ທັງງາມ ແລະ ໃຈບຸນ ອີກແລ້ວ!!! ກັບ ດາລາສາວ ລູກນໍ້າ ທິດາລັດ ທີ່ຄອຍຊ່ວຍເຫຼືອປະຊາຊົນຜູ້ທີ່ທຸກຍາກລໍາບາກ. ຄົງຈະບໍ່ມີໃຜບໍ່ຮູ້ຈັກສາວວຄົນນີ້ ທີ່ມີຜົນງານທີ່ໂດດເດັ່ນຫຼາຍຢ່າງຢູ່ໃນວົງການບັນເທີງຂອງພວກເຮົາ ແລ້ວ ຍັງມີໂອກາດໂກອິນເຕີໄປຮ່ວມງານບໍ່ວ່່າຈະເປັນງານຖ່າຍໂຄສະນາ ແລະ ຮູບເງົາ… ໂດຍ ສາວລູກນໍ້າ ໄດ້ໂພສ ຜ່ານ Facebook ສ່ວນຕົວ ເກີດເຫດໄຟໄໝ້ບ້ານ ແມ່ມີເຊາະ ອາຍຸ 59ປີ ເປັນຊາວ ອາຄາ ຢູ່ບ້ານ ຫ້ວຍຖູໃຫມ່ ເມືອງລອງ ແຂວງຫລວງນ້ຳທາ… ເພິ່ນຢູ່ນຳລູກຊາຍເພິ່ນ ລູກໄພ້ ແລະ ຫຼານອີກ 4 ຄົນ ອາຍຸ 11ປິ, 13ປີ, 15ປີ, 17ປີ. ໃນມື້ຄືນວັນຈັນ ທີ 8 ນີ້ ເກີດຟ້າລົມຝົນຕົກຢ່າງຮຸນແຮງ ແລ້ວບໍ່ຮູ້ວ່າເປັນຍ້ອນໄຟຟ້າລັດວົງຈອນ ຫຼືຍ້ອນຫຍັງເຮັດໃຫ້ເກີດໄຟໄໝ້ ເກືອບເອົາຊີວິດບໍ່ລອດ …
Read More »kuanjai01
ຢາກກ້າວໜ້າໃນອາຊີບ!!! ຕ້ອງປະຕິບັດຕົນເອງໃຫ້ມີຄຸນຄ່າຕໍ່ບໍລິສັດ ເພື່ອສ້າງປະໂຫຍດ ແລະ ຢ່າເບິ່ງຂ້າມເລື່ອງເລັກນ້ອຍເຫຼົ່ານີ້…
ຢາກກ້າວໜ້າໃນອາຊີບ!!! ປັດຈຸບັນເສດຖະກິດນັບມື້ຂະຫຍາຍຕົວ ເຮັດໃຫ້ມີການແຂ່ງຂັນກັນຫຼາຍຂຶ້ນ ສະນັ້ນ, ຄວນປະຕິບັດຕົນເອງໃຫ້ເປັນຄົນທີ່ມີຄຸນຄ່າຕໍ່ບໍລິສັດ ເພື່ອໃຫ້ສາມາດສ້າງປະໂຫຍດໄດ້ສູງສຸດ. ຢ່າເບິ່ງຂ້າມເລື່ອງເລັກໆນ້ອຍໆດັ່ງຕໍ່ໄປນີ້… ຂໍຄຳແນະນຳຈາກຄົນທີ່ປະສົບການມາກ່ອນ: ຖ້າທ່ານມີບຸກຄົນທີ່ເປັນແບບຢ່າງ ທັງຮູ້ສຶກປະທັບໃຈໃນການເປັນນັກທຸລະກິດ ກໍຄືພະນັກງານທີ່ດີເດັ່ນ ທ່ານບໍ່ຕ້ອງເກງໃຈທີ່ຈະເຂົ້າໄປຂໍຄຳແນະນຳຈາກຄົນໆນັ້ນ ຫລື ບາງທີກໍໃຊ້ຮູບການຂຽນຈົດໝາຍຂໍຄຳແນະນຳທີ່ເປັນປະໂຫຍດກໍໄດ້. ຮຽນຮູ້ການເຮັດວຽກຂອງຫົວໜ້າ: