Breaking News

kuanjai01

ຍິນດີນໍາ!!! ໝຸ່ມບູຣາຕິໂນ້ ເຂົ້າປະຕູວິວາເປັນທີ່ຮຽບຮ້ອຍແລ້ວ…

ຖືວ່າເປັນຂ່າວດີ!!! ໃນວົງການບັນເທີງ ໝຸ່ມ ບູຣາຕິໂນ້ທີ່ໄດ້ເຂົ້າປະຕູວິວາແລ້ວ ຄົງຈະບໍ່ມີໃຜທີ່ບໍ່ຮູ້ຈັກໝຸ່ມຄົນນີ້ທີ່ສ້າງສັນຜົນງານເພລງຫຼາກຫຼາຍຜົນງານ ບໍ່ວ່າຈະເປັນ ເພລງ ເຊົາຫຼາຍໃຈໄດ້ບໍ່, ຂໍເວລາພິສູດຕົວເອງໄດ້ບໍ່ ແລະ ອີກຫຼາຍໆຜົນງານເພລງ ມາຮອດປັດຈຸບັນນີ້ຫຼາຍຄົນອາດຈະສົງໄສວ່າເປັນຫຍັງໝຸ່ມຄົນນີ້ຫາງຫາຍຈາກວົງການບັນເທີງໄປດົນ ນັ້ນກໍຍ້ອນວ່າໝຸ່ມ ບູຣາຕິໂນ້ໄດ້ຫັນປ່ຽນໄປເປັນນັກທຸລະກິດ. ມື້ນີ້ແອັດຈະພາແຟນໆໄປເບິ່ງພາບບັນຍາກາດງານແຕ່ງຂອງໝຸ່ມຄົນນີ້ກັນເລີຍ… ເຫຼົ່າດາລາຄົນດັງ ມີແຕ່ຄົນໜ້າຕາດີທັງນັ້ນເລີຍ… ສຸດທ້າຍນີ້ ຂວັນໃຈຂໍອວຍພອນໃຫ້ທັງສອງຄົນຈົ່ງຮັກກັນຍືນຍາວໝັ້ນບໍ່ຜັນປ່ຽນ…

Read More »

ທ່ານເຄີຍສັງເກດເບິ່ງຂໍ້ມູນທາງດ້ານໂພຊະນາການຂອງສິນຄ້າທີ່ທ່ານເລືອກຈະບໍລິໂພກ ຫຼືບໍ່?

ທ່ານເຄີຍສັງເກດເບິ່ງຂໍ້ມູນທາງດ້ານໂພຊະນາການຂອງສິນຄ້າທີ່ທ່ານເລືອກຈະບໍລິໂພກ ຫຼືບໍ່? ເມື່ອບໍ່ດົນມານີ້, ທາງບໍລິສັດ ເບຍລາວ ຈຳກັດ ໄດ້ສົ່ງຕົວຢ່າງກຸ່ມຜະລິດຕະພັນເບຍລາວ ໄປຍັງຫ້ອງແລັບວິໄຈ Campden BRI Food and drinks Innovation ທີ່ເປັນຫ້ອງວິໄຈເອກະລາດ ດ້ານອາຫານ ແລະ ເຄື່ອງດື່ມ ຢູ່ກຸງລອນດອນ, ປະເທດອັງກິດ ເຊິ່ງເປັນອົງກອນທີ່ໄດ້ມາດຕະຖານການວິໄຈລະດັບສາກົນທີ່ຖືກຮັບຮອງໂດຍສະຖາບັນທີ່ໃຫ້ບໍລິການຮັບຮອງແຫ່ງຊາດຂອງປະເທດອັງກິດ United Kingdom Accreditation Service (UKAS). ພາຍຫຼັງໄດ້ຮັບຂໍ້ມູນຜົນຂອງການວິໄຈ, ບໍລິສັດ ເບຍລາວ ຈຳກັດ ໄດ້ເພີ່ມຂໍ້ມູນທາງໂພຊະນາການທີ່ສອດຄອງກັບມາດຕະຖານສາກົນ ເຂົ້າໃນທຸກໆຜະລິດຕະພັນຂອງເບຍລາວ. ຜູ້ບໍລິໂພກສາມາດສຶກສາຂໍ້ມູນທາງດ້ານໂພຊະນາການເຊັ່ນ: ພະລັງງານ, ໄຂມັນ, ທາດແປ້ງ, ນໍ້າຕານ, ໂປຣຕີນ ແລະ ເກືອ ທີ່ລະບຸຢູ່ໃນກາຫຼັງຂອງທຸກໆ ແກ້ວ ແລະ ກະປ໋ອງ ຂອງຜະລິດຕະພັນເບຍລາວ ທີ່ໄດ້ເລີ່ມອອກສູ່ຕະຫຼາດຕັ້ງແຕ່ ວັນທີ 15 ທັນວາ 2020 …

