Breaking News

pou peng

ຊົມເຊີຍ! ຫຼວງພະບາງເຮັດແທ້ມີຄຳສັ່ງຫ້າມ ແມ່ຄ້າຊາວຂາຍນຳເຂົ້າໜົມຕ່າງປະເທດຂາຍໃຫ້ແຂກໃສ່ບາດ

ອີງຕາມໜັງສືແຈ້ງການສະບັບເລກທີ 16/ຖວມທ-ຫຼບ ວັນທີ 22 ມັງກອນ 2018 ເລື່ອງການຢຸດຕິຂາຍເຂົ້າໜົມສຳເລັດຮູບຂອງຕ່າງປະເທດໃຫ້ແຂກທີ່ມາໃສ່ບາດ ອີງຕາມເນື້ອໃນກອງປະຊຸມວຽກງານຄຸ້ມຄອງການຂາຍເຄື່ອງໃສ່ບາດ ວັນທີ 16 ຕຸລາ 2017, ອີງຕາມກອງປະຊຸມປະຈຳປີ 2017-2018 ວຽກງານ ຖວທ ເມືອງຫຼວງພະບາງ ຄັ້ງວັນທີ 19 ມັງກອນ 2018. ໃຫ້ບັນດາຜຸ້ປະກອບການຂາຍເຄື່ອງໃສ່ບາດຢູ່ 3 ຈຸດຂອງເມືອງ ຫຼວງພະບາງ ຢຸດຕິການນຳເອົາເຂົ້າໜົມສຳເລັດຮູບຂອງຕ່າງປະເທດທຸກຊະນິດມາຂາຍໃຫ້ແຂກທ່ອງທ່ຽວທີ່ມາໃສ່ບາດນັບຕັ້ງແຕ່ ວັນທີ 1 ກຸມພາ 2018, ແຕ່ອະນຸຍາດໃຫ້ນຳເອົາເຂົ້າໜົມພື້ນເມືອງລາວທີ່ຜະລິດປຸງແຕ່ງຢູ່ພາຍໃນ ມາຂາຍໄດ້ໂດຍຮັບປະກັບຄຸນນະພາບ ມີຄວາມສະອາດ ແລະ ບໍ່ບູດເນົ່າ ໃຫ້ຢຸດຕິການນຳເອົາເຂົ້າຫຼາມ ມາຂາຍບໍລິການໃຫ້ແຂກທ່ອງທ່ຽວໃສ່ບາດແດ່ພຣະສົງທີ່ປະຕິບັດກິດຈະວັດ ບິນຕະບາດຢ່າງເດັດຂາດ ເຂົ້າໜຽວທີ່ນຳມາຂາຍໃຫ້ແຂກໃສ່ບາດຕ້ອງມີຄຸນນະພາບດີ ເປັນເຂົ້າໜຶ້ງໃໝ່ (ເຂົ້າມ່າ) ບໍ່ແມ່ນເຂົ້າເຢັນອຸ່ນມາຂາຍໃຫ້ແຂກໃສ່ບາດຢ່າງເດັດຂາດ, ໃຫ້ຂາຍຕາມນໍ້າໜັກ ແລະ ລາຄາທີ່ກຳນົດໄວ້ຢ່າງຖືກຕ້່ອງ (1ກລ=10.000 ກີບ, 1,5ກລ=15.000 ກີບ, 2ກລ=20.000 …

Read More »

ວ້າວວວ! ພັກຜ່ອນປີໃໝ່ລາວແບບໄຮໂຊຫຼູຫຼາ ແຕ່ລາຄາສະບາຍກະເປົ໋າທີ່ ໂຮງແຮມ ຄຣາວພລາຊ່າວຽງຈັນ