ພະຍາຍາມເບິ່ງຜົນງານທີ່ດີຂອງຫົວໜ້າ ເພື່ອຮຽນຮູ້ທີ່ຈະເຮັດວຽກໄດ້ຢ່າງມີປະສິດທິພາບແບບຫົວໜ້າຂອງທ່ານ ເມື່ອໃດທີ່ຫົວໜ້າທ່ານບໍ່ສະບາຍ ຫຼື ລາພັກ ທ່ານກໍສາມາດເຮັດວຽກແທນເພິ່ນໄດ້ ຖືວ່າໄດ້ຊ່ວຍຫົວໜ້າຂອງທ່ານ ແລະ ຍັງເຮັດໃຫ້ທ່ານມີຄວາມແຕກຕ່າງກວ່າເພື່ອນຮ່ວມງານຄົນອື່ນໆອີກ. ໝັ່ນຊ່ວຍວຽກຕ່າງໆບໍ່ວ່າວຽກນ້ອຍ ຫຼື ໃຫຍ່: ການທີ່ຈະເຂົ້າໄປມີບົດບາດໃນເລື່ອງວຽກງານ ຫຼື ກິດຈະກຳຕ່າງໆ ເຖິງວ່າຈະເປັນພຽງເລື່ອງນ້ອຍໆກໍຕາມ ທ່ານຄວນເຄື່ອນໄຫວຢູ່ໃນສາຍຕາຂອງຜູ້ບໍລິຫານຫຼາຍຂຶ້ນ ຈຶ່ງຈະຖືກຈົດຈໍາໂດຍອັດຕະໂນມັດ ເມື່ອມີເລື່ອງໃຫ້ຊ່ວຍເຫຼືອ ຊື່ຂອງທ່ານກໍຈະຂຶ້ນມາຢູ່ໃນຄວາມຄິດຂອງຫົວໜ້າທັນທີ. ຮັກສາສໍາພັນທະພາບກັບລູກຄ້າ ຫຼື ແຂກທຸກຄົນ: ບໍ່ວ່າຈະເປັນແຂກຜູ້ນ້ອຍ ຫຼື ແຂກຜູ້ໃຫຍ່ກໍຕາມ ທ່ານບໍ່ຄວນຂາດການຕິດຕໍ່ກັບເຂົາເຈົ້າ ແຕ່ທ່ານບໍ່ມີທາງຮູ້ດອກວ່າ ມື້ໜຶ່ງພວກເຂົາອາດມີຄວາມສຳຄັນຕໍ່ທ່ານໃນອະນາຄົດ. ພັດທະນາທັກສະໃນການເວົ້າຢູ່ສະຖານທີ່ສາທາລະນະ ແລະ ທັກສະການນຳສະເໜີວຽກ: ຄົນສ່ວນຫຼາຍມັກຢ້ານເວລາເວົ້າຢູ່ຕໍ່ໜ້າຄົນອື່ນ ເຊິ່ງມີຄົນທີ່ເຮົາບໍ່ຮູ້ຈັກເປັນຈຳນວນຫຼາຍ ທ່ານຄວນຄິດວ່າ ໂອກາດທີ່ຢູ່ບ່ອນຄົນຫຼາຍເປັນໂອກາດດີທີ່ຈະເຮັດໃຫ້ທ່ານເປັນຕົວແທນໃນການສະແດງອອກ ເພື່ອພັດທະນາໃນທາງທີ່ດີຂອງຕົວທ່ານເອງ. ເປັນມິດທີ່ດີກັບທຸກຄົນ: ຄວນເປັນມິດກັບທຸກຄົນ ບໍ່ວ່າຈະໃນເວລາອາລົມຂອງທ່ານກຳລັງຕຶງຄຽດກັບວຽກງານກໍຕາມ ຄວາມກົດດັນ, …
Read More »ສປ ຈີນ ມອບວັກຊິນປ້ອງກັນໂຄວິດ-19 ໃຫ້ແກ່ ສປປ ລາວ ຈໍານວນ 300.000 ໂດສ