Read More »

ດ່ວນ!!! ບໍ່ແກ້ວສັ່ງປິດເມືອງຕົ້ນເຜິ້ງ ແລະ ເຂດເສດຖະກິດສາມຫຼ່ຽມຄໍາ ຊົ່ວຄາວ

ອີງຕາມ ການປຶກສາຫາລື ແລະ ເຫັນດີເປັນເອກະພາບ ຂອງຄະນະສະເພາະກິດຂັ້ນແຂວງ ໃນຕອນເຊົ້າ ຂອງວັນທີ 12 ມັງກອນ 2021.ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງ ຂໍຖືເປັນກຽດຢ່າງສູງ ແຈ້ງມາຍັງບັນດາທ່ານ ຊາບດັ່ງນີ້:ເຫັນດີປີດເທດສະບານເມືອງຕົ້ນເຜິ້ງ ແລະ ເຂດເສດຖະກິດພິເສດສາມຫຼ່ຽມຄຳ (ເປັນເວລາ14ວັນ)ເລີ່ມແຕ່ວັນທີ່ 12 ມັງກອນ ເຖິງ ວັນທີ 25 ມັງກອນ 2021 ມອບໃຫ້ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຕັ້ງຈຸດກວດກາຢູ່ປ້ອມກວດກາໃກ້ກັບ 3 ແຍກປະຕູໂຂງທາງເຂົ້າເມືອງຕົ້ນເຜິ້ງ ແລະ 4 ແຍກບ້ານໂພນໂຮມ. ໃຫ້ເມືອງຕົ້ນເຜິ້ງ ນຳໃຊ້ກຳລັງທະຫານ, ປກສ ແລະ ແພດໝໍ ປະຈໍາຈຸດກວດກາດັ່ງກ່າວ ເພື່ອປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ.ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານຊາບ ແລະ ຈັດຕັ້ງປະຕິບັດ …

Read More »

ສຸດສະເທືອນ!!!ເມື່ອ ນາງງາມ ຟິລິບປິນ ເສຍຊີວິດ…

ສຸດເສົ້າເມື່ອພົບສົບ ຄຣິສຕິນາ ເດເຊີຣາ (Christine Angelica Dacera) ນາງງາມ ຟີລິບປິນ ເສຍຊີວິດໃນໂຮງແຮມເຊິ່ງມີຮ່ອງຮອຍການລ່ວງລະເມີດທາງເພດ, ຜູ້ຕ້ອງສົງໄສແມ່ນຜູ້ຊາຍ 11 ຄົນ ທີ່ຢູ່ກັບນາງໃນມື້ທີ່ນາງເສຍຊີວິດໃນງານລ້ຽງປີໃໝ່.ຂ່າວດັ່ງກ່າວເຮັດໃຫ້ວົງການນາງງາມ Coconuts Manila, ສໍານັກຂ່າວຕ່າງປະເທດ, ຟິລິບປິນ ແລະ ສື່ດັງຂອງອັງກິດ ລາຍງານວ່ານາງ Christine Angelica Dacera, ຮອງອັບດັບ 1 Miss Silva Davao 2017 ອາຍຸ 23 ປີ, ເຊິ່ງປະຈຸບັນມີອາຊີບເປັນສາວແອໂຮສເຕສ ສາຍການບິນ Philippines Airlines, ໄດ້ຖືກເປັນສົບຢູ່ໃນອ່າງອາບນ້ຳ ຂອງໂຮງແຮມ ໃນມາຄາຕິ ນະຄອນຫຼວງມະນິລາ ປະເທດຟີລິປິນ ຂໍ້ມູນເບື້ອງຕົ້ນຕໍາຫຼວດສົງໄສວ່ານາງຖືກວາງຢາແລ້ວນຳໄປຂົ່ມຂືນ ແລະ ຖືກຂ້າຕາຍ. ໃນມື້ງານລ້ຽງປີໃໝ່ ເພາະວ່າພວກເຂົາພົບເຫັນຮ່ອງຮອຍຂອງການລ່ວງລະເມີດທາງເພດ ໂດຍລາຍງານວ່າ Christine Angelica Dacera …