ພັກຜ່ອນປີໃໝ່ລາວແບບໄຮໂຊໂລບັດເຈັດທີ່ໂຮງແຮມຄຣາວພລາຊ່າວຽງຈັນເຮັດຈັງໃດ? ມີຂ່າວສານດີໆມາຕ້ອນມາຝາກແຟນໆ ຂວັນໃຈ ເຊັ່ນເຄີຍ ສຳລັບໃຜທີ່ຍັງຄິດບໍ່ອອກວ່າຊ່ວງລະດູຮ້ອນ ຫຼື ເທດສະການປີໃໝ່ລາວນີ້ຈະໄປໃສ, ເຮົາຂໍແນະນຳສະຖານທີ່ນີເລີຍ ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ. ແປກຢູ່ແມ່ນບໍວ່າເປັນຫຍັງຄືເວົ້າເລື່ອງປີໃໝ່ລາວຕັ້ງແຕ່ ເດືອນ ມັງກອນ ພິ? ຄວາມຈິງແລ້ວ ໂອກາດທີ່ຈະພັກທີ່ ຄຣາວພລາຊ່າ ແບບໂລບັດເຈັດມີພຽງໂອກາດໃນເດືອນນີ້ເທົ່ານັ້ນ! ທາງແອັດມິນກໍເລີຍຢາກແນານຳໂປຼຂອງໂຮງແຮມ ຊຶ່ງມີຂາຍຈົນຮອດວັນທີ 31 ເດືອນ ມັງກອນນີ້ ຊຶ່ງຫ້ອງປົກກະຕິ $160 ຫຼຸດເຫຼືອພຽງ 50ໂດລາ/ຄືນ! ແມ່ນແລ້ວ! ອ່ານບໍ່ຜິດ 50$/ຄືນ ເທົ່ານັ້ນ! ແຕ່ໄລຍະພັກໄດ້ແມ່ນ 25/3/2018 ຫາ 5/5/2018, ພໍດີຊວ່ງປີໃຫມ່ເລີຍ! (ຈອງເລີຍຖ້າຫຍັ ທາງແອດມິນສອບຖາມມາແລ້ວທາງເພິ່ນຈະຂາຍເປັນບັດຊຶ່ງທຸກຄົນສາມາດຊື້ແລະຈອງໃນຊວ່ງໃດກໍໄດ້ທີ່ຕົກໃນໄລຍະນັ້ນ. ເພາະສະນັ້ນ, ປີໃຫ່ມນີ້ບໍ່ຕ້ອງໄປໃສໄກເລີຍ! ມາເບິ່ງກັນກັບຮູບພາບຕ່າງໆຂອງໂຮງແຮມ: ຊົມໂຮງແຮມໃນແບບ 360 ອົງສາ:http://eyenavasia.com/laos/cp_vientiane/ ເວັບໃຊ້ໂຮງແຮມ: http://vientiane.crowneplaza.com/la/one-year-anniversary-sales ສຳພັດຄວາມຫຼູຫຼາໃນລາຄາເບົາໆ ເຊິ່ງແຂກທີ່ເຂົ້າພັກຍັງສາມາດໃຊ້ …

Read More »

ເລີດເດີ້! ມີ່ມີ່ ພູນຊັບ ມາໃນມາດໃໝ່ ມີຄວາມງາມເລີດກວ່າເກົ່າ…ກຣີດໆໆໆ!!!

ມາອັບເດດຄວາມເຄື່ອນໄຫວຂອງ ມີ່ມີ່ ພູນຊັບ ພົນໂຍທາ Miss International Laos 2017 ຫຼັງຈາກທີ່ນາງໄດ້ໄປປະກວດໃນເວທີລະດັບສາກົນ “Miss International  2017” ທີ່ ປະເທດ ຍີ່ປຸ່ນ ແລະ ຍັງສາມາດເອົາ Top8 ໃນເວທີດັ່ງກ່າວ ມາຝາກພໍ່ແມ່ພີ່ນ້ອງຊາວລາວໃນຊ່ວງປີທີ່ຜ່ານມາ ຈົນສ້າງສຽງຮືຮາ ແລະ ປະຫວັດສາດແຫ່ງວົງການນາງງາມລາວມາແລ້ວ, ຫຼ້າສຸດກ້າວເຂົ້າສູ່ ປີ 2018 ແລ້ວ ນາງກໍຍັງມາແຮງກະແສບໍ່ມີຕົກ ເພາະນາງໄດ້ອັບເດດຂ່າວດີໃຫ້ແຟນໆໄດ້ຮູ້ວ່າໃນປີນີ້ນາງໄດ້ເປັນ “Brand Ambassador of Lao Fashion Week 2018” ແລະ ນາງເອງກໍມີຄວາມດີໃຈ ແລະ ຕື້ນຕັນໃຈຫຼາຍໆ… ຂໍບອກເດີ້ວ່າ Mimie New Look ເລີດຮ້າຍໆໆໆ ງາມເວີ້ໆໆໆ ອີ່ຫລີ, ມີຮູບພາບຂອງ ສາວ ມີ່ມີ່ ມາຝາກນຳ ບໍ່ເຊື່ອລອງມາເບິ່ງເອົາເດີ້ແຟນໆ …

Read More »

ຂ່າວດີ! ໂຢ່ໂຢ່ ວານິພອນ ກຳລັງຈະເປັນຕົວແທນສາວລາວໄປປະກວດ “Miss Chinese International Pageant 2018”

