ແຊຣສະໜັ່ນ! ພາບຖ່າຍມຸມສູງ ສວນເຈົ້າອະນຸວົງ – ແຄມຂອງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ຫຼັງນໍ້າຖ້ວມຕະຫຼາດກາງຄືນແຫ່ງທີສອງ ໃນວັນທີ 19 ສິງຫາ 2018. ຂໍເປັນກຳລັງໃຈໃຫ້ພໍ່ແມ່ພີ່ນ້ອງທີ່ໄດ້ຮັບຜົນກະທົບ ແລະ ຢ່າລືມຕິດຕາມຂ່າວຢ່າງໃກ້ຊິດ. ຮູບພາບຈາກ: Drone by Jettana
Read More »pou peng
7 ຈຸດຊົມວິວ ໃບໄມ້ປ່ຽນສີທີ່ເກົາຫລີ ຖ່າຍຮູບງາມໆລົງ Social …
ລະດູໃບໄມ້ປ່ຽນສີ ຫຼື ລະດູໃບໄມ້ຫຼົ່ນ (ປະເທດເກົາຫລີ) ຖືວ່າເປັນໄລຍະທີ່ແສນຈະໂຣແມນຕິກ ເພາະຕົ້ນໄມ້ຈະພາກັນພັດປ່ຽນໃບ ປ່ຽນເປັນໂທນສີສົ້ມ, ແດງ, ເຫຼືອງ ເບິ່ງສົດໄສ ເຮັດໃຫ້ເຮົາດື່ມດໍາກັບທໍາມະຊາດແບບຟີນໆ ແລະ ພິເສດໄປກວ່ານັ້ນຄື ຈະມີພຽງປີລະຄັ້ງເທົ່ານັ້ນ… ປົກກະຕິແລ້ວ ໃບໄມ້ປ່ຽນສີຢູ່ທີ່ເກົາຫລີຈະເກີດຂຶ້ນໃນໄລຍະ ທ້າຍເດືອນຕຸລາ-ຕົ້ນເດືອນພະຈິກ ແລ້ວແຕ່ສະພາບອາກາດ ເຊິ່ງມື້ນີ້ ຂວັນໃຈກໍຢາກຈະມາບອກລ່ວງໜ້າກ່ຽວກັບຈຸດຊົມວິວ ທີ່ຈະເຮັດໃຫ້ສາວໆໄດ້ບັນຍາກາດແບບຟີນໆທີ່ສຸດ ແລະ ໄດ້ຮູບງາມທີ່ສຸດ ມາອ້າງໝູ່ໃນ Social ໃຫ້ອິດສາຕາຮ້ອນໄປເລີຍ ແບບວ່າບໍ່ໄດ້ບໍ່ໄດ້ແລ້ວ… 1. ອຸທະຍານແຫ່ງຊາດ ຊໍຣັກຊານ ສະຖານທີ່ແຫ່ງນີ້ ຕັ້ງຢູ່ໃນເມືອງຊົກໂຊ ແຂວງຄັງວອນໂດ ທາງຕາເວັນອອກຂອງເກົາຫລີ ຈຸດເດັ່ນຄື ມີທີວທັດທີ່ອ້ອມລ້ອມໄປດ້ວຍພູຜາ ແລະ ທໍາມະຊາດທີ່ອຸດົມສົມບູນ ຕາມສາຍາທີ່ເອີ້ນກັນວ່າ ສະວິດເຊີແລນເກົາຫລີ. ໂດຍສະເພາະໃນລະດູໃບໄມ້ຫຼົ່ນ ບັນດາຕົ້ນໄມ້ ແລະ ຕົ້ນເມເປີ້ນຕ່າງໆ ທີ່ຢູ່ອ້ອມອຸທະຍານກໍຈະປ່ຽນເປັນສີສົ້ມ, ແດງ, ເຫຼືອງ ແຈກຄວາມງົດງາມໄປທົ່ວໜ່ວຍພູ. ສໍາລັບຄ່າເຂົ້າສະຖານທີ່ແມ່ນ: ຜູ້ໃຫຍ່ຄົນລະ …
Read More »ໜ້າຮັກຫຼາຍໆ! ເຈ້ຍ ປາຊີຟິກ ເຜີຍພາບຄອບຄົວສຸດອົບອຸ່ນ ແຟນຄລັບຮ່ວມສະແດງຄວາມຍິນດີ
ຫຼັງຈາກທີ່ຄົບຫາເບິ່ງໃຈກັນມາເປັນເວລາຫຼາຍປີ ສຳລັບ ເຈ້ຍ ປາຊີຟິກ ແລະ ໄຊ ທະວີໄຊ ຫຼ້າສຸດ ກໍ່ມີພະຍານຮັກໂຕນ້ອຍໆອອກມາແລ້ວໃນວັນທີ 8 ສິງຫາ 2018 ທີ່ຜ່ານມາ ເປັນລູກຊາຍ ນາມວ່າ “ເວຫາ”ນໍ້າໜັກແລກເກີດ 3.33 kg. ຫຼ້າສຸດ ເຈ້ຍ ປາຊີຟິກ ຍັງໄດ້ໂພສຜ່ານເຟສບຸກສ່ວນຕົວວ່າ: “ຄໍ້າກໍາຮັບອ້າຍ ເວຫາ ກັບບ້ານ ໃຜຢາກມາ ຫລີ້ນໄພ້ ກິນເຂົ້າປຸ້ນ ກິນເຂົ້າປຽກ ແລະ ອາຫານແຊບໆ ເຊີນມາໂລດເດີ້ ຢູ່ບ້ານສາຍນໍ້າເງີນ ຖາມທາງມາທາງເຟດບຸກກະໄດ້ ສົ່ງຂໍ້ຄວາມມາເລີຍ ຍິນດີຕ້ອນຮັບ ທຸກໆຄົນເດີ້” “ພໍ່ເຖົ້າໃຫຍ່ ພໍ່ເຖົ້າ ສີສະຫວາດ ແກ້ວບຸນພັນ ມາອຸ້ມຮັບຂວັນຫລານຊາຍ ທ້າວ ເວຫາ ແກ້ວບຸນພັນ ??” ຢ່າງໃດ ຂວັນໃຈ ແລະ ແຟນໆ ກໍ່ຂໍສະແດງຄວາມຍິນດີກັບພໍ່ແມ່ມືໃໝ່ ອ້າຍ …
Read More »ບໍ່ມີຫຍັງສາຍເກີນຄວາມຕັ້ງໃຈ! ຊີວິດຍິ່ງກວ່າລະຄອນ ຈາກຊ່າງເສີມສວຍ ສູ່ອາຊີບນັກບິນ
ບໍ່ມີຫຍັງສາຍເກີນໄປສຳລັບການເຮັດຕາມຝັນ ບໍ່ວ່າຈະເດັກນ້ອຍ ຫຼື ຄົນແກ່ກໍ່ບໍ່ແມ່ນບັນຫາ ຫາກເຈົ້າໝັ້ນໃຈໃນສັກກະຍະພາບຂອງຕົວເອງ ເຮັດຕາມທີ່ຕົວເອງຕ້ອງການ ແລະ ສານຕໍ່ຄວາມຝັນຂອງຕົວເອງໃຫ້ປະສົບຜົນສຳເລັດ ດັ່ງກັບ ຊ່າຣ່າ ໂຈແຮນສັນ ຍິງສາວຊາວສະວີເດັນ ອາຍຸ 33 ປີ ອະດີດຊ່າງເສີມສວຍ ມຸ່ງໝັ້ນຕາມຄວາມຝັນ ເດີນໜ້າສຶກສາເລື່ອງການບິນຈົນສຳເລັດ ກ້າວເຂົ້າສູ່ ນັກບິນອາຊີບ ໃນທີ່ສຸດ. ຊ່າຣ່າ ເລົ່າເຖິງຄວາມຝັນທີ່ເປັນຈິງຂອງນາງວ່າ: “ຕອນຍັງນ້ອຍ ຂ້ອຍຢ້ານຄວາມສູງ ກ່ອນໜ້ານີ້ຂ້ອຍເຄີຍເຮັດວຽກເປັນຊ່າງເຮັດຜົມມາກ່ອນ ແຕ່ຕໍ່ມາຂ້ອຍໄດ້ຄົ້ນພົບຄວາມຝັນຂອງຕົວເອງແບບແທ້ຈິງກໍ່ຕອນທີ່ໄດ້ເຂົ້າໄປນັ່ງໃນກ້ອງຂັບຂອງນັກບິນ ຂ້ອຍຮູ້ສຶກວ່າຫ້ອງນັກບິນນັ້ນມັນໜ້າຕື່ນເຕັ້ນແລະທ້າທາຍສຸດໆ” “ຈາກນັ້ນຂ້ອຍກໍ່ເດີນໜ້າສານຝັນຂອງຕົວເອງຢ່າງຈິງຈັງ ຂ້ອຍໄປຮຽນບິນ ແລະ ເຝິກທັກສະ ຮຽນຮູ້ເລື່ອງຕ່າງໆ ເຊິ່ງມັນກໍ່ບໍ່ແມ່ນເລື່ອງງ່າຍ ແຕ່ຂ້ອຍກໍ່ບໍ່ເຄີຍທໍ້ຕໍ່ອຸປະສັກທາງໜ້າເລີຍ ແມ້ຈະຕ້ອງຖືກທົດສອບຢ່າງໜັກ ເຊິ່ງຜົນທີ່ອອກມາກໍ່ເປັນທີ່ໜ້າພໍໃຈຫຼາຍໆ ຕອນນີ້ຂ້ອຍໄດ້ເປັນນັກບິນໂບອິ້ງ 737 ແລ້ວ” ບໍ່ພຽງແຕ່ ຊ່າຣ່າ ຈະເຮັດຄວາມຝັນໃຫ້ເປັນຈິງແລ້ວ ນາງຍັງໄດ້ແຊຣເລື່ອງລາວຂອງນາງຜ່ານ ອິນສະຕາແກຮມ ເພື່ອສ້າງແຮງບັນດານໃຈໃຫ້ກັບຫຼາຍໆຄົນໄດ້ມີກຳລັງໃຈທີ່ຈະພິຊິດຄວາມຝັນໃຫ້ສຳເລັດອີກດ້ວຍ. ທີ່ມາ: https://women.mthai.com/amazing-women/359030.html , johsara
Read More »ການເດີນທາງເປັນເວລາດົນຂ້າມມື້ ຂ້າມຄືນ ອາດເຮັດໃຫ້ເກີດອາການເມື່ອຍ ແລະ ເບື່ອໄດ້… ແລ້ວຈະເຮັດແນວໃດດີ?
