Breaking News

Ms. Puii Puii

ເລິ່ມຕົ້ນຜິວພັນສຸຂະພາບດີ ຫ້າມເບິ່ງຂ້າມ 4 ປັນຫານ້ອຍໆ ນີ້ຢ່າງເດັດຂາດ

ເລິ່ມຕົ້ນຜິວພັນສຸຂະພາບດີ ຫ້າມເບິ່ງຂ້າມ 4 ປັນຫານ້ອຍໆ ນີ້ຢ່າງເດັດຂາດ ສໍາລັບສາວໆທີ່ເຮັດວຽກບໍ່ໄດ້ພັກບໍ່ໄດ້ເຊົາ ການໄດ້ໃຊ້ຄຣີມທີ່ເບິ່ງແຍງຜິວພັນໄດ້ໂດຍທີ່ບໍ່ຕ້ອງເປັນຫ່ວງ ອາດເວົ້າໄດ້ວ່າເປັນຄວາມຝັນອັນສູງສຸດຂອງແຕ່ລະຄົນ ແຕ່ໃນຄວາມເປັນຈິງແລ້ວເລື່ອງເລັກນ້ອຍທີ່ເຮົາມັກເບິ່ງຂ້າມນັ້ນ ອາດຈະສົ່ງຜົນກະທົບຕໍ່ຜິວພັນຂອງເຮົາໄດ້ບໍ່ວ່າໂດຍທາງກົງ ຫຼື ທາງອ້ອມ ແລະ ມື້ນີ້ ວາສະສານຂັວນໃຈ ກໍ່ມີວິທີງ່າຍທີ່ຈະເຮັດໃຫ້ຜິວພັນຂອງສາວໆນັ້ນໄດ້ສວຍງາມ ດັ່ງນີ້: ອອກແດດກໍ່ຄວນໃສ່ແວ່ນຕາກັນແດດ. ສອງເຫດຜົນຫຼັກໆທີ່ສາວໆ ຕ້ອງການຫາແວ່ນຕາກັນແດດມາໃສ່ ທຸກຄັ້ງທີ່ໃບໜ້າງາມໆຂອງເຮົາສໍາຜັດກັບແສງແດດ ຜິວພັນບໍລິເວນໜ່ວຍຕາກໍ່ຈະຄ່ອຍໆແຫ່ວ ແລະ ອີກຢ່າງໜຶ່ງ ຜິວພັນບໍລິເວນໜ່ວຍຕາຂອງເຮົາຈະບາງຫຼາຍ ສາມາດຖືກທຳລາຍຈາກລັງສີ UVA ແລະ UVB ໄດ້ງ່າຍ   ແລະ ໃນຊ່ວງນີ້ອາກາດຮ້ອນໆແບບນີ້ສາວໆກໍ່ຄວນຫາມາໃສ່ເພື່ອປ້ອງກັນການຖືກທໍາລາຍຈາກແສງແດດ. ກິນອາຫານທີ່ມີສ່ວນປະສົມຂອງຈຸລິນຊີ. ຄວນກິນອາຫານທີ່ມີສ່ວນປະສົມຂອງຈຸລິນຊີຢ່າງໜ້ອຍມື້ລະ1ເທືອ ເພາະວ່າລ້າສຸດມີການຄົ້ນພົບວ່າຈຸລິນຊີມີປະໂຫຍດຕໍ່ຜິວ, ຊ່ວຍຫຼຸດອາການອັເສບ, ບໍ່ໃຫ້ເກີດຮິ້ວຮອຍກ່ອນໄວ, ປ້ອງກັນຜິວຖືກທຳລາຍຈາກແສງຕາເວັນ ແລະ ຕໍ່ຕ້ານອະນຸມູນອິດສະລະ ອາຫານທີ່ເຮົາຫາກິນໄດ້ຈະເປັນໂຍເກີດ, ກະຫຼໍ່າປີດອງ ຫຼື ເຄື່ອງດື່ມປະເພດຊາ Cambo Slash ຢ່າງໜ້ອຍຕ້ອງກິນມື້ລະເທື່ອ ເມື່ອເວລາຜ່ານໄປ 1-2 ເດືອນແລ້ວທ່ານຈະໄດ້ສໍາຜັດເຖິງຜິວທີ່ສວຍງາມ, …

Read More »

