Breaking News

Kuanjai

ນໍ້າຕົກຕາດ ແຊປ້ອງໄລ ນໍ້າຕົກຕາດທີ່ມີຄວາມງົດງາມຫຼາຍ

ນໍ້າຕົກຕາດ ແຊປ້ອງໄລ ຕັ້ງຢູ່ເຂດເຊປຽນ ເມືອງສະໜາມໄຊ ແຂວງອັດຕະປື ຫ່າງຈາກ ເມືອງສາມັກຄີໄຊ ປະມານ 75 ກິໂລແມັດ. ກຳເນີດຈາກສາຍນ້ຳເຊປຽນ, ຈຸດທີ່ຕັ້ງຢູ່ ພູໂຄນນອນໃນປ່າຄັນຊົນ ຂອງປ່າສະຫງວນແຫ່ງຊາດເຊປຽນ ຢູ່ສາຍນ້ຳດຽວກັນກັບນ້ຳຕົກຕາດແຊປ້ອງໄລ, ມີຄວາມກ້ວາງປະມານ 130 ແມັດ ນ້ຳໂຕນເປັນສອງປ່ອງ ຝັ່ງຊ້າຍມີຄວາມສູງ 20 ແມັດ, ຝັ່ງຂວາ 35-40 ແມັດ. ໄລຍະການລົງສຳຫຼວດ ໃນລະຫວ່າງປີ 1998. ຫ່າງຈາກ ນ້ຳຕົກຕາດແຊພະ ປະມານ 08 ກິໂລແມັດ, ການເດີນທາງເຂົ້າໄປເຖິງເຂດດັ່ງກ່າວ ໄປໄດ້ທັງ 2 ລະດູ, ເດີນທາງດ້ວຍລົດໂອໂຕ, ລົກຈັກ, ລົດຖີບ ແລະ ລົດກະບະ. ໄລຍະທາງຈາກອັດຕະປື ຜ່ານສຳນັກງານເມືອງ, ບ້ານໃໝ່ ເຖິງແຊພະ ທາງບົກປະມານ 75 ກິໂລແມັດ, ຍາມຝົນ …

Read More »