Read More »

ຈັດໄປ! 7 ເຫດຜົນທີ່ສາວໆຄວນກິນໂຢເກິດ (Yoghurt) ດີຕໍ່ໃຈ-ລໍາໄສບໍ່ປ່ວຍ

ໂຢເກິດ(Yoghurt) ກໍຈັດວ່າເປັນອີກໜຶ່ງອາຫານທີ່ໄດ້ຮັບຄວາມນິຍົມຈາກສາວໆທີ່ກໍາລັງຄຸມນໍ້າໜັກ ແຕ່ບາງທີກັບສາວໆບາງຄົນກໍອາດຈະຮູ້ສຶກວ່າບໍ່ຄ່ອຍຈະຖືກປາກປານໃດ ເພາະລົດຊາດກະເປັນປະແລ່ມ! ປະແລ່ມ! ແດ່ຈັກໜ້ອຍ ວ່າບໍ່? ແຕ່ວ່າ….ໂຢເກິດນັ້ນພັດເປັນໜຶ່ງໃນອາຫານທີ່ມີປະໂຫຍດທີ່ສຸດເດີສາວໆ ແລະ ແນ່ນອນ Kuanjai ຈະພາມາຮູ້ຈັກກັບ 7 ເຫດຜົນທີ່ດີຕໍ່ໃຈ-ລໍາໄສບໍ່ປ່ວຍ! ແລ້ວລອງພາກັນເປິດໃຈດວງນ້ອຍໆ…ໃຫ້ກວ້າງໆ….ມາກິນລອງເບິ່ງເດີ…. 1 ເປັນແຫຼ່ງໂປຣຕິນຊັ້ນດີ ເຊິ່ງວ່າໂຢເກິດນັ້ນມີໂປຣຕິນຫຼາຍກວ່ານົມເຖິງ 20% ເພາະໂຢເກິດ 200 ກຣາມ ແມ່ນໃຫ້ໂປຣຕິນສູງເຖິງ 12 ກຣາມ ແລະ ໂປຣຕິນຈາກໂຢເກິດບໍ່ໄດ້ເຮັດໃຫ້ທ້ອງອືດຄືໂປຣຕິນທີ່ໄດ້ຈາກນົມອື່ນໆອີກ. 2. ເພີ່ມພູມຄຸ້ມກັນໃຫ້ຮ່າງກາຍ ສໍາຫຼັບໃຜທີ່ປ່ວຍງ່າຍແນະນໍາໃຫ້ກິນໂຢເກິດທຸກໆມື້ລອງເບິ່ງ ໂພຣໄບໂອຕິກສໃນໂຢເກິດຈະຊ່ວຍປ້ອງກັນການຕິດເຊື້ອໄດ້ ແລະ ມີຜົນວິໄຈພົບວ່າ ໂພຣໄບໂອຕິກສໃນໂຢເກິດຍັງຊ່ວຍໃຫ້ອາການເປັນຫວັດດີໄວຂຶ້ນອີກ. ນອກຈາກນີ້ ໂຢເກິດຍັງອຸດົມໄປດ້ວຍແຫ່ທາດຕ່າງໆ ເຊັ່ນວ່າ: ເມັກນີຊຽມ, ຊີຣີນຽມ ແລະ ຊິງ ທີ່ມີສ່ວນຊ່ວຍກະຕຸ້ນພູມຄຸ້ມກັນໄດ້ເປັນຢ່າງດີ. 3. ດີຕໍ່ໃຈ ໂຢເກິດອຸດົມໄປດ້ວຍໄຂມັນ HDL ທີ່ຊ່ວຍຫຼຸດໄຂມັນທີ່ບໍ່ດີ, ໄຂມັນທີ່ອຸດຕັນໃນເສັ້ນເລືອດ ແລະ ຍັງຊ່ວຍຫຼຸດຄວາມສ່ຽງທີ່ຈະເກີດໂລກຫົວໃຈໄດ້ເປັນຢ່າງດີ. …

Read More »