ໜັງເດັ່ນ ທ້າຍເດືອນ 06/2016

ສະບາຍດີຮອບດຶກ ເພື່ອນໆແຟນເພສ ວາລະສານຂວັນໃຈ ມາອີກແລ້ວທ້າຍອາທິດ ວັນພັກຜ່ອນ. ມື້ນີ້ ແອດມິນມີໜັງມ່ວນໆມານຳສະເໜີແກ່ແຟນເພສ.. ຈະແມ່ນເລື່ອງໃດນັ້ນ ໄປເບິ່ງກັນເລີຍ !! ເລື່ອງທຳອິດ: Now You See Me 2 – ໜັງອາດຊະຍາກຳລະດັບໂລກ ທີ່ມາໃນຮູບແບບການຫຼິ້ນມາຍາກົນ ຈະເປັນແນວໃດນັ້ນ ຕ້ອງຕິດຕາມເບິ່ງ ເພາະໃກ້ຈະເຂົ້າໂຮງແລ້ວ 😀 Now You See Me 2 – ເລື່ອງນີ້ ຈະບອກເລົ່າເຖິງເລື່ອງລາວ 1 ປີ ຕໍ່ມາຈາກພາກແລ້ວນີ້ ທີ່ພວກ The Four Horsemen ໄດ້ຮ່ວມກັນຊິງໄຫວພິບ ແລະ ເອົາຊະນະ FBI ໄດ້ສໍາເລັດ, ການກັບມາເທື່ອນີ້ ພວກເຂົາຈະຮ່ວມກັນເຮັດພາລະກິດໃໝ່ ຍິ່ງໃຫຍ່ເຊັ່ນເຄີຍ ແຕ່ຈະຕ້ອງພົບກັບສັດຕູໃຫມ່ ທີ່ມີຝີມືຮ້າຍກາດຫຼາຍ.. ນີ້ຈຶ່ງເປັນຈຸດເລີ່ມຕົ້ນຂອງພາລະກິດການປົ້ນຄັ້ງນີ້ ເລື່ອງທີ່ …

Read More »

ໜັງດີ ປະຈຳຕົ້ນເດືອນ 06/2016

ມາຮອດທ້າຍອາທິດທີ່ວັນເດັກນ້ອຍຫາກໍຜ່ານພົ້ນ ຫຼາຍໆຄົນຄົງຄິດເຖິງການພັກຜ່ອນກັບຄອບຄົວ. ມື້ນີ້ ທາງແອດມິນມີໜັງມ່ວນໆມານຳສະເໜີ ເພື່ອເປັນອີກທາງເລືອກໜຶ່ງໃຫ້ແກ່ແຟນເພສ.. ທາເລີ່ມກັນເລີຍ !! ເລື່ອງທຳອິດ: Angry Bird – ໜັງກະຕູນມ່ວນໆ ຕະຫຼົກໆ ທີ່ສ້າງມາຈາກເກມຊື່ດັງ ເລື່ອງນີ້ມ່ວນຫຼາຍ ແອດມິນໄປເບິ່ງມາ 2 ຮອບແລ້ວ ແຫະໆ 😀 Angry Bird – ເລື່ອງລາວທັງໝົດເລີ່ມຂຶ້ນທີ່ເກາະແຫ່ງໜຶ່ງ ທີ່ປະຊາກອນທັງໝົດ ເປັນນົກທີ່ບິນບໍ່ໄດ້ ກໍເລຍບໍ່ຮູ້ວ່າມີສິ່ງມີຊີວິດອື່ນນຳ, ແຕ່ແລ້ວ ຢູ່ດີໆກໍມີພວກໝູສີຂຽວທີ່ມາແຕ່ໃສກະບໍ່ຮູ້ ເດີນທາງມາຢ້ຽມຢາມເກາະນົກ, ແຕ່ຍ້ອນມີບາງຢ່າງຜິດສັງເກດ ຕົວລະຄອນເອກ “ອ້າຍເຣດ” (ທີ່ເປັນນົກເຈົ້າອາລົມ) ພ້ອມທັງໝູ່ເພື່ອນຈຶ່ງຕ້ອງພາກັນອອກຫາຄຳຕອບວ່າພວກໝູສີຂຽວທີ່ມາຢ້ຽມຢາມນີ້ມີຈຸດປະສົງຫຍັງແທ້ !!   ເລື່ອງທີ່ 2: Teenage Mutant Ninja Turtles: Out of the Shadows – ອັນນີ້ກໍເປັນເລື່ອທີ່ສ້າງມາຈາກເກມ ແລະ …

Read More »

