ແອ່ນນີ້ ຄິດວ່າການນອກໃຈເກີດຂຶ້ນຍ້ອນຫຍັງ ແລະ ມີວິທີ່ແກ້ໄຂແນວໃດ? ຫາກຖານໃດສົນໃຈ ຄົ້ນຫາຄໍາຕອບຂອງຄໍາຖາມເຫຼົ່ານີ້ໄດ້ທີ່ ວາລະສານຂັວນໃຈ ສະບັບເດືອນ ຕຸລາ 2016 ແລ້ວທ່ານຈະຫຼົງຮັກ ຫົວເຫວີຍ ແລະ ແອ່ນນິຕ້າຫຼາຍຂຶ້ນ

Read More »

MV ເພງ:  “ແທງ” ພຽງ 4 ມື້ ມີຜູ້ເຂົ້າຊົມຫຼາຍກວ່າ 22 ພັນຄັ້ງ

ຫຼັງຈາກປ່ອຍຜົນງານເພງ ແທງ 1 ເດືອນຜ່ານໄປກໍໄດ້ມີຜູ້ຮັບຊົມຫຼາຍກວ່າ 86 ພັນຄັ້ງ ແລະໃໝ່ຫຼ້າສຸດນີ້ ຜົນງານ ວິດີໂອ ເອັມວີ ເພງແທງກໍສຳເລັດເປັນທີ່ຮຽບຮ້ອຍແລ້ວ ຫຼັງຈາກໄດ້ໂພດຜ່ານທາງຢູທູບພຽງ 4 ມື້ແຕ່ວັນທີ່ 18-21 ຕຸລານີ້ກໍມີຜູ້ເຂົ້າຊົມຫຼາຍກວ່າ 22 ພັນຄັ້ງ ແລະ ຍັງຈະມີຜູ້ເຂົ້າຊົມທຸກໆມື້ເພີ່ມຂຶ້ນເລື້ອຍໆ ເຫັນກະແສຕອບຮັບຢ່າງຫຼວງຫຼາຍແບບນີ້ແລ້ວ ກໍຂໍເປັນກຳລັງໃຈໃຫ້ບັນດາສິລະປິນລາວທຸກຄ້າຍ ຕັ້ງໃຈຜະລິດຜົນງານດີໆອອກມາເລື້ອຍໆເດີ!  

Read More »

ຄາຣສເບີກ ຈັດແຂ່ງຂັນຟຸດຊໍ ຊິງແຊມ 2016

ກຽມຈັດການແຂ່ງຂັນກິລາເຕະບານ “ຟຸດຊໍ” ໃນຫົວຂໍ້ ” ຊິງແຊມເຕະບານ “ຄາຣສເບີກ” ( Carlsberg Cup 2016 ) ຊິງຂັນລາງວັນຊະນະເລີດ 1 ໜ່ວຍ ພ້ອມເງິນສົດ 20 ລ້ານກີບ. ພິທິຖະແຫລງຂ່າວໄດ້ຈັດຂຶ້ນໃນຕອນແລງວັນທີ 19 ຕຸລາ 2016 ທີ່ເດີນເຕະບານເທບປັນຍາ, ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ອາລິຍະ ປັນຍາຜົນ ຜູ້ຈັດການຜະລິດຕະພັນ “ຄາຣສເບີກ” ບໍລິສັດເບຍລາວຈໍາກັດ, ທ່ານ ວຽງສະຫວັນ ແສງຈັນ ປະທານສະຫະພັນກິລາເຕະບານນະຄອນຫລວງວຽງຈັນ, ທ່ານ ໄຊຊະນະ ພັນທະວົງ ເລຂາສະຫະພັນເຕະບານນະຄອນຫລວງວຽງຈັນ, ມີບັນດານັກກິລາທີ່ລົງແຂ່ງຂັນເຂົ້າຮ່ວມ. ການແຂ່ງຂັນໃນຄັ້ງນີ້ກໍເພື່ອໃຫ້ນັກກິລາເຕະບານໃນບ້ານເຮົາໃນລະດັບອາຍຸ 20-35 ປີ ໄດ້ມີໂອກາດສະແດງຄວາມສາມາດ, ຄວາມສາມັກຄີກັນເປັນທີມ, ມີນ້ຳໃຈໃນເກມກິລາ ແລະ ເຝິກຝົນໃຫ້ເປັນນັກເຕະບານທີ່ມີທັກສະພັດທະນາໃຫ້ທຽບເທົ່າສາກົນ. ທີມທີ່ສະໝັກເຂົ້າແຂ່ງຂັນທັງໝົດມີ 32 ທີມ ຈະເລີ່ມແຂ່ງຂັນວັນທີ …

Read More »