ວັກຊິນປ້ອງກັນພະຍາດໂຄວິດ-19ຈຳນວນ 300.000 ໂດສ ທີ່ໄດ້ຮັບການຊ່ວຍເຫລືອລ້າຈາກລັດຖະບານ ສປ ຈີນ ເຊິ່ງເປັນຮອບທີສອງ ໄດ້ມາຮອດສະໜາມບິນສາກົນວັດໄຕ ນະຄອນຫລວງວຽງຈັນແລ້ວ ໃນເວລາ 00:53 ໂມງ ຂອງວັນທີ 8 ກຸມພາ 2021 ດ້ວຍຖ້ຽວບິນພິເສດ ເຊິ່ງໃຫ້ກຽດຕ້ອນຮັບໂດຍ ທ່ານ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ຈຽງຈ້າຍຕົງ ເອກອັກຄະລັດຖະທູດຈີນ ປະຈຳລາວ ພ້ອມດ້ວຍບັນດາພາກສ່ວນທີ່ກ່ຽວ ຂ້ອງ. ສຳລັບຮອບທີ 1 ລັດຖະບານ ສປ ຈີນ ໄດ້ໃຫ້ການຊ່ວຍເຫລືອແລ້ວ ຈຳນວນ 2.000 ໂດສ ແຫຼ່ງທີ່ມາ: ຂປລ
Read More »ສາຍກິນບໍ່ຄວນພາດ!!!ກັບງານເທດສະການອາຫານລາວປີ 2021 ທີ່ຈະຈັດຂຶ້ນໃນວັນທີ 23 – 27 ກຸມພາ ນີ້.
ເພື່ອເປັນການບົ່ງບອກໃຫ້ມວນຊົນລາວໃນປັດຈຸບັນໄດ້ເຫັນພາບການຄ້າຂາຍແລກປ່ຽນສິນຄ້າກ່ຽວກັບອາຫານລາວໃນສະໄໝກ່ອນ, ຫຼ້າສຸດໃນຕອນບ່າຍຂອງວັນທີ 5 ກຸມພາ 2021 ສະມາຄົມນັກທຸລະກິດແມ່ຍິງ (ສທຍ) ຮ່ວມກັບ ສູນກາງ ສະຫະພັນແມ່ຍິງລາວ ໄດ້ຈັດງານຖະແຫຼງຂ່າວເທດສະການອາຫານລາວ ປະຈໍາປີ 2021 ຂຶ້ນ ທີ່ຮ້ານອາຫານ ເລີປາແດກ, ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຂອງທ່ານນາງ ຈັນທະຈອນ ວົງໄຊ ປະທານ ຄະນະບໍລິຫານ ສະມາຄົມນັກທຸລະກິດແມ່ຍິງ ພ້ອມທັງເປັນປະທານຄະນະກຳມະການຈັດງານເທດສະການອາຫານລາວປະຈຳປີ 2021 , ມີທ່ານນາງ ບົວຈັນ ສີຫານາດ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ພ້ອມດ້ວຍຄະນະ ສທຍ, ຜູ້ສະໜັບສະໜູນ, ບັນດາແຂກຖືກເຊີນ ແລະ ສື່ມວນຊົນເຂົ້າຮ່ວມ. ໃນພິທີດັ່ງກ່າວ, ທ່ານນາງ ຈັນທະຈອນ ວົງໄຊ ປະທານ ຄະນະບໍລິຫານ ສະມາຄົມນັກທຸລະກິດແມ່ຍິງ ໄດ້ກ່າວວ່າ: ການຈັດງານໃນຄັ້ງນີ້ ພາຍໃຕ້ຄໍາຂວັນທີ່ວ່າ: “ກິນ, ຢູ່, ຮຽນຮູ້ວິຖີລາວ ” ກໍເພື່ອໃຫ້ຮູ້ເຖິງ ແນວຄວາມຄິດ …
