Breaking News

Kuanjai

ງານເປີດຕົວຮູບເງົາແນວລີ້ລັບສະຫຍອງຂວັນ ເລື່ອງ: “ນ້ອງຮັກ”

ໃນຕອນແລງຂອງວັນທີ 8 ພຶດສະພາ 2017 ຢູ່ທີ່ Major Platinum Cineplex ວຽງຈັນເຊັນເຕີ ໄດ້ມີການເປີດຕົວຮູບເງົາເລື່ອງ ນ້ອງຮັກ ( Dearest Sister ) ຈາກຜູ້ຝີມືການກໍາກັບຂອງ ແມັດຕີໂດ ຜູ້ກໍາກັບແມ່ຍິງລາວ ທີ່ໄດ້ນໍາພາຮູບເງົາລາວສູ່ເວທີລະດັບໂລກມາແລ້ວ ແລະ ຍັງເປັນທີ່ຍອມຮັບມາແລ້ວຈາກທີມງານລະດັບ Hollywood. ພາຍໃນງານເປີດຕົວຮູບເງົາດັ່ງກ່ວາຍັງມີແຂກທີ່ມີກຽດ, ຜູ້ກໍາກັບ, ນັກຮ້ອງ ແລະ ນັກສະແດງ ອີກຫຼາຍທ່ານທີ່ເຂົ້າຮ່ວມໃນງານເປີດຕົວຮູບເງົາຄັ້ງນີ້. ຮູບເງົາເລື່ອງນ້ອງຮັກ ເປັນຮູບເງົາແນວລີ້ລັບສະຫຍອງຂັວນ ເລື່ອງທີ່ 2 ຈາກປະເທດລາວ ທີ່ສັນຈອນໄປສາຍໃນເທສະການຮູບເງົາທົ່ວໂລກມາແລ້ວຫຼາຍກວ່າ 24 ເທສະການ ພ້ອມກັບ 3 ລາງວັນຈາກເທສະການຮູບເງົາຜີສຸດມັນ. ຮູບເງົາເລື່ອງນ້ອງຮັກ ໄດ້ນັກສະແດງນໍາໂດຍ ຕ໊ອດລີນ່າ ນັກສະແດງຂວັນໃຈຈາກລາວ ແລະ ນັກສະແດງທີ່ມີຊື່ສຽງອີກຫຼາຍໆທ່ານ ທີ່ໄດ້ຮ່ວມສະແດງໃນເລື່ອງນີ້. ນ້ອງຮັກ (Dearest Sister) “ນົກ” ຍິງສາວຈາກຊົນນະບົດຂອງລາວ …

Read More »

ຮູບພາບງາມໆຂອງນໍ້າຕົກຕາດ ເຊກະຕາມຕົກ

ສະບາຍດີແຟນໆ ຂວັນໃຈ ມື້ນີ້ ຂວັນໃຈ ໄດ້ນໍາເອົາຮູບພາບງາມຂອງ ນໍ້າຕົກຕາດເຊກະຕາມຕົກ ມາໃຫ້ແຟນໆຂວັນໃຈໄດ້ຊົມ ເຊິ່ງ ນໍ້າຕົກຕາດເຊກະຕາມຕົກ ຕັ້ງຢູ່ຫ່າງຈາກ ເມືອງປາກຊ່ອງ ແຂວງຈຳປາສັກ ປະມານ 44 ກິໂລແມັດ ທາງທິດຕາເວັນອອກ, ມີຄວາມສູງ ປະມານ 100 ແມັດ ເປັນນໍ້າຕົກຕາດຂະຫນາດໃຫຍ່ ມີນໍ້າຕະຫລອດປີ Photo : The Journal Alone ຂໍ້ມູນ: ທ່ຽວທົ່ວລາວ

Read More »