ເວລາທີ່ເຮົາຕ້ອງຂີ່ຍົນເປັນເວລາດົນໆ ຫຼາຍຊົ່ວໂມງ ຫຼື ຂ້າມມື້ ຂ້າມຄືນ ບາງຄົນອາດຈະເກີດອາການເມົາ, ບໍ່ສະບາຍຕົວ, ນອນບໍ່ຫຼັບເປັນຕົ້ນ ຈົນເຮັດໃຫ້ຫຼາຍໆຄົນ ຄິດນັກກ່ອນຈະເດີນທາງທຸກຄັ້ງ ມື້ນີ້ ຂວັນໃຈເລີຍຢາກຈະມາແນະນໍາເຄັດລັບດີໆ ກຽມຕົວໃຫ້ພ້ອມ! ເມື່ອຕ້ອງຂີ່ຍົນເປັນເວລາດົນໆ ຈະຕ້ອງເຮັດແນວໃດ? ແລະ ບໍ່ສະເພາະແຕ່ການຂີ່ຍົນຢ່າງດຽວ ສາວໆສາມາດນໍາໄປໃຊ້ກັບການເດີນທາງໃນຮູບແບບອື່ນກໍໄດ້… 1. ແຕ່ງຕົວໃຫ້ສະບາຍ: ນຸ່ງເຄື່ອງທີ່ຫຼົມ ແລະ ຖ້າເປັນຜ້າຝ້າຍຈະຍິ່ງດີ ເພາະເຮົາຕ້ອງນັ່ງຢູ່ກັບທີ່ເປັນເວລາດົນກວ່າປົກກະຕິໃນສະຖານທີ່ຈໍາກັດ ອຸນຫະພູມທີ່ປ່ຽນແປງຈາກຮ້ອນເປັນໜາວ ສະນັ້ນ ເຮົາຄວນຈະໄດ້ນັ່ງຢ່າງສະບາຍຈະດີທີ່ສຸດ. ເກີບກໍຄວນໃສ່ເກີບທີ່ບໍ່ຄັບ ຮູ້ສຶກຢູ່ສະບາຍ. 2. ດຶ່ມນໍ້າໃຫ້ຫຼາຍ: ກ່ອນຍົນຈະຂຶ້ນ ແລະ ລະຫວ່າງທີ່ຢູ່ໃນຍົນອາກາດຈະແຫ້ງຫຼາຍຂຶ້ນ ແລະ ນໍ້າຈະລະເຫີຍອອກໄປ ພະຍາຍາມງົດເວັ້ນການດື່ມເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ເຄື່ອງດື່ມທີ່ເຮັດໃຫ້ປັດສະວະຫຼາຍ ເພາະຈະເຮັດໃຫ້ຮ່າງກາຍຂອງທ່ານສູນເສຍນໍ້າຫຼາຍຂຶ້ນ. 3. ພົກພາສິ່ງທີ່ຕ້ອງໃຊ້ຕິດຕົວ: ເຊັ່ນໂລຊັ່ນທີ່ໃຫ້ຄວາມຊຸ່ມຊື່ນແກ່ຜິວ ລິບມັນ ແລະ ຢາຢອດບໍ່ໃຫ້ຕາແຫ້ງ Mask ໃຫ້ຄວາມຊຸ່ມຊື່ນແກ່ຜິວໜ້າເວລານອນ ເປັນສິ່ງທີ່ໄດ້ຮັບຄວາມນິຍົມສໍາລັບກຸ່ມທີ່ເດີນທາງຕະຫຼອດ. 4. …
Read More »