Read More »ສາວໆອ່ານດ່ວນ!!! ກິດຈະກໍາກ່ອນ 9 ໂມງເຊົ້າທີ່ແມ່ຍິງປະສົບຄວາມສໍາເລັດເຂົາມັກເຮັດ…
ຖ້າເຈົ້າເປັນຄົນໜຶ່ງທີ່ກົດປຸ່ມເລື່ອນໂມງປຸກໃນຕອນເຊົ້າຫຼາຍກວ່າ 10 ຄັ້ງກ່ອນຈະລຸກອອກຈາກບ່ອນນອນ ໃຊ້ເວລາແຕ່ງໜ້າ ແຕ່ງຕົວດົນ ຫຼືຟ້າວໆ ກິນເຂົ້າເຊົ້າລະຫວ່າງຂັບລົດໄປເຮັດວຽກ ບອກເລີຍວ່າກິດຈະກໍາຕອນເຊົ້າຂອງເຈົ້າ ຄວນປ່ຽນແປງໄດ້ແລ້ວແຫຼະ ຖ້າຕ້ອງການຈະມີຊີວິດທີ່ປະສົບຄວາມສໍາເລັດ!!! ແລະ ນີ້ຄື ສິ່ງທີ່ແມ່ຍິງປະສົບຄວາມສໍາເລັດ ມັກເຮັດກ່ອນ 9 ໂມງເຊົ້າ… 1. ເຄື່ອນໄຫວຮ່າງກາຍໃນຕອນເຊົ້າ ບໍ່ຈໍາເປັນຕ້ອງເຖິງຂັ້ນລຸກຂຶ້ນມາອອກກໍາລັງກາຍ ພຽງເຝິກ ໂຍຄະ ຫຼືໄປຍ່າງຫຼິ້ນ ກໍຊ່ວຍເຮັດໃຫ້ເລືອດລົມໄຫຼວຽນດີ ຫຼຸດຄວາມຕຶງຄຽດ ແລະ ເສີມສ້າງອາລົມໄດ້ແລ້ວ 2. ບໍ່ກົດປຸ່ມເລື່ອນເວລາໂມງປຸກ ການກົດປຸ່ມເລື່ອນເວລາໂມງປຸກ ຈະເຮັດໃຫ້ໂມງຊີວະພາບຂອງເຈົ້າເກີດອາການວົນກັບ ເຊິ່ງອາດຈະເຮັດໃຫ້ຮູ້ສຶກບໍ່ສົດຊື່ນ ແລະ ອ່ອນເພຍຫຼາຍເປັນພິເສດ ໂດຍອາການດັ່ງກ່າວຈະກິນເວລາດົນເຖິງ 2-4 ຊົ່ວໂມງເລີຍແຫຼະ!! ຍ້ອນແບບນີ້ ແມ່ຍິງຜູ້ທີ່ປະສົບຄວາມສໍາເລັດ ຈຶ່ງຕ້ອງເຝິກຕົວເອງໃຫ້ຕື່ນທັນໂມງປຸກດັງ 3. ຮັບປະທານອາຫານເຊົ້າ ອາຫານເຊົ້າ ຄືແຫຼ່ງພະລັງງານທີ່ເຈົ້າຕ້ອງການ ເພື່ອເລີ່ມຕົ້ນວັນໃໝ່ຢ່າງແທ້ຈິງ ເຊິ່ງຄົນທີ່ເຮັດວຽກໄດ້ດີ ແລະ ຜູ້ປະສົບຄວາມສໍາເລັດທັງຫຼາຍ ຈຶ່ງມັກໃຫ້ຄວາມສໍາຄັນກັບການຮັບປະທານອາຫານເຊົ້າເພື່ອສຸຂະພາບທີ່ດີ ເພາະຊ່ວຍເພີ່ມປະສິດທິພາບໃນການເຮັດວຽກຂອງສະໝອງ ດັ່ງນັ້ນ …
Read More »