Breaking News

pou peng

ເປີດໂຕຍິ່ງໃຫ່ຍ! ເບຍໃໝ່ 3 ລົດຊາດ ເບຍໄວ້ທ (WHITE), ເບຍຮັອບປີ້ (HOPPY) ແລະ ເບຍແອມເບີ້ (AMBER)

ທີ່ນະຄອນຫຼວງວຽງຈັນ, ໃນຄໍ່າຄືນຂອງວັນພຸດ ວັນທີ 11 ກໍລະກົດ 2018, ທີ່ ຮ້ານອາຫານໂກດັງ ບໍລິສັດເບຍລາວ ໄດ້ຈັດງານເປີດຕົວເບຍໃຫມ່ຢ່າງຍິ່ງໃຫຍ່ ເຊິ່ງບໍ່ມີພຽງລົດຊາດດຽວເທົ່ານັ້ນ ແຕ່ມີເຖິງ 3 ລົດຊາດ ທີ່ມີເອກະລັກໃນຄວາມເປັນລາວຄື: ເບຍໄວ້ທ (WHITE), ເບຍຮັອບປີ້ (HOPPY) ແລະ ເບຍແອມເບີ້ (AMBER). ທັງນີ້, ກໍເປັນສ່ວນໜຶ່ງຂອງການສະເຫຼີມສະຫຼອງບໍລິສັດ ເບຍລາວ ຄົບຮອບ 45 ປີທີ່ມີການເຕີບໃຫຍ່ຂະຫຍາຍຕົວແບບບໍ່ຢຸດຢັ້ງມາເຖິງປັດຈຸບັນ. ງານຄັ້ງນີ້, ໄດ້ມີບັນດາລູກຄ້າ VIP, ຕົວແທນຈໍາໜ່າຍ, ດາລາ-ນັກສະແດງ, ເຊເລັບ, ແຂກຜູ້ມີກຽດ ແລະ ສື່ມວນຊົນເຂົ້າຮ່ວມ. ພ້ອມນີ້, ຍັງມີວົງດົນຕີ, ນັກຮ້ອງຊື່ດັງທີ່ມາສ້າງຄວາມຄຶກຄື້ນມ່ວນຊື່ນໃຫ້ຕະຫຼອດທັງງານ. ບໍ່ພໍເທົ່ານັ້ນ, ເບຍລາວ ຍັງໄດ້ເປີດກິດຈະກຳພິເສດ ໃຫ້ກັບຜູ້ບໍລິໂພກໄດ້ໂຫວດກັນວ່າ ລົດຊາດໃດທີ່ຈະຊະນະໃຈຄົນລາວຫຼາຍທີ່ສຸດ ແລະ ໄດ້ໄປຕໍ່. ທຸກຄົນສາມາດໂຫວດໄດ້ທີ່ www.votebeerlao.la ທ່ານ Henrik …

Read More »

ເກີດຫຍັງຂຶ້ນ??? ອາເລັກຊານດຼ້າ ອອກມາປະກາດຖອນຕົວອອກຈາກການເປັນ ຜູ້ອຳນວຍການ Miss Universe Laos 2018 ແບບຟ້າຜ່າ!!!

ເປັນກະແສ Talk of the town ເມື່ອ ອາເລັກຊານດຼ້າ ບຸນຊ່ວຍ ອອກມາປະກາດວ່າ She ຂໍຖອນຕົວອອກຈາກການເປັນ ຜູ້ອຳນວຍການ ກອງປະກວດ Miss Universe Laos 2018 ຈົນເປັນກະແສ ດຣ່າມ່າສະເທືອນວົງການນາງງາມລາວ ເພາະເວທີດັ່ງກ່າວຫາກໍ່ມີການ ຖະແຫຼງຂ່າວການປະກວດຢ່າງເປັນທາງການໃນຊ່ວງ ວັນທີ 3 ກໍລະກົດ 2018 ທີ່ຜ່ານມາແລະ ນາງເອງກໍ່ມີໜ້າທີ່ເປັນ ຜູ້ອຳນວຍການ ກອງປະກວດ Miss Universe Laos 2018 ໃນປີນີ້, ເຊິ່ງໃຈຄວາມຂອງແຈ້ງການທີ່ ອາເລັກຊານດຼ້າ ບຸນຊ່ວຍ ມີຢູ່ວ່າ: ເຖິງຢ່າງໃດກໍ່ຕາມທາງເພສຕົ້ນສັງກັດ Miss Universe Laos ຍັງບໍ່ມີການເຄື່ອນໄຫວ ແລະ ອອກມາຖະແຫຼງຂ່າວຢ່າງເປັນທາງການ ຈົນເຮັດໃຫ້ເກີດຄວາມສັບສົນຂອງປະຊາຊົນທົ່ວປະເທດ ວ່າເກີດຫຍັງຂຶ້ນກັບວົງການນາງງາມລາວ, ແລ້ວ ເວທີ Miss Universe Laos 2018 ໃຜຈະມາເປັນ ຜູ້ອຳນວຍການ ຄົນໃໝ່ …