5 ເຄື່ອງສໍາອາງ ສຸດຮິດທີ່ຄວນມີໄວ້ໃນກະເປົາ

5 ເຄື່ອງສໍາອາງ ສຸດຮິດທີ່ຄວນມີໄວ້ໃນກະເປົາ ມື້ນີ້ ວາລະສານຂັວນໃຈ ຈະມາແນະນໍາໃຫ້ສາວໆໄດ້ຮູ້ກ່ຽວກັບເຄືອງສໍາອາງທີ່ສາວໆຄວນມີໄວ້ໃນກະເປົາເພື່ອເອົາໄວ້ແຕ່ງໜ້າໃນແຕ່ລະມື້ ເຊັ່ນ: ເຈ້ຍເຊັດໜ້າມັນ: ເປັນສິ່ງທີ່ສຸດຮິດຂອງສາວໆທີ່ໜ້າມັນ ເພາະເຖິງຕອນທ່ຽງໜ້າທີ່ແຕ່ງມາເຕັມແຕ່ຕອນເຊົ້ານັ້ນຈະຫາຍໄປ ແລະ ຈະເຮັດໃຫ້ໜ້າມັນທຸກເທື່ອ ສາວໆຢ່າລືມເອົາອອກມາໃຊ້ ເນັ້ນບໍລິເວນດັງ, ໜ້າຜາກ ແລະ ຄາງ ຮັບຮອງວ່າສາມາດຊ່ວຍທ່ານໄດ້. ລິບສະຕິກສີສົດໃສ: ເປັນເຄື່ອງສໍາອາງສໍາລັບສາວໆທຸກໆຄົນ ບໍ່ວ່າສາວໆຈະຮູ້ສຶກວ່າມື້ນີ້ໜ້າຕົນເອງໂຊມ, ບໍ່ມີສີສັນ ແນະນໍາໃຫ້ທາລິບສະຕິກໂດຍສະເພາະສີສົດໃສເຊັ່ນ: ສີແດງ, ສີບົວ ແລ້ວຈະເຮັດໃຫ້ໜ້າມີຄວາມສົດໃສຂຶ້ນຕື່ມ. Concealer ກ້ອງຕາ: ແທນທີ່ຈະທາຮອງພື້ນທັງໜ້າ ຈະເຮັດໃຫ້ຫຍຸ້ງຍາກ, ເສຍເວລາ ພຽງແຕ່ສາວໆຖື Conceale ມານໍາເທົ່ານີ້ກໍ່ພໍ ໂດຍອາດຈະເລີ່ມທາທີ່ກ້ອງຕາ ເພື່ອເພິ່ມຄວາມສົດໃສໃຫ້ແກ່ໜ່ວຍຕາ. Mascara: ພຽງແຕ່ທາ Mascara ໜຶ່ງເທື່ອຕໍ່ມື້ ໜ່ວຍຕາຂອງທ່ານຈະໂດດເດັງ ເດັ່ນຂື້ນມາທັນທີ. Brush on( ສີໜ໊າ): ລະຫວ່າງເຮັດວຽກງານ ອາດຈະຕ້ອງຍ່າງໄປຍ່າງມາ ອອກນອກຫ້ອງແອ ອາດຈະເຮັດໃຫ້ Brush …

Read More »

9 ວິທີເລືອກຊື້ ເຄື່ອງສໍາອາງ ຢ່າງປອດໄພ

  9 ວິທີເລືອກຊື້ ເຄື່ອງສໍາອາງ ຢ່າງປອດໄພ     ການເລືອກຊື້ເຄື່ອງສໍາອາງເປັນວິທີດີທີ່ສຸດ ຖ້າຫາກສາວໆທ່ານໃດທີ່ເຄີຍຊື້ເຄື່ອງສໍາອາງໂດຍທີ່ບໍ່ເລືອກ, ບໍ່ສັງເກດໃຫ້ດີໆລະວັງໄວ້ມັນຈະເປັນອັນຕະລາຍໄດ້ ດັ່ງນັ້ນ ມື້ນີ້ວາລະສານຂັວນໃຈ ມີວີທີໃນເລືອກຊື້ເຄື່ອງສໍາອາງໃຫ້ປອດໄພມາແນະນໍາດັ່ງນີ້: ຄວນຊື້ເຄື່ອງສໍາອາງຈາກຮ້ານ. ຄວນເລືອກຊື້ເຄື່ອງສໍາອາງທີ່ມີປ້າຍພາສາລາວ ຫຼື ພາສາໄທ. ທົດສອບການແພ້ກ່ອນໃຊ້ດ້ວຍການທາຜະລິດຕະພັນນັ້ນໜ້ອຍໜຶ່ງໃສ່ບໍລິເວນກ້ອງແຂນ ຫຼື ບໍລິເວນຕິ່ງຫູ ແລ້ວປະໄວ 24-48ຊົ່ວໂມງ. ປະຕິບັດຕາມວິທີໃຊ້ທີ່ໄດ້ລະບຸໄວ້. ເມື່ອໃຊ້ເຄື່ອງສໍາອາງສໍາເລັດແລ້ວ ຄວນປິດຝາໃຫ້ແໜ້ນເພື່ອປ້ອງກັນການປົນເປື້ອນ. ເກັບເຄື່ອງສໍາອາງໄວ້ໃນບ່ອນທີ່ແຫ້ງ ແລະ ເຢັນ. ຫ້າມເພິ່ມສານໃດໆລົງໃນເຄື່ອງສໍາອາງ. ຢ່າໃຊ້ເຄື່ອງສໍາອາງຮ່ວມກັບຜູ້ອື່ນ ເພາະອາດຕິດເຊື້ອພະຍາດໄດ້ງ່າຍ. ຫາກເຄື່ອງສໍາອາງມີລັກສະນະປ່ຽນແປງໄປ ບໍ່ວ່າຈະເປັນສີ, ກິ່ນ ຫຼື ຄວາມເຂັ້ມຂຸ້ນບໍ່ຄວນເອົາມານໍາໃຊ້ອີກ.    

Read More »