4 ນິດໄສຂອງຜູ້ຊາຍທີ່ພາໃຫ້ສາວໆຍັງ “ໂສດ” ຢູ່

  ສະແດງຄວາມຕ້ອງການຂອງຕົນເອງຫຼາຍເກີນໄປ ຜູ້ຊາຍບາງຄົນກໍມັກອອກຕົວແຮງ ສະແດງຄວາມຕ້ອງການແບບຊັດເຈນ ຈົນພຶດຕິກໍາບາງຢ່າງອາດຈະເຮັດໃຫ້ຜູ້ຍິງມີຄວາມ ອຶດອັດ. ບໍ່ຮູ້ຈັກສ້າງສະເໜ່ໃຫ້ກັບຕົນເອງ ເຖິງວ່າທ່ານຜູ້ຊາຍບາງຄົນຈະໜ້າຕາດີ ສົມບູນທັງການສຶກສາ ແລະ ຕໍາແໜ່ງວຽກງານທີ່ດີກໍຕາມ ແຕ່ສາວໆຍັງບໍ່ສົນໃຈ ອາດຈະເປັນຍ້ອນ ທ່ານ ບໍ່ຮູ້ຈັກວິທີການລົມຜູ້ຍິງ ໃຫ້ເຂົ້າໃຈນັ້ນເປັນແບບໃດ. ຂາດຄວາມໝັ້ນໃຈໃນຕົວເອງ ຄົນທີ່ຂາດຄວາມໝັ້ນໃຈ ຈະຕັດສິນໃຈເຮັດຫຍັງກໍບໍ່ມີຄວາມກ້າ ມີແຕ່ຖາມຄວາມຄິດເຫັນຈາກຄົນອື່ນຕະຫຼອດ ຖ້າເປັນແບບນີ້ ຜູ້ຍິງສ່ວນຫຼາຍຈະຄິດເຫັນອະນາຄົດວ່າຊາຍຄົນນັ້ນຂາດຄວາມເປັນຜູ້ນໍາ ເປັນຄົນທີ່ບໍ່ມີຄວາມພະຍາຍາມ ຊາຍໃດທີ່ຄິດຈະຈີບຜູ້ຍິງແລ້ວ ບໍ່ມີຄວາມພະຍາຍາມ ກໍຍາກທີ່ຈະໄດ້ໃຈສາວນັ້ນມາຄອງ ເພາະເວົ້າອະນາຄົດທີ່ຈະຕ້ອງປະເຊີນວ່າທ່ານຈະມີຄວາມພະຍາຍາມສູ້ກັບຄົນຮັກຂອງທ່ານໄປນໍາກັນໄດ້ບໍ  

Read More »

ສັບປະດາຮູບເງົາ ສູ່ສະຖານການສຶກສາ ຄັ້ງທໍາອິດ

ກົມຮູບເງົາ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ຮ່ວມກັບ ກຸ່ມວິຊາຊີບຮູບເງົາ ແລະ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດງານສັບປະດາຮູບເງົາສູ່ສະຖານການສຶກສາຄັ້ງທີ່ 1 ຂຶ້ນຢ່າງເປັນທາງການໃນກາງຊ່ວງກາງເດືອນ ຕຸລາ 2016 ເພື່ອເປັນການກະຕຸກຊຸກຍູ້ ສົ່ງເສີມ ແລະ ພັດທະນາວຽກງານຮູບເງົາລາວ ທັງທາງດ້ານປະລິມານ ແລະ ຄຸນະພາບ ຕອບສະນອງຄວາມຮຽກຮ້ອງຕ້ອງການຂອງສັງຄົມໄດ້ເທື່ອລະກ້າວ ພ້ອມສ້າງໃຫ້ຮູບເງົາກາຍເປັນຂະແໜງວິຊາຊີບໜຶ່ງທີ່ສ້າງແຮງບັນດານໃຈໃຫ້ແກ່ນັກສຶກສາຫັນມາສົນໃຈ ແລະ ສຶກສາຮໍ່າຮຽນວິຊາຮູບເງົາເພີ່ມຂຶ້ນ ເພືອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ວັດທະນະທໍາຂອງລາວເຮົາຢ່າງບໍ່ຢຸດຢັ້ງ. ງານດັ່ງກ່າວ ແມ່ນຈະໄດ້ຈັດຂຶ້ນເປັນເວລາ 3 ມື້ເລີ່ມແຕ່ວັນທີ່ 20-22 ເດືອນ ຕຸລາ 2016 ຢູ່ທີ່ ສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດລາວ ພາຍໃນງານຈະມີຫຼາກຫຼາຍກິດຈະກໍາເຊັ່ນ: ການເສວະນາ (ຮູບເງົາ: ວິຊາຊີບທີ່ຄວນຄ່າແກ່ການສົ່ງເສີມ), ກອງປະຊຸມວິຊາການ (ການຂະຫຍາຍຮູບເງົາສະຖານການສຶກສາ), ການສຳມະນາ (ແນວຄິດໃນການຜະລິດຮູບເງົາ) ແລະ ການຊົມຮູບເງົາເລື່ອງສັ້ນ-ຮູບເງົາເລື່ອງຍາວຈໍານວນ …

Read More »