Read More »

ປາດດດ! ງາມແຮງ…ເຫັນແລ້ວບໍ່ຢາກລະສາຍຕາ ຈີ່ຈີ້ ພອຍໄພລິນ ລຸກນີ້ກິນຂາດ!!!

ຂໍສຽງ fc ຈີ່ຈີ້ ພອຍໄພລິນ ສີວິໄລ ເນັດໄອດໍ້ຕະຫຼອດການ ແດ່ໄວໆ… ຫຼ້າສຸດຫຼັງຈາກທີ່ນາງໄດ້ສຳເລັດການສຶກສາຈາກເມືອງຜູ້ດີອັງກິດ ມາສົດໆຮ້ອນໆ ນາງກໍ່ມີຜົນງານມາໃຫ້ແຟນໆຕິດຕາມກັນເລີຍເດີ້ ໂດຍເຟສບຸກຂອງ ອາເລັກ ອະລິຍາ ນັກແຕ່ງໜ້າຄິວທອງ ກໍ່ໄດ້ໂພສອັບເດດການແຕ່ງໜ້າໃຫ້ ສາວ ຈີ່ຈີ້ ດ້ວຍລຸກທີ່ແບບວ່າ ຫວານ ສົດໃສ ເກົາຫລີໆແດ່ ບອກເລີຍວ່າ ບໍ່ຢາກລະສາຍຕາ ປານມີມົນສະກົດ ເບິ່ງແລ້ວ ງາມແຮງ…ແພງເວີ້ ເວົ້າໄປກໍ່ຄືວ່າຈະຍ້ອງ ສາວ ຈີ່ຈີ່ ເກີນເຫດ ບໍ່ເຊື່ອມາເບິ່ງໃຫ້ເຫັນກັບຕາໄດ້ເດີ້ແຟນໆ!!! ຫັນແນ່…ເພີນເລີຍແມ່ນບໍ່ ຊະນີIndy ບອກແລ້ວວ່າ ງາມ ຍັງບໍ່ໝົດເດີ້ ຍັງມີຮູບງາມໆຂອງ ຈີ່ຈີ້ ພອບໄພລິນ ມາຝາກອີກ ໃຜທີ່ເປັນແຟນຄລັບນາງກໍ່ຢ່າລືມ ໄລ້ ແຊຣແບບລົວໆ ໃຫ້ນາງກັນແດ່. ຂໍຂອບໃຈຮູບພາບຈາກ: FB/Alex Aliya Soundala  , IG/chichisvl

Read More »

 ອະລັງການງານສ້າງ! ກັບຊຸດປະຈຳຊາດຂອງ Miss Grand Thailand 2018!!!

ບໍ່ເວົ້າເຖິງຄົງຈະບໍ່ໄດ້ເດີ້ ກັບອີກໜຶ່ງເວທີ Miss Grand Thailand 2018 ທີ່ຫຼ້າສຸດເດີນທາງມາຮອດການແຂ່ງຂັນໃນຮອບ ຊຸດປະຈຳຊາດ ແລະ ຍັງຄົງສ້າງກະແສໃຫ້ທົ່ວໂລກສົນໃຈໄດ້ເປັນຢ່າງດີ ເພາະແຕ່ລະຊຸດເວົ້າໄດ້ເລີຍວ່າ ອະລັງການງານສ້າງ ເປັນການນຳສະເໜີເອກະລັກປະຈໍາທັງ 77 ຈັງຫວັດຂອງປະເທດໄທ ແລະ ບັນດາສາວງາມທັງ 77 ຄົນກໍ່ພີເຊັ້ນຊຸດຂອງຕົວເອງໄດ້ເປັນຢ່າງດີ… ມາເບິ່ງກັນວ່າແຕ່ລະຊຸດ ແຕ່ລະ ຈັງຫວັດ ຈະເລີດປານໃດ… ມິສແກຣນ ກຸງເທບມະຫານະຄອນ ມິສແກຣນ ກະບີ່ ມິສແກຣນ ການຈະນະບູລີ ມິສແກຣນ ກາລະສິນ ມິສແກຣນ ກຳແພງເພັດ ມິສແກຣນ ຂອນແກ່ນ ມິສແກຣນ ຈັນທະບູລີ ມິສແກຣນ ສະເຊີງເຊົາ ມິສແກຣນ ຊົນບູລີ ມິສແກຣນ ໄຊນາດ ມິສແກຣນ ໄຊຍະພູມ ມິສແກຣນ ຊຸມພອນ ມິສແກຣນ ຊຽງລາຍ ມິສແກຣນ ຊຽງໃໝ່ …