ຄິດໃຫ້ດີກ່ອນດູດໄຂມັນ ແລະ ນີ້ຄືສິ່ງທີ່ສາວໆຄວນຮູ້ກ່ອນຕັດສິນໃຈດູດໄຂມັນ

ໄຂມັນສ່ວນເກີນເປັນສິ່ງທີ່ບໍ່ມີໃຜປາຖະໜາ ໂດຍສະເພາະສາວໆຄືເຮົາທັງຫຼາຍ ທີ່ຍາມໃດກໍໄຝ່ຝັນເຖິງແຕ່ຮູບຮ່າງທີ່ງາມ ບາງ ແລະ ສົມສ່ວນກັນຢູ່ຕະຫຼອດເວລາ ແຕ່ຄືທີ່ສາວໆຮູ້ກັນແລ້ວວ່າປັດຈຸບັນເທັກໂນໂລຍີລໍ້າໜ້າກ້າວໄກໄປເຖິງຂັ້ນທີ່ ພວກເຮົາສາມາດູດໄຂມັນສ່ວນເກີນ ຂອງຮ່າງກາຍໃຫ້ອອກໄປດັ່ງປາຖະໜາໄດ້ແລ້ວ ໂດຍມີຜູ້ຊ່ຽວຊານ ແລະ ແພດດ້ານນີ້ຄອຍໃຫ້ບໍລິການແກ່ສາວໆຢູ່ຢ່າງຫຼວງຫຼາຍ ແຕ່ກໍຍັງມີຂໍ້ຄວນຮູ້ ແລະ ຕ້ອງລະວັງກັນກ່ຽວກັບການດູດໄຂມັນທີ່ສາວໆຈໍາເປັນຕ້ອງໄດ້ໃຫ້ຄວາມສໍາຄັນ ແລະ ມື້ນີ້ BeautyGuru ກໍຈະພາສາວໆໄປຮູ້ຈັກກັບ ສິ່ງທີ່ສາວໆຄວນຮູ້ກ່ອນຕັດສິນໃຈດູດໄຂມັນ ເຮົານໍາໄປເບິ່ງກັນເລີຍ 1. ດູດໄຂມັນບໍ່ແມ່ນການຫຼຸດນໍ້າໜັກຖາວອນ: ການດູດໄຂມັນອອກຈາກຮ່າງກາຍ ຈະສົ່ງຜົນ ຫຼືຫຼຸດສັດສ່ວນສະເພາະບາງສ່ວນທີ່ເຮົາຕ້ອງການດູດອອກເທົ່ານັ້ນ ແຕ່ເມື່ອດູດອອກໄປແລ້ວແຕ່ບໍ່ຍອມປ່ຽນແປງພຶດຕິກໍາການກິນຕ່າງໆ ກໍຈະເຮັດໃຫ້ໄຂມັນເຫຼົ່ານັ້ນກັບຄືນມາຄືເກົ່າໄດ້ 2. ການດູດໄຂມັນອາດຈະເປັນການເພີ່ມໄຂມັນ: ແມ່ນຢູ່ວ່າການດູດໄຂມັນຈະເຮັດໃຫ້ເຊວໄຂມັນສ່ວນທີ່ດູດນັ້ນຫາຍໄປ ແຕ່ໄຂມັນບໍລິເວນອື່ນກໍອາດຈະເພີ່ມມາແທນສ່ວນທີ່ຫາຍໄປໄດ້ ເພາະດ້ວຍອັດຕາການບໍລິໂພກໃນແຕ່ລະມື້ນັ້ນແມ່ນເປັນປົກກະຕິ ສະນັ້ນໄຂມັນກໍຈະມີເທົ່າເກົ່າ ຖ້າໄປດູດສ່ວນໃດສ່ວນໜຶ່ງອອກກໍຈະເຮັດໃຫ້ ເພີ່ມຂຶ້ນມາໃນສ່ວນອື່ນອີກ 3. ການດູດໄຂມັນເປັນການທໍາຮ້າຍຜະໜັງເຊວ: ເຖິງວ່າສາວໆຈະດູດໄຂມັນໃນສ່ວນນັ້ນອອກໄປແລ້ວ ແຕ່ເມື່ອມີໄຂມັນໃໝ່ເຂົ້າມາກໍຈະເຮັດໃຫ້ໄຂມັນເຫຼົ້່ານັ້ນກັບເຂົ້າໄປສະສົມທີ່ບ່ອນທີ່ເຮົາຕັດອອກໄປນັ້ນແລ້ວ ເພາະການດູດໄຂມັນເປັນການທໍາຮ້າຍຜະໜັງເຊວ ເຮັດໃຫ້ໄຂມັນສະສົມໄດ້ງ່າຍຂຶ້ນ 4. ສາມາດຕຶ່ມໄຂມັນສ່ວນທີ່ດູດອອກໄປຕຶ່ມໃສ່ໃນອະໄວຍະວະອື່ນ: ໄຂມັນທີ່ດູດອອກຈາກຮ່າງກາຍນັ້ນ ສາວໆຮູ້ບໍ່ວ່າມັນສາມາດາເອົາໄປຕຶ່ມເຕັມສ່ວນອື່ນໆ ຫຼືອະໄວຍະວະອື່ນໆໄດ້ ໂດຍບໍ່ເປັນອັນຕະລາຍໃດໆເຊັ່ນ: ຮີມສົບ, ອະໄວຍະວະເພດເປັນຕົ້ນ …

Read More »