ຄົນລາວກຽມລຸ້ນກຽມເຊຍກັນໄດ້ເລີຍ ເປັນອີກໜຶ່ງສາວລາວທີ່ກຳລັງຈະເດີນທາງໄປປະກວດໃນເວທີລະດັບອິນເຕີ ນັ້ນກໍຄື ວານິພອນ ພູມີໄຊ (ໂຢ່ໂຢ່) ນາງສາວນະຄອນຫຼວງວຽງຈັນ 2017 ຂອງເຮົານັ້ນເອງ, ເຊິ່ງການເດີນທາງໄປປະກວດໃນເວທີດັ່ງກ່າວ ແມ່ນຈັດຂຶ້ນທີ່ ຮ່ອງກົງ ໃນເວທີ “Miss Chinese International Pageant 2018” ແລະ ສາວ ໂຢ່ໂຢ່ ກໍກຳລັງຈະເດີນທາງໄປໃນວັນທີ 23 ມັງກອນ 2018 ນີ້ແລ້ວ… ຢ່າລືມເປັນກຳລັງໃຈໃຫ້ນາງແດ່ເດີ້!!! ສະບາຍດີ ທຸກໆຄົນໂຢ່ມີຂ່າວດີຈະບອກ ມື້ວັນທີ 23.1.2018 ເຊິ່ງເປັນວັນອັງຄານ ໂຢ່ຈະໄດ້ມີການເດີນທາງໄປປະກວດຢູ່ ທີ່ ຮອງກົງ ຂອງເວທີ… Yo Yo Phoumixayさんの投稿 2018年1月21日(日)   ສຳລັບ ໂຢ່ໂຢ່ ວານິພອນ ອາຍຸ 21 ປີ ຈົບການສຶກສາຈາກ ສະຖາບັນໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ສັດສ່ວນ 32-24-35 …

Read More »

ສາວນ້ອຍ ອະລິນ້າ ລູກຊອດ ລາວ-ຍູເຄນຣ ເປັນສາວແລ້ວແຮງເບິ່ງແຮງງາມ ດາວດວງໃໝ່ຂອງວົງການບັນເທີງລາວ

ເປັນທີ່ໜ້າຈັບຕາເບິ່ງສຳລັບສາວນ້ອຍໄວສົດໃສຄົນນີ້ ນາງ ອາລີນ້າ ພິລາວົງ ສາວນ້ອຍໄວໃສອາຍຸພຽງ 18 ປີ ລູກຊອດ ລາວ-ຍູເຄນຣ  (Ukraine) ທີ່ຫຼ້າສຸດເຈິໂຕນາງໃນງານຖະແຫຼງຂ່າວ “Bike For Her 2018” ເຊິ່ງແມ່ນງານແຂ່ງລົດຖີບການກຸສົນ ເພື່ອຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ທີ່ຈັດໂດຍ ສະມາຄົມນັກທຸລະກິດແມ່ຍິງລາວ ແລະ ວາລະສານ ຂວັນໃຈ ຮ່ວມກັບສະຫະພັນລົດຖີບນະຄອນຫຼວງວຽງຈັນ, ແບບບໍ່ເຫັນສາວນ້ອຍຄົນນີ້ດົນຮູ້ສຶກວ່ານາງຈະເປັນສາວເຕັມຕົວ ອໍຣ່າຈັບເຕັມທີ່ ເປັນທີ່ສະດຸດຕາຂອງບັນດາແຂກຄົນພາຍໃນງານ ແຮງເບິ່ງແລ້ວແຮງງາມຫຼາຍ… ສຳລັບ ອາລີນ້າ ພິລາວົງ ອາຍຸ 18 ປີ ຄວາມສູງ 1,73 cm ປັດຈຸບັນກຳລັງສຶກສາຢູ່ທີ່ ມະຫາວິທະຍາໄລແຫ່ງຊາດ ຜົນງານຂອງນ້ອງເທົ່າທີ່ຜ່ານມາແມ່ນເປັນນາງແບບຖ່າຍແບບໃຫ້ວາລະສານຫຼາຍສະບັບ (ວາລະສານ ຂວັນໃຈ ກໍຖ່າຍປົກມາແລ້ວເດີ້ ບໍ່ທຳມະດາໃດນິ) ແລະ ເດີນແບບຕາມງານແຟຼຊັ່ນໂຊຕ່າງໆ, ທັງສະແດງຊີ່ຣີ່ໄວລຸ້ນຊື່ດັງ Until you ແລະ ເປັນພີເຊັນເຕີ້ສະມາດໂຟນແບຼນດັງ Samsung ແລະ ນອກຈາກນັ້ນສາວນ້ອຍ ອາລິນ້າ …

Read More »