Read More »

ຮູ້ຫຼືບໍ່? ລະບຽບການສອບເສັງເຂົ້າຮຽນຢູ່ ມະຫາວິທະຍາໄລແຫ່ງຊາດ ມີຫຍັງແດ່???

ສະບາຍດີ!!! ນ້ອງໆ ວ່າທີ່ ນັກສຶກສາ ໄລຍະນີ້ແມ່ນກຽມ ຂຸນຂ້ຽວ ຕິວເຂັ້ມ ຢ່າງໝັກ ເພື່ອທີ່ຈະກຽມຕົວ ກຽມໃຈ ສອບເສັງເຂົ້າຮຽນ ທີ່ ມະຫາວິທະຍາໄລແຫ່ງຊາດ ດັ່ງນັ້ນ ທີມງານ ຂວັນໃຈ ເຮົາກໍ່ບໍ່ຢູ່ລ້າ ໄດ້ໄປຊ໋ອກແຊ໋ກ ເອົາຂໍ້ມູນ ລະບຽບການສອບເສັງເຂົ້າຮຽນຢູ່ ມະຫາວິທະຍາໄລແຫ່ງຊາດ ມາຝາກນ້ອງໆ ມາເບິ່ງກັນວ່າມີຫຍັງແດ??? 1. ຜູ້ມີສິດສະໝັກສອບເສັງຕ້ອງສໍາເລັດການສຶກສາຕໍ່າສຸດແມ່ນມັດທະຍົມປາຍ ຫຼື ຊັ້ນກາງ, ບໍ່ແມ່ນນັກສຶກສາກໍາລັງຮຽນຢູ່ໃນມະຫາວິທະຍາໄລແຫ່ງຊາດ ແລະ ບໍ່ຢູ່ໃນລະຫວ່າງການດໍາເນີນຄະດີອາຍາ. 2. ຕ້ອງນຸ່ງເຄື່ອງສຸພາບ ເປັນລະບຽບ (ເຄື່ອງແບບນັກຮຽນ ຕາມລະບຽບຂອງກະຊວງສຶກສາທິການ ແລະ ກິລາ), ໄວ້ຊົງຜົມສຸພາບມີມາລະຍາດທີ່ດີ, ປະຕິບັດຕາມການແນະນຳຂອງຄະນະກຳມະການຈັດຕັ້ງການສອບເສັງ. 3.ຕ້ອງມາເຖິງຫ້ອງສອບເສັງກ່ອນເວລາທີ່ກຳນົດໄວ້ໃນຕາຕະລາງສອບເສັງຢ່າງໜ້ອຍ 20 ນາທີ ແລະ ຖ້າມາຊ້າກວ່າເວລາສອບເສັງ 15 ນາທີ ຈະບໍ່ອະນຸຍາດໃຫ້ເຂົ້າຫ້ອງສອບເສັງ. 4.ຕ້ອງສະແດງບັດອະນຸຍາດເຂົ້າຫ້ອງສອບເສັງກ່ອນເຂົ້າຫ້ອງສອບເສັງທຸກໆຄັ້ງ, ກໍລະນີລືມ ຫຼື ເຮັດບັດເສຍ ຕ້ອງໄດ້ຂໍອະນຸຍາດນຳຄະນະກຳມະການປະຈຳສະຖານທີ່ສອບເສັງໂດຍມີຫຼັກຖານອື່ນມາສະແດງແທນເຊັ່ນ: …

Read More »