ນໍ້າຕົກຕາດຈາກສາຍພູ ສູ່ຜາຊັນ ແລະ ມີນໍ້າໄຫຼຕະຫຼອດປີ

ນໍ້າຕົກຕາດຜາແຈແລເປັນນໍ້າຕົກຕາດ ທີ່ສູງປະມານ 100 ແມັດ ຕັ້ງຢູ່ບ້ານນໍ້າຄຽນ ຫ່າງຈາກເທສະບານ ເມືອງຮົ່ມ ແຂວງ ໄຊສົມບູນ ປະມານ 6 ກິໂລແມັດ ເປັນນໍ້າຕົກຕາດຈາກສາຍພູ ສູ່ຜາຊັນ ແລະ ມີນໍ້າໄຫຼຕະຫຼອດປີ ມີຄວາມອຸດົມສົມບູນໄປດ້ວຍຊີວະນານາພັນ ປ່າໄມ້ຂຽວງາມ, ອາກາດກໍສົດຊື່ນເຢັນສະບາຍ ສ່ວນສາເຫດທີ່ມາຂແງຊື່ຜາແຈແລນັ້ນ ຕາມການບອກເລົ່າຂອງຊາວບ້ານໄດ້ໃຫ້ຮູ້ວ່າ ມີປະຊາຊົນໄດ້ພົບເຫັນພຣະອົງໜຶ່ງ ທີ່ຢູ່ໃກ້ຕາດແຫ່ງນີ້ເປັນສີດໍາ ແລະ ມີຫຼາຍແຈ ຕໍ່ມາປະຊາຊົນເຂດນັ້ນຈຶ່ງໄດ້ ເອີ້ນຜາແຫ່ງນີ້ວ່າ: ຜາແຈແລ ຂໍ້ມູນ: ກົມໂຄສະນາການທ່ອງທ່ຽວ

Read More »

ອວບແລ້ວແນວໃດ? ອວບແລ້ວກໍງາມໄດ້ໃນແບບຂອງສາວອວບ ດ້ວຍເສື້ອຜ້າໂທນສີດໍາແບບນີ້!

ສາວໆທີ່ກໍລັງກັງວົນໃຈເລື່ອງຄວາມອວບຂອງຕົນເອງ ຄິດວ່າໃສ່ຫຍັງກໍຄົງບໍ່ງາມ ບໍ່ໝັ້ນໃຈໃນຕົວເອງເວລາຕ້ອງແຕ່ງຕົວອອກນອກບ້ານ ມາເບິ່ງນີ້ກັນເລີຍ Fashions ສີດໍາກັບສາວອວບ ບອກເລີຍເລີ໋ດ ງານນີ້ເກີດເປັນເກີດສາວໆເອີ໋ຍ! 1. Look Street ຄຸມສີດໍາ ເພີ່ມລູກຫຼີ້ນດ້ວຍການເປຍຜົມ ແລະ ຄາດໂບພ້ອມ 2. ໄປ Party ກັບຊຸດ Dresses ສີດໍາພ້ອມດ້ວຍ Mini Skirt ສີດໍາມາທັບ ພ້ອມກັບ Jacket ໜັງ ໃຫ້ເປັນສາວໝັ່ນປົນຫວານໄປເລີຍ 3. ເສື້ອທີ່ມີ Clitor ສີສັນສົດໃສພ້ອມກັບເສື້ອໜັງສີບົວທັບ ເບິ່ງລຽບງ່າຍ ແລະ ໜ້າຮັກ 4. ເສື້ອລາຍຕາຕາລາງກັບປະໂປ່ງໜັງສີດໍາ ເບິ່ງເປັນສາວນ້ອຍຂຶ້ນມາທັນຕາເລີຍ 5. ວັນສະບາຍໆ ກັບໂສ້ນຢີນຂາສັ້ນ ຜູກເສື້ອແຂນຍາວໃສ່ກົ້ນ ເພື່ອເພີ່ມຄວາມມີ Style ແບບບໍ່ຕັ້ງໃຈ 6. ສີດໍາໝົດຕົວເພີ່ມຄວາມ Sexy ແລະ ຄວາມເປັນເສືອແບບອໍາມະຕະ …

Read More »

10 ກິດຈະກໍາທີ່ຄົນອົກຮັກ ຄວນເຮັດເພື່ອໃຫ້ລືມຮັກເກົ່າທີ່ແສນຈະເສົ້າ (ຢາກໃຫ້ອ່ານ)