Idea ເລີ໋ດໆ ກັບ 15 ທ່າ Post ແບບບໍ່ຕັ້ງໃຈ ສໍາລັບສາວໆທີ່ມັກຖ່າຍຮູບ ຫ້າມພາດ

ສະບາຍດີສາວໆມາພົບກັບ BeautyGuru ມື້ນີ້ ແນ່ນອນວ່າ ມາພ້ອມກັບເລື່ອງລາວທີ່ຖືກໃຈສາວໆກັນຢ່າງແນ່ນອນ ໂດຍສະເພາະສາວໆທີ່ມັກຖ່າຍຮູບ ແລະ ມັກໃນການ Post ທ່າເກ໋ໆ ມື້ນີ້ສາວໆກໍຈະໄດ້ Idea ໄປເພີ່ມຕຶ່ມຢ່າງແນ່ນອນ ກັບທ່າໂພສແບບບໍ່ຕັ້ງໃຈທີ່ເຮົາໄດ້ເອົາມາຕ້ອນກັນໃນມື້ນີ້ ຮັບຮອງວ່າເລີ໋ດແນ່ນອນຈ່າ ຈັ່ງໃດກະລອງເອົາໄປ Post ຫຼີ້ນໆກັນເບິ່ງເດີ້ສາວໆ. ກໍໍລັງຕັ້ງໃຈຖ່າຍຮູບທໍາມະຊາດຢູ່ ຕັ້ງໃຈກິນໆ… ກໍາລັງຍ່າງລົງຂັ້ນໄດ ໂຊຂາຍາວໆຊະເລີຍ ຕັ້ງໃຈຜູກເຊືອກເກີບຢູ່ ກໍາລັງຄິດຮອດໃຜຢູ່ເດ້ ກໍາລັງໂທຫາຄົນສໍາຄັນວ່າຊັ້ນ ແຕ່ບໍ່ຮັບຈັກເທື່ອ 555 ຫ່ະ! ແມ່ນຫັຍງ? ຍັງໃສ່ແວ່ນບໍ່ແລ້ວ… ຖ່າຍມູມໃດດີ? Hello ນ້ອງໝາ ຕັ້ງໃຈອ່ານໜັງສືຢູ່ ຫ້າມກວນ ຫິວນໍ້າ… ຂ່າວນີ້ໜ້າສົນໃຈຂະໜາດ… ກໍາລັງຖ່າຍຮູບສົ່ງໃຫ້ຢູ່ ຢູ່ຊື່ໆກະງາມແລ້ວ. ໂອ້ຍ… ເຢັນຂະໜາດ By: BeautyGuru ຂອບໃຈຮູບພາບຈາກ: Hi Fashion

Read More »

ຜາຫຼວງ ສະຖານທີ່ທ່ອງທ່ຽວແຫ່ງໃໝ່ ເມືອງວັງວຽງ

ສະບາຍດີແຟນໆ ຂວັນໃຈ ມື້ນີ້ ເວັບໄຊຂວັນໃຈ ຈະມາແນະນໍາສະຖານທີ່ທ່ອງທ່ຽວແຫ່ງໃໝ່ ທີ່ກໍາລັງເປັນທີ່ນິຍົມ ຂອງນັກທ່ອງທ່ຽວ ເຊິ່ງບາງຄົນອາດເຄີຍໄປທ່ຽວມາແລ້ວ. ສະຖານທີ່ນັ້ນກໍຄື: “ຜາຫຼວງ” (Blue lagoon and resort), ສະຖານທີ່ທ່ອງທ່ຽວແຫ່ງໃໝ່ນີ້ຕັ້ງຢູ່ ບ້ານນາມ່ວງ ເມືອງວັງວຽງ ຫ່າງຈາກຕົວເມືອງວັງວຽງ ພຽງ 14.5 ກມ. ເຊິ່ງເປັນສະຖານທີ່ທ່ອງທ່ຽວ ທີ່ມີຄວາມສວຍງາມຫຼາຍ ແລະ ມີກິດຈະກໍາທີ່ໄວ້ຄອຍໃຫ້ນັກທ່ອງທ່ຽວ ໄດ້ເລືອກຫຼີ້ນອີກຫຼາຍໆກິດຈະກໍາເຊັ່ນ: ຫຼີ້ນນໍ້າ, ຂີ່ສະລິງ, ປີນພູ. ນອກຈາກນີ້ ຍັງມີເຄື່ອງດື່ມ ແລະ ຮ້ານອາຫານໄວ້ຄອຍໃຫ້ບໍລິການແກ່ນັກທ່ອງທ່ຽວອີກດ້ວຍ. ຖ້າມີເວລາຫວ່າງ ຫຼື ມື້ພັກຜ່ອນຢ່າລືມໄປທ່ຽວເດີ້ ຮັບຮອງວ່າທ່ານຈະບໍ່ຜິດຫວັງຢ່າງແນ່ນອນ. ພາບໂດຍ: ໂນ່ ພຸດທະສັກ

Read More »

ງານເປີດຕົວລົດລຸ້ນໃໝ່ຫຼ້າສຸດ The all-New 5 Series.

ໃນວັນທີ 5 ພຶດສະພາ 2017 ທີ່ຜ່ານ, BMW Group Asia ແລະ ສູນຕົວແທນຈໍາໜ່າຍ ພຣີມ້ຽມ ໂອໂຕລາວ ຜູ້ນໍາເຂົ້າລົດ BMW ຢ່າງເປັນທາງການພຽງຜູ້ດຽວໃນ ສປປ ລາວ ທີ່ນະຄອນຫຼວງວຽງຈັນ ໄດ້ນໍາສະເໜີລົດ BMW 5 Series ລຸ້ນໃໝ່ຫລ້າສຸດ The all-new BMW 5 Series 2017 G30 ຢ່າງເປັນທາງການ ດ້ວຍຮູບຮ່າງທີ່ສະຫງ່າງາມ. ໂດຍການເປັນປະທານຂອງທ່ານ ກວັກ ໂຫວ ກຸນ ປະທານຜູ້ບໍລິຫານ ພຣີມ້ຽມ ໂອໂຕລາວ, ທ່ານ ສົມສະນຸກ ສຸດທິເດດ ຜູ້ຈັດການຝ່າຍຂາຍພຣີມ້ຽມໂອໂຕລາວ ແລະ ແຂກທີ່ຖືກເຊີນອີກຫຼາຍທ່ານ. ທ່ານ ສົມສະນຸກ ສຸດທິເດດ ຜູ້ຈັດການຝ່າຍຂາຍໄດ້ນໍາສະເໜີລົດລຸ້ນ The …

Read More »