ສາວໆເວລາທີ່ອົກຮັກນອກຈາກການນັ່ງໄຫ້, ນອນໄຫ້ ແລ້ວມີກິດຈະກໍາອື່ນອີກບໍ່ທີ່ຈະເຮັດໃຫ້ລືມຄວາມເສົ້າ… ເມື່ອຜິດຫວັງຈາກຄວາມຮັກ ແນ່ນອນວ່າບໍ່ມີໃຜດີໃຈດອກ ແຕ່ສາວ ຮ້ອງໄຫ້ໄດ້ ປ່ອຍມັນອອກມາໃຫ້ໝົດ ແຕ່ຢ່າໃຫ້ໜັກຈົນເກີນໄປ ເພາະບໍ່ວ່າແນວໃດຜູ້ຍິງຄືເຮົາກໍຕ້ອງຮັກຕົວເອງໃຫ້ຫຼາຍໆ ເບິ່ງແຍງຕົວເອງໃຫ້ດີ ແບບທີ່ເອີ້ນວ່າ: ຜູ້ຊາຍຄົນໃດທີ່ເຄີຍຖິ້ມເຮົາໄປຈະຕ້ອງເສຍດາຍຈົນຢາກຂໍເຮົາຄືນມາພຸ້ນລະ. ເຖິງເວລານັ້ນເຮົາຄ່ອຍເອົາຄືນເນາະ… ມາເບິ່ງກິດຈະກໍາທີ່ຂັວນໃຈເອົາມາຕ້ອນສໍາລັບສາວໆທີ່ກໍາລັງອົກຮັກກັນຢູ່ດີກວ່າວ່າ ພວກນາງຄວນເຮັດຫຍັງແດ່? 1. ໄປລົງທະເລໃຫ້ສະໃຈ: ໄປພັກຜ່ອນຟັງຄື້ນລົມ, ໃຊ້ເວລາກັບຕົວເອງໃຫ້ຫຼາຍທີ່ສຸດ ເພາະທະເລາເປັນສະຖານທີ່ສະຫງົບ ໃຫ້ມັນປົດປ່ອຍຄວາມທຸກຂອງເຮົາຈົນໝົດຄ່ອຍກັບມາ 2. ກິນບຸບເຟ່ໃຫ້ມີຄວາມສຸກບໍ່ຕ້ອງຄິດຫັຍງຫຼາຍ: ເຊື່ອວ່າຜູ້ຍິງເຮົາມີຄວາມສຸກກັບການກິນສະເໝີ… ການກິນອາກຫານທີ່ເຮົາຢາກກິນຈະເຮັດໃຫ້ຊ່ວຍລືມຄວາມທຸກໄດ້ 3. Shopping: ເປັນອີກສິ່ງໜຶ່ງທີ່ແຍກຈາກກັນບໍ່ໄດ້ສໍາລັບສາວໆກໍຄືການ Shopping ນັ້ນເອງ ສະນັ້ນເມື່ອມີຄວາມທຸກແບບນີ້ ກໍລອງຊວນໝູ່ສະນິດໄປຜ່ອນຄາຍລອງເບິ່ງຮັບຮອງວ່າປົດປ່ອຍໄດ້ກາຍ 10 ແນ່ນອນ 4. ເຂົ້າວັດເຮັດບຸນ: ທັມມະເປັນທີ່ເພີ່ງທາງໃຈສະເໝີ, ການເຂົ້າວັດຟັງທັມຈະຊ່ວຍໃຫ້ຈິດໃຈສະງົບຫຼາຍຂຶ້ນ 5. Party ແບບຈັດເຕັມກັບເພື່ອນໆ: ໄວໜຸ່ມສ່ວນຫຼາຍມີຫຍັງກໍຈະມັກປຶກສາໝູ່ສະນິດ ອົກຮັກກໍເຊັ່ນດຽງກັນກໍປຶກສາໝູ່ສະນິດນີ້ລະ ແລ້ວກໍຊວນກັນຈັດ Party ໜັກໆໃຫ້ລືມຄວາມທຸກໄປໝົດເລີຍ 6. ຮ້ອງ Karaoke …

Read More »